spot_img
Homeໜັງໃໝ່The Fate of the Furious (ຫຼື Fast 8) ພົບກັນແນ່ນອນ 2017ນີ້

The Fate of the Furious (ຫຼື Fast 8) ພົບກັນແນ່ນອນ 2017ນີ້

Published on

ຕົວຢ່າງທຳອິດຂອງ The Fate of the Furious (ຫຼື Fast 8) ປ່ອຍອອກມາແລ້ວ ແຟນໆ ດອມ ອາດຕ້ອງໃຈສັ້ນໆ ເພາະພາກນີ້ ດອມ ປ່ຽນໄປ ຈາກເຄີຍມີພາບທີ່ດີມາຕະຫຼອດແຕ່ພາກນີ້ຈະສະແດງດ້ານມືດອອກມາໃຫ້ເຫັນກັນ

ພາກນີ້ມີດາລາດັງເຕັມໄປດ້ວຍຄຸນນະພາບ ເຊັ່ນ: ວິນ ດິເຊລ, ດະເວນ ຈອນ, ເຈສັນ ສະເຕທແທມ,​ຊາຣ໌ລິຊ ເຣຍຣອນ, ໄທຣີສ ກິ໊ບສັນ, ມິເຊລ ຣອດຣິເກຊ, ເຄິຣກ ຣັສເຊລ ແລະ ອີກຫຼາຍຄົນ ເຊິ່ງຮັບຮອງວ່າພາກນີ້ຈະມັນດຸເດືອດຄືກັບພາກທີ່ຜ່ານມາແນ່ນອນ ເຊິ່ງມີແຜນອອກສາຍໃນ ວັນທີ 12 ເມສາ 2017

ເລື່ອງຫຍໍ້ຮູບເງົາເລື່ອງ The Fate of the Furious (ຫຼື Fast 8) ຮູບແບບຂອງເລື່ອງກໍ່ຄ້າຍໆກັບຫຼາຍໆພາກທີ່ຜ່ານມາ ແຕ່ພາກນີ້ຈະແມ່ນເລື່ອງລາວຕໍ່ເນື່ອງກັບພາກທີ່ຜ່ານມາ ດອມ ກັບ ເລດຕີ້ ໄປຮະນິມູນນຳກັນ ຂະນະທີ່ໄບຣອັນ ກັບ ມິອາ ກໍ່ຖອນຕົວຈາກວົງການ ຊາວແກ໊ງທີ່ເຫຼືອກໍ່ໃຊ້ຊີວິດປົກກະຕິຫຼັງຈາກໄດ້ຮັບການອະໄພໂທດໃຫ້ພົ້ນຈາກຄວາມຜິດ ແຕ່ເມືອມີຍິງສາວລຶກລັບມາຫຼອກລວງດອມເຂົ້າສູ່ໂລກຂອງອາຊະຍາກຳ ເຂົາກໍ່ໜີໄປ ແລະ ທໍລະຍົດເພື່ອນໆເຮັດໃຫ້ທັງໝົດຕ້ອງພົບທົດສອບຢ່າງບໍ່ເຄີຍມີມາກ່ອນ ເຊິ່ງເລື່ອງລາວຈະເປັນແນວໃດນັ້ນ ແຟນໆຂອງຮູບເງົາເລື່ອງ The Fate of the Furious (ຫຼື Fast 8) ຕ້ອງອົດໃຈຕິດຕາມໃນປີໜ້າ ແຕ່ຕອນນີ້ເຮົາມາເບິ່ງຕົວຢ່າງຮູບເງົາທຳອິດທີ່ປ່ອຍອອກມາກັນດີກວ່າ.

ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...