spot_img
Homeຂ່າວພາຍ​ໃນ7 ກິລາໃໝ່ທີ່ບັນຈຸເຂົ້າໃນການແຂ່ງຂັນກິລາ ໂອລິມປິກ 2020 ທີ່ ນະຄອນຫຼວງ ໂຕກຽວ ປະເທດ ຍີ່ປຸ່ນ

7 ກິລາໃໝ່ທີ່ບັນຈຸເຂົ້າໃນການແຂ່ງຂັນກິລາ ໂອລິມປິກ 2020 ທີ່ ນະຄອນຫຼວງ ໂຕກຽວ ປະເທດ ຍີ່ປຸ່ນ

Published on

‘ກິລາໂອລິມປິກ 2020’ ທີ່ປະເທດຢີ່ປຸ່ນເປັນເຈົ້າພາບໃນອີກ 4 ປີຕໍ່ໜ້າ ເຊິ່ງເບື້ອງຕົ້ນໄດ້ມີການປະກາດຮັບເອົາກີລາໃໝ່ເຂົ້າຮ່ວມໃນການແຂ່ງຂັນ ມະຫະກຳກິລາໂອລິມປີກ 2020 ເມື່ອວັນທີ 4 ສິງຫາ 2016 ທີ່ຜ່ານມາ ທາງຄະນະກຳມະການໂອລິມປິກໄດ້ຢືນຢັນແລ້ວວ່າ 5 ຊະນິດກິລາໃໝ່ທີ່ຖືກບັນຈຸເຂົ້າໄປໃນໂອລິມປິກ 2020 ທີ່ປະເທດຍີ່ປຸ່ນມີຄື: ເບສບອລ, ປືນໜ້າຜາ, ຄາຣາເຕ້, ກິລາໂຕ້ຄື້ນ ແລະ ສະເກັດບຣອດ ເຊິ່ງກີລາເຫລົ່ານີ້ໄດ້ມີການໂຫວດຢ່າງເອກະສັນຈາກຕົວແທນຫຼາຍປະເທດ

ແລະ ອີງຕາມຂ່າວຈາກ ສຳນັກຂ່າວສານປະເທດລາວໄດ້ເປີດເຜີຍໃນເຟສບຸກເພສ Pathedlao Lao ໃນວັນທີ 11 ທັນວາ 2016ວ່າ ໃນວັນທີ 11/12/2016 ຄະນະກໍາມະມາທິການກິລາໂອລິມປິກສາກົນມີມະຕິຮັບຮອງເອົາ 2 ກິລາໃໝ່ອີກຄື: ເຕັ້ນແຂ່ງກັນ (ເຊັຍລິດເດີ) ແລະ ມວຍໄທຍ.

ສະນັ້ນເຊິ່ງປັດຈຸບັນກໍ່ລວມເປັນ 7 ກີລາໃໝ່ ເພື່ອບັນຈຸເຂົ້າໃນລາຍການແຂ່ງຂັນມະຫະກໍາກິລາໂອລິມລະດູຮ້ອນປີ 2020 ທີ່ ປະເທດຍີ່ປຸ່ນ ເປັນເຈົ້າພາບ.

ແຫລ່ງຂ່າວຈາກ:

  • https://daily.rabbit.co.th
  • ເຟສບຸກ: Pathedlao Lao

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...