ພຽງ 7 ວັນ ເຈົ້າໜ້າທີ່ ປກສ ທົ່ວນະຄອນຫຼວງວຽງຈັນ ສາມາດທັບມ້າງຄະດີໄດ້ 34 ເລື່ອງ

ເຈົ້າໜ້າທີ່ ປກສ ນະຄອນຫຼວງ (ນວ) ໃຫ້ຮູ້ວ່າ: ໃນອາທິດທ້າຍເດືອນພະຈິກ ໃນລະຫວ່າງວັນທີ 23 ຫາ 29 ຜ່ານມານີ້; ທົ່ວ ນວ ມີຄະດີເກີດຂຶ້ນທັງໝົດ 79 ເລື່ອງ ໃນນັ້ນເດັ່ນກວ່າໝູ່ ແມ່ຄະດີລັກຊັບພົນລະເມືອງ, ເຊິ່ງລວມມີ 37 ເລື່ອງ ແລະ ທາງເຈົ້າໜ້າທີ່ສາມາດແກ້ໄຂໄດ້ທັງໝົດ 34 ເລື່ອງ ພ້ອມກັກຕົວຜູ້ຖືກຫາໄດ້ 65 ຄົນ.

ພວກເຮົາຈະສະຫຼຸບບາງຄະດີເດັ່ນດັ່ງນີ້:
– ວັນທີ 24 ພະຈິກ 2016 ໄດ້ມີຄົນຮ້າຍງັດເຮືອນ ນາງ ແວວສະຫວັນ ໄຊຍະຣິວົງ ທີ່ບ້ານໂພນປ່າເປົ້າ ເມືອງສີສັດຕະນາກ ນວ. ຄົນຮ້າຍສາມາດລັກເອົາໄດ້ມີ ໂມງໃສ່ແຂນ 3 ໜ່ວຍ ມູນຄ່າ 2.700 ໂດລາ, ພຣະໂອບຄຳ 2 ອົງ ໜັກ 2 ສະຫຼຶງ, ຂອບຮູບພຣະເຮັດດ້ວຍຄຳ 1 ອັນ ໜັກ 2 ສະຫຼຶງ, ກີ້ສາຍຄໍແກ້ວ 1 ອັນ ມູນຄ່າ 10.000 ບາດ, ສາຍຄຳຂາວ 2 ເສັ້ນ ມູນຄ່າ 25.000 ບາດ, ສານແຂນຄຳຂາວ 2 ເສັ້ນ ມູນຄ່າ 21.000 ບາດ, ກີ້ເພັດ 1 ອັນ ມູນຄ່າ 12.500 ບາດ, ສາຍຄໍຄຳອີຕາລີ 2 ເສັ້ນ ມູນຄ່າ 14.000 ບາດ, ມຸກດຳ 1 ຊຸດ ມູນຄ່າ 12.000 ບາດ, ມຸກຂາວ 1 ຊຸດ ມູນຄ່າ 4000 ບາດ, ຕຸ້ມຫູຄຳ 1 ຄູ່ ໜັກ 5 ຫຸນ ແລະ ສາຍຄໍຄຳ 2 ເສັ້ນ ມູນຄ່າ 14.000 ບາດ.

– ວັນທີ 25 ພະຈິກ 2016 ໄດ້ມີຄົນຮ້າຍລັກງັດຫໍພັກກຳມະກອນຄົນຈີນ ຢູ່ສູນກໍ່ສ້າງວຽງຈັນເຊັນເຕີ ບ້ານໜອງຈັນ ນວ. ຜົນເສຍຫາຍມີເງິນ 2.706 ໂດລາ, 800 ຢວນ.

– ວັນທີ 26 ພະຈິກ 2016 ໄດ້ມີຄົນຮ້າຍງັດຮ້ານຂາຍເຄື່ອງ ນາງ ຄຳວອນ ບ້ານຜາງແຫ້ງ ເມືອງນາຊາຍທອງ ນວ. ຜົນເສຍຫາຍມີ ເງິນ 8.000.000 ກີບ, ສາຍຄໍເງິນໜັກ 1 ບາດ 1ເສັ້ນ. ຕອນສວຍຂອງວັນດຽວກັນນີ້ ເວລາປະມານ 11:00 ໂມງ ໄດ້ມີຄົນຮ້າຍງັດລັກຊັບທີ່ຮ້ານຂາຍກະເປົາ ແລະ ເກີບ ທີ່ບ້ານອຸບມຸງ ເມືອງສີໂຄດຕະບອງ ນວ. ຜົນເສຍຫາຍມີ ຄອມພິວເຕີ ໂນດບຸກ 1ໜ່ວຍ, ກະເປົາ 39 ໜ່ວຍ ລວມມູນຄ່າທັງໝົດ 15.900 ໂດລາ ແລະ ໂມງໃສ່ແຂນອີກ 26 ໜ່ວຍ ມູນຄ່າ 6.500 ໂດລາ. ຕໍ່ມາໃນເວລາ 11:30 ໂມງ ໄດ້ເກີດມີຄົນຮ້າຍງັດລັກຊັບທີ່ຫ້ອງການໄປສະນີ ສາຂາດົງໂດກ ຜົນເສຍຫາຍຄົນຮ້າຍສາມາດລັກໄດ້ເງິນ 8.984.000 ກີບ. ຈາກນັ້ນ ມາຮອດເວລາ 14:10 ໂມງຂອງວັນດຽວກັນ ໄດ້ເກີດເຫດຄົນຮ້າຍງັດລັກຊັບຂອງບໍລິສັດ PS ສົ່ງເສີມກະສິກຳ ແລະ ອຸດສາຫະກຳ ຄົບວົງຈອນອີກ ຜົນເສຍຫາຍແມ່ນລວມທັງໝົດ 300.000.000 ກີບ ແລະ ເງິນບາດ 700.000 ບາດ.

– ວັນທີ 27 ພະຈິກ 2016 ເວລາປະມານ 15:30 ໂມງ ໄດ້ເກີດເຫດຄົນຮ້າຍງັດລັກຊັບຮ້ານຂາຍເຄື່ອງກໍ່ສ້າງຂອງທ້າວ ລັດດາ ທີ່ບ້ານໂຊກນ້ອຍ ຜົນເສຍຫາຍມີ ຄຳຮູບປະພັນໜັກ 3 ບາດ, ແຫວນເພັດ 1 ຄູ່ ສາຍໄຟຟ້າ 1 ໂຄ້ງ ພ້ອມໂທລະສັບມີຖື ອີກ 1 ເຄື່ອງ ແລະ ຍັງມີຫຼາຍເຫດການທີ່ເກີດຂຶ້ນອື່ນໆອີກ.

ເຖິງຢ່າງໃດກໍຕາມ, ບັນຫາດັ່ງກ່າວນີ້ ໃນໄລຍະທີ່ຜ່ານມາ ພາກສ່ວນທີ່ກ່ຽວຂ້ອງ ແມ່ນໄດ້ສຸມໃສ່ແກ້ໄຂ ໂດຍປະຕິບັດຕາມຄຳສັ່ງ ສະບັບ ເລກທີ 27/ນຍ, ລົງວັນທີ 5 ຕຸລາ 2010 ວ່າດ້ວຍການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ.

ຕໍ່ສະພາບການດັ່ງກ່າວມານີ້ ຝາກເຖິງພໍ່-ແມ່ປະຊາຊົນ ຈົ່ງມີສະຕິລະຕົວ, ເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ຢ່າງເຄັ່ງຄັດ ເມື່ອພົບເຫັນສະພາບການ ຫຼື ປະກົດເຫັນເຫດການທີ່ເຫັນວ່າບໍ່ຖືກຕ້ອງ ກໍຕ້ອງມີສະຕິແຈ້ງຕໍ່ອຳນາດການປົກຄອງທີ່ກ່ຽວຂ້ອງໂດຍດວ່ນ ທັງນີ້ ກໍເພື່ອເປັນການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທ້ໍທີ່ຈະເກີດຂຶ້ນ ໃຫ້ທັນເວລາ.

ແຫຼ່ງຂ່າວ: ໜັງສືພິມປ້ອງກັນຄວາມສະຫງົບ.
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!