spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ເຈົ້າໜ້າທີ່ເຜີຍ ໄຟໄໝ້ເຮືອນຫ້ອງເຊົ່າຢູ່ບ້ານຫັດສະດີ ອາດຍ້ອນໄຟຟ້າລັດວົງຈອນ

ເຈົ້າໜ້າທີ່ເຜີຍ ໄຟໄໝ້ເຮືອນຫ້ອງເຊົ່າຢູ່ບ້ານຫັດສະດີ ອາດຍ້ອນໄຟຟ້າລັດວົງຈອນ

Published on

fireburning

 

ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ມອດໄຟນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນເວລາປະມານ 19 ໂມງ

ຂອງວັນທີ 29 ກໍລະກົດນີ້ ໄດ້ເກີດເຫດໄຟໄໝ້ເຮືອນເຊົ່າຂອງປະຊາຊົນຢູ່ບ້ານຫັດສະດີ ເມືອງຈັນທະບູລີນະຄອນ

ຫຼວງວຽງຈັນ ທີ່ມີ 6 ຄອບຄົວມາເຊົ່າອາໃສຢູ່ ໄດ້ຮັບຄວາມເສຍຫາຍ, ຂະນະທີ່ຕົ້ນໄຟໄດ້ລຸກໄໝ້ອອກມາຈາກຫ້ອງ

ເຊົ່າຂອງ ທ້າວ ອຳໄຊ ອາ ຍຸ 55 ປີ ອາຊີບຄ້າຂາຍ ແລະ ເຈົ້າໜ້າທີ່ໄດ້ໃຊ້ເວລາເກືອບ 1 ຊົ່ວໂມງ ພ້ອມລົດດັບເພີງ 6

ຄັນ ຈຶ່ງສາມາດຄວບຄຸມໄຟບໍ່ໃຫ້ຂະຫຍາຍອອກເປັນວົງກວ້າງ.

 

ເຈົ້າໜ້າທີ່ໃຫ້ທັດສະນະວ່າ: ສາເຫດຂອງການເກີດອັກຄີໄພ ອາດແມ່ນຍ້ອນໄຟຟ້າລັດວົງຈອນ ເນື່ອງຈາກວ່າ

ເຮືອນຫຼັງດັ່ງກ່າວໄດ້ສ້າງມາແຕ່ປີ 1968 ແລະ ລະບົບສາຍໄຟເກົ່າແກ່ຊຶ່ງອາດຈະເຮັດໃຫ້ເກີດໄຟຊ໋ອດໄດ້ງ່າຍ.

 

ເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນ 6 ເດືອນຕົ້ນປີນີ້ ຢູ່ນະຄອນຫຼວງວຽງຈັນ ມີອັກຄີໄພເກີດຂຶ້ນທັງໝົດ 50 ກວ່າຄັ້ງ, ສົ່ງ

ຜົນເຮັດຮ້ານຂາຍເຄື່ອງ 28 ຮ້ານ, ເຮືອນຫ້ອງແຖວ 10 ຫ້ອງ, ເຮືອນສອງຊັ້ນລຸ່ມກໍ່ເທີງໄມ້ 13 ຫຼັງ, ເຮືອນວິນ

ລາ 7 ຫຼັງ ໄດ້ ຮັບຄວາມເສຍຫາຍ ໂດຍສາເຫດສ່ວນໃຫຍ່ ແມ່ນຍ້ອນໄຟຟ້າລັດວົງຈອນ, ຖັດລົງມາແມ່ນຍ້ອນ

ຈູດປ່າຊະຊາຍ ແລະ ການໄຕ້ທູບທຽນບູຊາ.

 

ຂອບໃຈຂ່າວຈາກ: http://laophatthananews.blogspot.com/2014/07/blog-post_95.html

 

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...