spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຊົມເຊີຍ! ປກສ ແຂວງຜົ້ງສາລີຈັບພໍ່ຄ້າ ຂາຍຢາເສບຕິດລາຍໃຫ່ຍໄດ້

ຊົມເຊີຍ! ປກສ ແຂວງຜົ້ງສາລີຈັບພໍ່ຄ້າ ຂາຍຢາເສບຕິດລາຍໃຫ່ຍໄດ້

Published on

ຜູ້ຖືກຫາຊື່ທ້າວ ແຄະຈ່ຽມ ອາຍຸ 52 ປີ ຢູ່ບ້ານອຸດົມຜົນ ເມືອງສິງ ແຂວງ ຫລວງນ້ຳທາ; ເຊິ່ງຜູ້ກ່ຽວໄດ້ສາລະພາບພາຍຫລັງຖືກຈັບວ່າ: ເດືອນມັງກອນຂອງປີນີ້, ໄດ້ພາຄອບຄົວໄປຢາມພີ່ນ້ອງທາງເມຍຢູ່ເມືອງຍອດອູ ແຂວງຜົ້ງສາລີ ແລ້ວໄດ້ໄປຮູ້ຈັກກັບທ້າວ ຄຳຫລ້າ ປະຊາຊົນຢູ່ບ້ານໃຕ້ ເມືອງຍອດອູ ແລະ ທ້າວ ຄຳຫລ້າ ໄດ້ແນະນຳໃຫ້ຮູ້ຈັກກັບທ້າວ ອາຊານ ອາຍຸ 33 ປີ. ຫລັງຈາກນັ້ນ, ທ້າວ ແຄະຈ່ຽມ (ຜູ້ຖືກຫາ) ໄດ້ຕິດຕໍ່ພົວພັນຄ້າຂາຍຢາເສບຕິດນຳກັນ, ໂດຍໃນເດືອນກຸມພາ 2016 ໄດ້ຊື້ຢາບ້ານໍາທ້າວ ອາຊານ 1 ມັດ ເທົ່າກັບ 2.000 ເມັດ ແລ້ວເອົາໄປຂາຍໃຫ້ທ້າວ ສິງຄຳ ຢູ່ບ້ານພູຊ້າງ ເມືອງຍອດອູ (ກ່ອນໜ້ານີ້ເຄີຍຄ້າຂາຍຮ່ວມກັນມາແລ້ວ 3 ຄັ້ງ).

ມາຮອດວັນທີ 8 ທັນວາ 2016ຜ່ານມາ, ທ້າວ ແຄະຈ່ຽມ (ຜູ້ຖືກຫາ) ໄດ້ຊື້ຝິ່ນຈາກທ້າວ ສິງຄຳ ຈຳນວນ 2 ກິໂລກຣາມ; ຈາກນັ້ນ, ມີຄົນໂທລະສັບສັ່ງຊື້ຢາເສບຕິດຊຸດໃຫ່ຍນຳຜູ້ກ່ຽວ ໂດຍໃຫ້ເອົາໄປສົ່ງໃຫ້ຢູ່ເມືອງບູນເໜືອ ລວມມີ: ຢາບ້າ 54 ມັດ ກັບ 174 ເມັດ (ລວມຢາບ້າທັງໝົດ 108.157 ເມັດ), ຝິ່ນ 2 ກ້ອນ ໜັກ 2 ກິໂລກລາມ, ເຮໂຣອິນ 1 ແທ່ງ ແລະ ຢາໄອສ໌ 1 ຫໍ່ນ້ອຍ ໂດຍຜູ້ກ່ຽວໄດ້ຊຸກເຊື່ອງຢາເສບຕິດທັງໝົດໄວ້ໃນລົດກະບະວີໂກ້ແຊັມ ໝາຍເລກທະບຽນ ກກ 1953 ຫລວງນ້ຳທາ.

ແຕ່ວ່າ, ການຄ້າຂາຍຢາເສບຕິດຊຸດນີ້ ເຈົ້າໜ້າທີ່ ປກສ ເມືອງຍອດອູ ໄດ້ຮັບຮູ້ຈາກແຫລ່ງຂ່າວມາກ່ອນແລ້ວ ຈຶ່ງໄດ້ຈັດກຳລັງລົງແກ້ໄຂໂດຍດ່ວນ ໂດຍມີການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຕັ້ງດ່ານກວດກາຢູ່ລະຫວ່າງເສັ້ນທາງເມືອງຍອດອູ; ເຊິ່ງຮອດຕອນແລງຂອງມື້ຕໍ່ມາ (ວັນທີ 9 ທັນວາ 2016) ລົດກະບະຄັນດັ່ງກ່າວກໍຂັບຜ່ານມາ, ເຈົ້າໜ້າທີ່ຈຶ່ງເຂົ້າກວດຄົ້ນລົດພົບເຫັນຢາເສບຕິດຈຳນວນດັ່ງກ່າວ ແລະ ໄດ້ຈັບຕົວທ້າວ ແຄະຈ່ຽມ ໄປດຳເນີນຄະດີ.

ປັດຈຸບັນ, ເຈົ້າໜ້າທີ່ ປກສ ເມືອງ ຍອດອູ ພວມດຳເນີນການສອບສວນທ້າວ ແຄະຈ່ຽມ ຢ່າງລະອຽດ ເພື່ອຕິດຕາມຈັບພວກຮ່ວມຂະບວນການຕໍ່ໄປ, ສ່ວນທ້າວ ແຄະຈ່ຽມ ແມ່ນຈະຖືກດຳເນີນຄະດີໃນຂໍ້ຫາຄ້າຂາຍຢາເສບຕິດ; ເຊິ່ງຈະມີການສະຫລຸບສຳນວນຄະດີສົ່ງໃຫ້ໄອຍະການດຳເນີນຕາມຂັ້ນຕອນກົດໝາຍ.
ຂ່າວ: ປກສ

ບົດຄວາມຫຼ້າສຸດ

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...