spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ປກສ ເມືອງປາກເຊ ເຜີຍຄະດີຍິງໃຈໂຫດ ປາດຄໍໝໍມໍເອົາຄຳໄປຂາຍໃຊ້ໜີ້!

ປກສ ເມືອງປາກເຊ ເຜີຍຄະດີຍິງໃຈໂຫດ ປາດຄໍໝໍມໍເອົາຄຳໄປຂາຍໃຊ້ໜີ້!

Published on

20f65539025b9d9bf26c93c26292480e

 

ເກີດ​ເຫດ​ສະ­ເທືອນ​ຂວັນ​ທີ່​ຮຸນແຮງ​ອີກ​ແລ້ວ​ຢູ່​ແຂວງ​ຈຳ­ປາ​ສັກ ຫຼັງຍິງ​ຫົວ­ໃຈ​ເດັດ​ໂຫດ​ຂ້າ​ປາດ​ຄໍ​ລ່ອງ​ນ້ຳ​ໝໍ­ມໍ

ເພື່ອ​ເອົາ​ຄຳ​ໄປ​ຂາຍ​ໃຊ້​ໜີ້ ແຕ່​ໜີ​ເວນ​ກຳ​ບໍ່​ພົ້ນ​ຖືກ​ເຈົ້າ​ໜ້າ­ທີ່​ຈັບໄດ້​ໃສ່​ໂທດ​ຕາມ​ກົດ­ໝາຍ​ອາ­ຍາ.

 

ຕາມ​ການ​ເປີດ­ເຜີຍ​ຂອງ​ທ່ານ​ພັນໂທ ສີ​ວອນ ວົງ​ຫາ​ຈັກ ຫົວ­ໜ້າ​ກອງບັນ­ຊາ​ການ ປກສ ເມືອງ​ປາກ​ເຊ ແຂວງ​ຈຳ

­ປາ​ສັກ​ໃຫ້​ຮູ້​ວ່າ: ໃນ​ຕອນ​ເຊົ້າ​ວັນ​ທີ 25 ກໍ­ລະ­ກົດ​ຜ່ານ​ມາ ໄດ້​ມີ​ຄົນ​ມາ​ແຈ້ງ​ຄວາມ​ວ່າ​ມີ​ຄົນ​ເສຍ​ຢູ່ບ້ານ​ນາ​ແຫກ

ເມືອງ​ປາກ​ເຊ ຫຼັງ​ຈາກນັ້ນ ເຈົ້າ​ໜ້າ​ກໍ່​ໄດ້​ປະ­ສານ​ສົມ­ທົບ​ກັບ​ເອົາອຳ­ນາດ​ການ​ປົກ­ຄອງບ້ານ​ ເພື່ອ​ລົງ​ຊອກຫາ​

ແຕ່​ເຊົ້າ​ຈົນ​ຄ່ຳ​ຮອດ​ເວ­ລາ​ປະ­ມານ 16:00 ໂມງ ຈິ່ງ​ສາ­ມາດ​ພົບ​ສົບ​ແມ່­ເຖົ້າດວງ​ໃສ ນອນ​ຕາຍ​ຢູ່​ແຄມ​ນ້ຳ ຫຼັງ​ຈາກ

ນັ້ນ ເຈົ້າ​ໜ້າ­ທີ່​ພວກ​ເຮົາ​ກໍ​ໄດ້​ເກັບ​ກຳ​ເອົາຫຼັກ​ຖານ​ຈຸດ​ທີ່​ເກີດ​ເຫດ ແລະ ສືບ­ສວນŒສອບ​ສວນ​ຜູ້​ໃກ້​ຄຽງ ຈິ່ງ​ສາ­ມາດ​

ພົບຜູ້​ສົງ­ໄສ​ຄື ນາງ ຄອນ​ສະ​ຫວັນ ຫຼື ຫຼ້າອາ­ຍຸ 24 ປີ, ອາ­ຊີບ​ແມ່­ເຮືອນ​ຢູ່​ບ້ານ​ດັ່ງກ່າວ ແລ້ວ​ເຈົ້າ​ໜ້າ­ທີ່​ໄດ້​ກັກ​ຕົວ

​ເພື່ອ​ນຳໄປ​ສືບ­ສວນŒສອບ​ສວນ.

 

ຜ່ານ​ການ​ສືບ­ສວນŒສອບ​ສວນ​ຂອງເຈົ້າ​ໜ້າ­ທີ່ ປກສ ເມືອງ​ປາກ​ເຊ ຜູ້­ກ່ຽວໄດ້​ຮັບ​ສາ­ລະ­ພາບ​ວ່າ: ໃນ​ເວ­ລາ​ປະ­ມານ

16:00 ໂມງ​ຂອງ​ວັນ​ທີ 24 ກໍ­ລະ­ກົດ 2014 ຜູ້­ກ່ຽວ​ໄດ້​ໄປ​ຂາຍ​ເລກ​ຢູ່​ເຮືອນ ນາງ ວຽງ ແລະ ໄດ້​ຊວນ​ເອົາ​ແມ່­ເຖົ້າດວງ​ໃສ

ອາ­ຍຸ 75 ປີ​ຢູ່​ບ້ານ​ເວີນ​ທອງ ເມືອງ​ໂຂງ ທີ່​ຂຶ້ນ​ມາ​ຢ້ຽມ​ຍາມ ແລະ ອາໄສ​ຢູ່​ເຮືອນ​ນ້ອງ​ສາວ​ຄື​ນາງ ວຽງ ບ້ານນາ​ແຫກ

ເມືອງ​ປາກ​ເຊ ໄປ​ດູ​ມໍ (ເບິ່ງໄພ້) ແຕ່​ຜູ້​ຖືກ​ເຄາະ​ຮ້າຍ​ບໍ່​ໄປ, ຫຼັງ​ຈາກນັ້ນ ​ຜູ້­ກ່ຽວ​ໄດ້​ຊວນ​ຜູ້​ເຄາະ​ຮ້າຍ​ໄປ​ເບິ່ງເລກ​ຢູ່​ຕົ້ນ

​ຄູນ​ຢູ່​ຂ້າງ​ເຮືອນ​ ທ້າວ ພົງ​ສະຫວັນ ບ້ານ​ດຽວ​ກັນ, ໃນ​ເວ­ລາ​ເບິ່ງ​ເລກຢູ່​ນັ້ນ​ຜູ້­ກ່ຽວ​ຜູ້​ໄດ້​ສັງ­ເກດ​ເຫັນ​ຜູ້​ເຄາະຮ້າຍ​ ໃສ່​

ຄຳ​ຈິ່ງ​ມີ​ແນວ​ຄິດ​ຢາກ​ໄດ້ ເພາະເປັນ​ໜີ້​ສິນ​ເຂົາ​ຫຼາຍ ຫຼັງ​ຈາກ​ນັ້ນ​ ກໍ​ໄດ້ອອກ​ແຜນ​ຊວນ​ຜູ້​ເຄາະ​ຮ້າຍ​ໄປ​ຫາ​ໜໍ່ໄມ້,

ເມື່ອ​ຕົກ­ລົງ​ກັນ​ແລ້ວ​ຜູ້­ກ່ຽວ​ຈິ່ງ​ໄປເອົາ​ມີດ​ຢູ່​ເຮືອນ​ຂອງ​ພໍ່​ແມ່​ຜູ້­ກ່ຽວ​ ແລ້ວກັບ​ມາ​ເຫັນ​ຜູ້​ເຄາະ​ຮ້າຍ​ຢືນ​ລໍ­ຖ້າ​ຢູ່​ຂ້າງ

ກໍ​ໄມ້­ໄຜ່​ທີ່​ຫ່າງ​ຈາກ​ເຮືອນ​ຂອງ​ຜູ້­ກ່ຽວປະ­ມານ 6Œ7 ແມັດ, ເວ­ລາ​ນັ້ນ​ຜູ້​ເຄາະຮ້າຍ​ກົ້ມ​ເບິ່ງ​ໜໍ່­ໄມ້, ຜູ້­ກ່ຽວ​ໄດ້​ໃຊ້​ມື​ເບື້ອງ

ຂວາ​ຈັບ​ມີດ​ທີ່​ກຽມ​ມາ​ນັ້ນ​ແທງ​ບໍ­ລິ­ເວນ​ຫຼັງ 1 ບາດ, ເມື່ອ​ຜູ້​ເຄາະ​ຮ້າຍ​ຮ້ອງ​ຂຶ້ນ ແລະ ລົ້ມ​ລົງ ຈິ່ງ​ເອົາ​ມື​ເບື້ອງ​ຊ້າຍ​ອັດ

ປາກ​ແລ້ວ​ເອົາ​ມີດ​ປາດ​ຄໍ ແລະ ແທງ​ຊ້ຳຂົ່ມ​ໄວ້​ອີກ​ບາດ​ໜຶ່ງ ເມື່ອ​ເຫັນ​ຜູ້​ເຄາະ​ຮ້າຍໃຈ​ຂາດ (ຕາຍ) ກໍ​ປົດ​ເອົາ​ສາຍ

ແຂນ 1 ເສັ້ນ, ສ່ວນ​ສາຍ​ແຂນ ແລະ ສາຍຄໍ​ແມ່ນ​ເອົາ​ບໍ່​ທັນ​ຢ້ານ​ຄົນ​ມາ​ພົບ​ເຫັນ ແລະ ບໍ່ໝັ້ນ​ໃຈ​ຢ້ານ​ເປັນ​ຄຳ​ປອມ,

ຈາກ​ນັ້ນ ກໍ​ກັບມາ​ເອົາ​ມີດ​ປະ​ໄວ້​ຢູ່​ເຮືອນ​ແມ່​ຂອງ​ຕົນພ້ອມ​ໄດ້​ນຳ​ເອົາ​ຖົງ​ລາຍ​ແດງ​ຂະ­ໜາດ 70 ຊັງ​ຕີ​ແມັດ ຢູ່​ເຮືອນ

​ຜູ້­ກ່ຽວ​ອອກ​ໄປໃສ່​ສົບ​ປະ​ໄວ້ ຈາກ​ນັ້ນ ກໍ​ກັບ​ເມືອ​ເຮືອນເອົາ​ຄຳ​ໄປ​ຂາຍ​ຢູ່​ຕະ­ຫຼາດ​ໃໝ່​ປາກ​ເຊ​ໄດ້ເງິນ 7.400 ບາດ

(ເງິນ​ໄທ) ເມື່ອ​ໄດ້ເງິນ​ກໍ​ກັບ​ເມືອ​ເຮືອນ​ແລ້ວ ໄປ​ລາກ​ເອົາສົບ​ລົງ​ນ້ຳ​ຫ້ວຍ​ປະ­ມານ 500 ແມັດ, ແລ້ວໄຂ​ເອົາ​ສົບ​ອອກ

​ຈາກ​ຖົງ​ປ່ອຍ​ໃຫ້​ສົບ​ໄຫຼ​ນ້ຳ​ໄປ, ສ່ວນ​ຖົງ​ກໍ​ປະໄວ້​ແຄມ​ຫ້ວຍ​ຂ້າງ​ຕົ້ນ­ໄມ້​ໃຫຍ່​ຈາກ​ນັ້ນ ຈິ່ງ​ກັບເມືອ​ເຮືອນ​ໄປ​ສົ່ງ​ຂວັນ​

ເລກ​ໃຫ້​ນາງ ປິງ ບ້ານ​ໂຊກ​ອຳ­ນວຍ ເມືອງ​ປາກ​ເຊ ແລະ ໄດ້​ເອົາ​ເງິນ​ທີ່​ໄດ້​ຈາກ​ການ​ຂາຍ​ຄຳ​ໃຊ້ຄ່າ​ເລກ 1 ພັນ​ບາດ

ແລະ ກັບ​ເມືອ​ເຮືອນຈົນ​ຮອດ​ວັນ​ທີ 25 ກໍ­ລະ­ກົດ​ເຈົ້າ​ໜ້າ ທີ່​ໄດ້​ກັກ​ຕົວ.

 

ຢ່າງ­ໃດ​ກໍ​ຕາມ ຕໍ່​ກັບ​ບັນ­ຫາ​ນີ້​ທ່ານ ພັນ​ໂທ ສີ​ວອນ ວົງ​ຫາ​ຈັກ ກໍ​ໄດ້​ຝາກຄວາມ​ຮຽກ​ຮອງ​ເຖິງ​ພໍ່​ແມ່​ປະ­ຊາ­ຊົນຄວນ​

ມີ​ສະ­ຕິ​ໃນ​ການ​ໄປ​ມາ ໂດຍ​ສະເພາະ​ແມ່ນ​ການ​ຖື​ຊັບ​ສິນ​ທີ່​ມີ­ຄ່າ​ໄປ​ບ່ອນທີ່​ອັນ­ຕະ­ລາຍ ແລະ ຄົນ​ແປກ​ໜ້າ, ເນື່ອງຈາກ

​ວ່າ­ການ​ຖື​ຊັບ​ສິນ​ມີ­ຄ່າ​ດັ່ງ­ກ່າວ​ມັນໄດ້​ກາຍ­ເປັນ​ແຮງ​ຈຸງ​ໃຈ ​ກໍ່­ໃຫ້­ເກີດ​ການກໍ່​ອາດ­ຊະ­ຍາ​ກຳ ຊຶ່ງ​ເປັນ​ອັນ­ຕະ­ລາຍຢ່າງ

​ໃຫຍ່​ຫຼວງ​ຕໍ່​ຕົວ​ຂອງ​ທ່ານ​ເອງ.

 

ຂອບໃຈຂ່າວຈາກ: http://www.sedthakid.la/home/khao/19730.html

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...