spot_img
Homeຂ່າວການພັດທະນາລັດຖະບານລາວ ຈັບມືບໍລິສັດ ​ໄມ​ໂຄຣຊອບ ຫັນທິດສູ່ລະບົບດິຈິຕອນ

ລັດຖະບານລາວ ຈັບມືບໍລິສັດ ​ໄມ​ໂຄຣຊອບ ຫັນທິດສູ່ລະບົບດິຈິຕອນ

Published on

ຂປລ, ກະຊວງ​​ໄປສະນີໂທລະຄົມມະນາຄົມແລະ ການສື່ສານ (MPT) ​ໄດ້ຮ່ວມກັບ ບໍລິສັດ ໄມໂຄຣຊອບ (Microsoft) ຈັດສຳມະນາກ່ຽວກັບແນວທາງການບໍລິຫານລັດ ພາຍໃຕ້ຫົວຂໍ້ສ້າງຄວາມເຂັ້ມແຂງໃນການບໍລິຫານລັດ ” ​ເພື່ອແລກປ່ຽນປະສົບການ, ບົດຮຽນກ່ຽວກັບ ວິທີການນຳໃຊ້ປະ​​ໂຫຍດຈາກເຕັກໂນໂລຊີເພື່ອຫັນໄປສູ່ດິຈິຕອນແນ່ໃສ່ສະໜັບສະໜູນ ​​ແລະ ປະກອບສ່ວນ ​​ເຂົ້າໃນການພັດທະນາເສດຖະກິດ-​ສັງຄົມຂອງ ສປປ ລາວ.

ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີໂທລະຄົມມະນາຄົມແລະ ການສື່ສານໄດ້ກ່າວໃນງານສຳມະນາດັ່ງກ່າວໃນວັນທີ 08 ທັນວານີ້ ຢູ່ນະຄອນຫລວງວຽງຈັນວ່າ: ປັດຈຸບັນຄວາມຫລາກຫລາຍຂອງບັນດາໄອທີ ທີ່ມີການພັດທະນາແບບກ້າວກະໂດດ-​ແບບລວມສູນ ຖືເປັນກຸນແຈສຳຄັນໃນການປະກອບສ່ວນ ພັດທະນາເສດຖະກິດ-​ສັງຄົມຂອງຊາດ, ຫັນປະເທດໃຫ້ກາຍເປັນ​​ເສດຖະກິດ-​ສັງຄົມ ດິຈິຕອນ , ງານສຳມະນານີ້ແມ່ນມີສ່ວນຮ່ວມໃນການພັດທະນາໂດຍລວມ , ຮັບປະກັນໃຫ້ມີການບໍລິຫານລັດ ທີ່ທັນສະໄໝແລະ ປັບປຸງວິທີການຈັດຕັ້ງປະຕິບັດ ການຄຸ້ມຄອງບໍລິຫານທັງພາກລັດ-​ເອກະຊົນໃຫ້ມີປະສິດຕິພາບ, ຄຸນນະພາບສູງຂຶ້ນ ພ້ອມຮັບປະກັນການເຂົ້າເຖິງການບໍລິການທີ່ທັນສະໄໝ, ​ເຊິ່ງຕ້ອງໄດ້ສ້າງຂະບວນການ ໃນການຈັດການທີ່ເໝາະສົມແລະ ສິ່ງສຳຄັນແມ່ນການສ້າງໃຫ້ປະຊາຊົນໄດ້ຮູ້ນຳໃຊ້ເຕັກໂນໂລຊີດິຈິຕອນ.

ໃນປີຜ່ານມາ ກະຊວງໄປສະນີໂທລະຄົມມະນາຄົມແລະ ການສື່ສານ ​​ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ກັບບໍລິສັດໄມໂຄຣຊອບແລະ ກະຊວງສຶກສາທິການແລະ ກິລາໃນໂຄງການພັດທະນາການຮຽນຮູ້ ຜ່ານລະບົບອອນລາຍສຳລັບໄວໜຸ່ມເພື່ອນຳໃຊ້ປະໂຫຍຂອງເຕັກໂນໂລຊີການສື່ສານ ຫລືໄອຊີທີ  ເຂົ້າໃນການຮຽນຮູ້ທີມີບັນດາໂປຣແກມແລະ ຫລັກສູດວິຊາຮຽນຕ່າງໆ ທີ່ຈະຊ່ວຍສະໜັບສະໜຸນການຮຽນດ້ານພາສາ, ​ໄອຊີທີແລະ ຄວາມຮູ້ຮອບຕົວໃຫ້ແກ່ນັກຮຽນ-​ໄວໜຸ່ມໃນສະຕະວັດທີ 21.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...