ກະຊວງປ້ອງກັນປະເທດ ສະຫລອງວັນສ້າງຕັ້ງ ວິທະຍາຄານ ໄກສອນ ພົມວິຫານ ຄົບຮອບ 20 ປີ

ຂປລ. ​ໃນ​ວັນ​ທີ 13 ທັນວາ 2016 ທີ່​ວິທະຍາຄານ​ ໄກສອນ ພົມວິຫານ ​ໄດ້​ຈັດ​ງານ​ສະ​ເຫລີ​ມສະຫລອງ ວັນສ້າງຕັ້ງ ວິທະຍາຄານ ໄກສອນ ພົມວິຫານ ຄົບຮອບ 20 ປີ (13 ທັນວາ 1996-13 ທັນ ວາ 2016) ​ໂດຍ​ການ​ເ​ປັນ​ປະທານ​ຂອງ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາພະນັກງານອາວຸໂສບຳນານ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ອະດີດຄະນະນຳຂອງວິທະຍາຄານ​ ໄກສອນ ພົມວິຫານ ແລະ ພະນັກງານ-ນັກຮົບ ຈາກອົງການ ກົມກອງອ້ອມຂ້າງກະຊວງ, ມີແຂກຖືກເຊີນຈາກພາກສ່ວນຕ່າງໆ ແລະ ມວນຊົນເຂົ້າຮ່ວມ.

ທ່ານ ພົນຈັດຕະວາ ຄຳຫລ້າ ພັນໄຊຍະສຸກ ຄະນະພັກກະຊວງປ້ອງກັນປະເທດ ຫົວໜ້າການເມືອງ ວິທະຍາຄານ​ ໄກສອນ ພົມວິຫານ ໄດ້ຂຶ້ນກ່າວບົດປາໄສ, ພ້ອມ​ທັງໄດ້ທົບທວນຫວນຄືນປະຫວັດສາດ ມູນເຊື້ອຂອງວິທະຍາຄານ​ ໄກສອນ ພົມວິຫານ ຕະຫລອດໄລຍະ 20 ປີ ຜ່ານມາ ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 13/12/1996 ໂດຍແມ່ນ ທ່ານ ຄຳໄຕ ສີພັນດອນ ອະດີດປະທານພັກ, ປະທານປະເທດ ແຫ່ງ ສປປ ລາວ ໃຫ້ກຽດເຂົ້າຮ່ວມເປັນປະທານ ໃນພິທີເປີດປ້າຍຢ່າງເປັນທາງການ ແລະ ໄດ້ກຳນົດທີ່ຕັ້ງພາລະບົດບາດຂອງ ວິທະຍາຄານ ໄກສອນ ພົມວິຫານ ເປັນສະຖາບັນການສຶກສາສູງສຸດຂອງ ກອງທັບປະຊາຊົນລາວ ມີຖານະທຽບເທົ່າກັບ ສະຖາບັນການເມືອງ-ການປົກຄອງ ແລະ ມະຫາວິທະຍາໄລແຫ່ງຊາດ ຢູ່ພາຍໃຕ້ການຊີ້ນຳ-ຄຸ້ມຄອງ ຂອງນາຍົກລັດຖະມົນຕີໂດຍກົງ, ກະຊວງປ້ອງກັນປະເທດ ມີໜ້າທີ່ບຳລຸງກໍ່ສ້າງນາຍທະຫານຂັ້ນກາງ, ຂັ້ນສູງຂອງ ກອງທັບປະຊາຊົນລາວ ວິທະຍາຄານ​ ໄກສອນ ພົມວິຫານ ມີ 1 ຄະນະພັກ, 7 ຄະນະພັກຮາກຖານ, 4 ໜ່ວຍພັກຮາກຖານ, ມີ 29 ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ, ມີສະມາຊິກພັກທັງໝົດ 700 ກວ່າສະຫາຍ, ໄດ້ຮັບຮອງເປັນໜ່ວຍພັກແຂງຮູ້ນຳພາຮອບດ້ານ ມີ 22 ກົມກອງ, ສະມາຊິກພັກແຂງຮອບດ້ານ 62,24%, ແຂງ 34,88% ແລະ ກາງ 2,88% ມີອາຈານ ທັງໝົດ 170 ສະຫາຍ, ປະລິນຍາເອກ ມີ 21 ສະຫາຍ, ປະລີນຍາໂທ 47 ສະຫາຍ, ປະລີນຍາຕີ 221 ສະຫາຍ, ຊັ້ນສູງ 176 ສະຫາຍ ແລະ ຊັ້ນກາງ 132 ສະຫາຍ ໃນໄລຍະຜ່ານມາ ວປກ ໄດ້ກໍ່ສ້າງພະນັກງານການນຳ ແລະ ນາຍທະຫານ ໄດ້ທັງໝົດ 4.577 ສະຫາຍ ໃນນັ້ນບຳລຸງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ການນຳຂັ້ນສູງຂອງພັກ-ລັດ 12 ຊຸດ ມີຈຳນວນ 425 ສະຫາຍ ນາຍທະຫານ 60 ສະຫາຍ.

ໃນໂອກາດດັ່ງກ່າວ, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕີລາຄາສູງຕໍ່ຜົນງານ, ໄຊຊະນະ ແລະ ມູນເຊື້ອທີ່ຄູອາຈານ- ພະນັກງານ-ນັກຮົບຮຸ່ນກ່ອນ ແລະ ຮຸ່ນຕໍ່ໆມາຍາດມາໄດ້ຕະຫລອດ 20 ປີຜ່ານມາ, ການຈັດຕັ້ງສະເຫລີມສະຫລອງ ວັນສ້າງຕັ້ງ ວປກ ໃນຄັ້ງນີ້ ແມ່ນເຕັມໄປດ້ວຍ ບັນຍາກາດຟົດຟື້ນປະຕິວັດ ແລະ ມີເນື້ອໃນເລິກເຊິງ ໂດຍເລີ່ມຈາກພຶດຕິກຳ ແລະ ສະພາບແວດລ້ອມຕົວຈິງຂອງວິທະຍາຄານດັ່ງກ່າວ, ສະແດງໃຫ້ເຫັນຜົນງານດ້ານດີທີ່ພົ້ນເດັ່ນຫລາຍດ້ານ ເພື່ອສ້າງເງື່ອນໄຂກະຕຸກຊຸກຍູ້ ໂດຍສະເພາະການກໍ່ສ້າງພະນັກງານການນຳ ແລະ ນາຍທະຫານ ໃຫ້ແກ່ກອງທັບປະຊາຊົນລາວ ຕາມແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງພັກ-ລັດ. ພ້ອມ​ດຽວ​ກັນ​ນັ້ນ, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ຍັງຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ສະມາຊິກພັກ-ພະນັກງານ-ນັກຮົບທົ່ວ ວປກ ພ້ອມກັນຕັ້ງໜ້າເປັນເຈົ້າການ ເສີມຂະຫຍາຍອັນດີງາມຂອງກົມກອງ ຕັ້ງໜ້າປັບປຸງກໍ່ສ້າງກົມກອງໃຫ້ເຂັ້ມແຂງໜັກ ແໜ້ນ, ເຊີດຊູສະຕິລະວັງຕົວ ໃນການປົກປັກຮັກສາແນວທາງນະໂຍບາຍຂອງພັກ-ລັດ ​ແລະ ປົກປັກຮັກສາຜົນຂອງການປະຕິວັດ ໄວ້ໃຫ້ໝັ້ນຄົງ. ນອກຈາກ​ນີ້ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກໍໄດ້ປະດັບຫລຽນໄຊພິລາດອາດຫານຊັ້ນ II ໃຫ້ກົມກອງລວມໝູ່ 3 ກົມກອງ, ບຸກຄົນ 64 ສະຫາຍ, ຫລຽນໄຊພິລາດອາດຫານຊັ້ນ III ກົມກອງລວມໝູ່ 9 ກົມກອງ, ບຸກຄົນ 104 ສະຫາຍ ແລະ ມອບໃບຍ້ອງຍໍ ກະຊວງປ້ອງກັນປະເທດ ໃຫ້ບຸກຄົນດີເດັ່ນທີ່ມີຜົນງານ 133 ສະຫາຍ.
ແຫລ່ງຂ່າວ:
ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!