Homeນານາສາລະໝາກໄມ້ 8 ຊະນິດທີ່ຊ່ວຍຕ້ານມະເຮັງເຕົ້ານົມ ທີ່ສາວໆຄວນຮູ້ໄວ້

ໝາກໄມ້ 8 ຊະນິດທີ່ຊ່ວຍຕ້ານມະເຮັງເຕົ້ານົມ ທີ່ສາວໆຄວນຮູ້ໄວ້

Published on

ພະຍາດມະເຮັງເຕົ້ານົມ ເປັນພະຍາດທີ່ຜູ້ຍິງຫຼາຍຄົນຮູ້ດີວ່າ ສ່ວນຫຼາຍຄວາມສ່ຽງທີ່ຈະເກີດພະຍາດນີ້ມາຈາກການກິນອາຫານເປັນສ່ວນໃຫຍ່, ແຕ່ຮູ້ບໍວ່າ ຍັງມີໝາກໄມ້ທີ່ຊ່ວຍຕ້ານມະເຮັງໄດ້ ເຊິ່ງໝາກໄມ້ 8 ຊະນິດນີ້ຊ່ວຍຕ້ານມະເຮັງເຕົ້ານົມໄດ້ ເຊິ່ງສາວໆຫຼາຍຄົນຄວນຮູ້ໄວ້

  1. ໝາກກ້ຽງ: ນອກຈາກມີວິຕາມິນຊີແລ້ວ ຍັງມີປະໂຫຍດຊ່ວຍຕ້ານມະເຮັງ ໂດຍສະເພາະມະເຮັງເຕົ້ານົມ ເພາະມີສານແຄໂຣທີນນອຍສູງເຖິງ 60-70%
  2. ໝາກຫຸ່ງ: ເປັນໝາກໄມ້ທີ່ມີວິຕາມິນເອ, ວິຕາມິນຊີ, ຟອສຟໍຣັດ, ແຄວຊຽມ ແລະທາດເຫຼັກ, ນອກນັ້ນຍັງບຳລຸງສາຍຕາ ແລະຊ່ວຍຕ້ານມະເຮັງໄດ້ດີ
  3. ໝາກແອັບເປິ່ນ: ມີການວິໄຈພົບວ່າ ໝາກແອັບເປິ່ນ ຫາກກິນມື້ລະໜ່ວຍ ຈະຊ່ວຍຫຼຸດການເກີດມະເຮັງໄດ້ ເພາະໃນແອັບເປິ່ນມີສານຕ້ານອະນຸມູນອິດສະລະສູງ, ມີໄຟເບີ ແລະສານອາຫານອື່ນໆອີກຫຼາຍຢ່າງ
  4. ໝາກໄມ້ຕະກູນເບີລີ່: ເປັນຕົ້ນແມ່ນສະຕໍເບີລີ່, ບູເບີລີ່ ເພາະມີສານຕ້ານອະນຸມູນອິດສະລະ ແລະມີປະໂຫຍດຕ້ານມະເຮັງ ແລະມີການວິໄຈວ່າ ໝາກໄມ້ຕະກູນນີ້ ຈະຊ່ວຍຫຼຸດການເກີດມະເຮັງເຕົ້ານົມ
  5. ໝາກໝັ້ນ: ມີການວິໄຈພົບວ່າ ໝາກໝັ້ນ ມີສານຕ້ານອະນຸມູນອິດສະລະສູງ ແລະຊ່ວຍປ້ອງກັນເຊວມະເຮັງໄດ້ອີກດ້ວຍ
  6. ໝາກມັນດ້າງ: ຢູ່ໃນມັນດ້າງມີໄຟເບີ, ວິຕາມິນຊີ ແລະວິຕາມິນເອ, ສານຕ້ານອະນຸມູນອິດສະລະ, ກົດຄາເຟອິກແລ້ວ ຍັງມີການວິໄຈພົບວ່າມີສານຕ້ານມະເຮັງໄດ້ອີກ
  7. ໝາກມັງຄຸດ: ສານສະກັດຈາກມັງຄຸດ ຊ່ວຍໃຫ້ການສ້າງເມັດເລືອດຂາວ TH1 TH17 ທີ່ມີຄຸນສົມບັດຊ່ວຍຕ້ານມະເຮັງໄດ້ເກືອບທຸກຊະນິດ ລວມເຖິງມະເຮັງເຕົ້ານົມນຳອີກ
  8. ໝາກພິລາ: ມີສານຕ້ານອະນຸມູນອິດສະລະຫຼາຍຊະນິດທີ່ມີປະສິດທິພາບສູງ ແລະມີໄຟໂຕນິວທຽນ, ກົດເອລລາຈິກ ເຊິ່ງມີຄຸນສົມບັດຊ່ວຍປ້ອງກັນການປ່ຽນແປງຂອງເຊວໃນຮ່າງກາຍ ແລະຊ່ວຍຢັບຢັ້ງການຂະຫຍາຍຕົວຂອງເຊວທີ່ຜິດປົກກະຕິ ເຊິ່ງມັນອາດກໍ່ໃຫ້ເກີດເປັນມະເຮັງໄດ້ ໂດຍສະເພາະມະເຮັງຜິວໜັງ, ມະເຮັງຕັບ, ມະເຮັງເຕົ້ານົມ, ມະເຮັງຕ່ອມລູກໝາກ ແລະມີສານຕ້ານມະເຮັງປາກມົດລູກໄດ້ອຮກດ້ວຍ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...