spot_img
Homeຊີວິດແລະຄວາມຮັກຕົ້ນກຳເນີດຂອງຄວາມເຊື່ອໃນການສວມແຫວນນິ້ວນາງຂ້າງຊ້າຍ ທີ່ຫຼາຍຄົນອາດບໍ່ຮູ້

ຕົ້ນກຳເນີດຂອງຄວາມເຊື່ອໃນການສວມແຫວນນິ້ວນາງຂ້າງຊ້າຍ ທີ່ຫຼາຍຄົນອາດບໍ່ຮູ້

Published on

ໃນຄໍລຳ ຊີວິດ ກັບ ຄວາມຮັກມື້ນີ້ແອັດມິນ ມີຄວາມເຊື່ອເລື່ອງການສວມແຫວນໃສ່ນິ້ວນາງຂ້າງຊ້າຍມາໃຫ້ອ່ານນຳກັນ ເຊິ່ງແອັດມິນໄດ້ໄປອ່ານພົບທີ່ເວັບໄຊໜຶ່ງທີ່ມີ ຊື່ວ່າ ເວັບໄຊ ສະຫຼະໂສດ ເຫັນວ່າບົດດັ່ງກ່າວມັນມີສາລະ ແລະ ກໍ່ຖືກກັບຊ່ວງໄລຍະນີ້ພໍດີ ເພາະເປັນໄລຍະທີ່ຄູ່ຮັກຫຼາຍຄູ່ຈະເຂົ້າສູ່ປະຕູວິວາ ແຕ່ສຳລັບຄົນບໍ່ມີຄູ່ກໍ່ອ່ານໄວ້ເພື່ອເປັນຄວາມໃໝ່

ຕົ້ນກຳເນີດຂອງການສວມແຫວນນິ້ວນາງຂ້າງຊ້າຍໃຫ້ຄົນຮັກແມ່ນມີມາດົນນານກວ່າ 2,800 ປີກ່ອນ ຄ.ສ ໂດຍເປັນຄວາມເຊື່ອຈາກຊາວອີຢິບເຊິ່ງພວກເຂົາມີຄວາມເຊື່ອທີ່ວ່າ ນິ້ວນາງຂ້າງຊາຍຂອງເຮົາມີເສັ້ນເລືອດທີ່ແລ່ນຕົງເຂົ້າສູ່ຫົວໃຈ ແລະ ໄດ້ຕັ້ງຊື່ເສັ້ນເລືອດດັ່ງກ່າວວ່າ “ເວລາ ອະມໍຣິ” ເຊິ່ງເປັນພາສາລາຕິນ ມີຄວາມໝາຍວ່າ: ເສັ້ນເລືອດແຫ່ງຄວາມຮັກ ຈິ່ງໄດ້ມີຄວາມຄິດໃນການສວມແຫວນນິ້ວນາງຂ້າງຊ້າຍ ເພາະເຊື່ອກັນວ່າການສວມແຫວນທີ່ນິ້ວນາງຂ້າງຊ້າຍຈະເຮັດໃຫ້ອຳນາດຂອງຄວາມຮັກແລ່ນຜ່ານເຂົ້າສູ່ຫົວໃຈຂອງຜູ້ທີ່ສວມໃສ່ແຫວນນັ້ນ

ໃນສະໃໝຍຸກກາງຂອງ ຢຸໂຣບ ຊາວຄຣິສ ທີ່ແຕ່ງງານກັນຈະສວມແຫວນຕັ້ງແຕ່ນິ້ວຊີ້, ນິ້ວກາງ ແລະ ນິ້ວນາງຂ້າງຊ້າຍ ເພື່ອລະນຶກເຖິງພຣະບິດາ, ພຣະບຸດ, ພຣະຈິດ ແຕ່ເມື່ອອຳນາດຂອງຄຣິສຕະຈັກເສື່ອມຖອຍລົງ ຄູ່ແຕ່ງງານຈິ່ງເຫຼືອພຽງການສວມແຫວນທີ່ນິ້ວນາງຂ້າງຊ້າຍນິ້ວດຽວ ເມື່ອຍຸກສະໃໝປ່ຽນໄປກໍ່ມີຄວາມເຊື່ອໃໝ່ວ່າ ນິ້ວກາງແທນຕົວຄູ່ສົມຣົດ ນິ້ວໂປ້ແທນພໍ່ແມ່ ນິ້ວຊີ້ແທນພີ່ນ້ອງ ນິ້ວກ້ອຍແທນລູກ ສຸດທ້າຍຄືນິ້ວນາງມີຄວາມໝາຍແທນຄູ່ຊີວິດ

 

ທີ່ມາຈາກ: http://sarasod.com/type-content/why-the-ring-finger-of-the-left/

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...