spot_img
Homeຂ່າວການພັດທະນາຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຢ້ຽມຢາມບໍລິສັດພູເບ້ຍມາຍນິງ

ຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຢ້ຽມຢາມບໍລິສັດພູເບ້ຍມາຍນິງ

Published on

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ບໍລິສັດ ພູເບ້ຍມາຍນິງ ເມື່ອບໍ່ດົນຜ່ານມານີ້ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ພອຍຄຳ ຮຸ່ງບຸນຍວງ ຮອງເຈົ້າແຂວງໄຊສົມບູນ ແລະ ທ່ານ ຈັນເພັງ ບຸນນະຜົນ ປະທານ ບໍລິສັດ ພູເບ້ຍມາຍນິງ ຈຳກັດ. ຄະນະຜູ້ແທນໄດ້ຢ້ຽມຢາມ ຫ້ອງຄວບຄຸມດ້ວຍລະບົບຄອມພິວເຕີຂອງໂຮງງານພູຄຳ, ເຂດບໍ່ເປີດ, ເຂດໂຮງງານຜະລິດ ແລະ ອ່າງເກັບຫາງແຮ່. ທ່ານຮອງນາຍົກລັດຖະມົນຕີ ໄດ້ຮັບຟັງການຄຸ້ມຄອງດ້ານສິ່ງແວດລ້ອມຂອງບໍລິສັດ ຊຶ່ງປະກອບດ້ວຍວຽກງານຟື້ນຟູປ່າ, ການໝູນວຽນນ້ຳກັບມາໃຊ້ຄືນໃໝ່ຢູ່ສະໜາມ ແລະ ໂຄງການວິສະວະກຳຍົກລະດັບທາງ ໃນບໍ່ພູຄຳ ທີ່ຫຼຸຸດຜ່ອນການປ່ອຍສານກາກໂບນິກຫຼຸຸດຕື່ມອີກ 6%. ຄະນະຜູ້ແທນ ຍັງໄດ້ຮັບຟັງວິທີການຂອງບໍລິສັດ ໃນວຽກງານພັດທະນາ ແລະ ການພົວພັນກັບຊຸມຊົນ.

ໃນປີ 2015 ປະຊາຊົນຢູ່ໃກ້ໂຮງງານພູຄຳ ແລະ ບ້ານຫ້ວຍຊາຍ ໄດ້ຮັບຜົນປະໂຫຍດຈາກໂຄງການພັດທະນາຊຸມຊົນ ຫຼາຍກວ່າ 42 ໂຄງການຕ່າງກັນ ທີ່ກ່ຽວຂ້ອງກັບການສຶກສາ, ສຸຂະພາບ, ການພັດທະນາກະສິກຳ, ການເງິນຈຸລະພາກ ແລະ ໂຄງລ່າງ, ທັງນີ້ ລັດຖະບານລາວ ຖືຮຸ້ນ 10% ໃນບໍລິສັດພູເບ້ຍມາຍນິງຈຳກັດ ແລະ ອີກ 90% ແມ່ນຖືຮຸ້ນໂດຍ ບໍລິສັດ ແພນ ອອສ ຈຳກັດ, ບໍລິສັດໃນເຄືອຂອງ ບໍລິສັດ GRAM ສປ ຈີນ.

 

ແຫລ່ງຂ່າວ:

ປຊຊ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...