ສົງຄາມກາງເມືອງໃນອູແກຣນ ປະທະເພີ່ມ ຝ່າຍໂດເນດເຜີຍ 5 ເດືອນຕາຍນັບພັນກ່ວາຄົນ!

555229-01

 

ກຸ່ມແບ່ງແຍກດິນແດນໃນອູແກຣນ ປະທະກັບເຈົ້າໜ້າທີ່ທະຫານກອງທັບອູແກຣນ ຕະຫຼອດ 5 ເດືອນ

ຕາຍແລ້ວພັນກ່ວາຄົນ.

 

ສື່ຕ່າງປະເທດລາຍງານວ່າ ເຈົ້າໜ້າທີ່ຂອງໂດເນດ ລະບຸຜ່ານເວັບໄຊຂອງທາງການວ່າ ການຕໍ່ສູ້ກັນໃນ

ພູມີພາກລະຫວ່າງ ທະຫານອູແກຣນ ແລະ ກຸ່ມນັກຮົບຂອງສາທາລະນະລັດປະຊາຊົນໂດເນດ ໃນພື້ນທີ່

ທາງພາກຕາເວັນອອກຂອງອູແກຣນວ່າ 24 ຊົ່ວໂມງກ່ອນໜ້ານີ້ ມີຜູ້ໄດ້ຮັບບາດເຈັບຈາກການປະທະ

ກັນ ແລະ ຖືກສົ່ງເຂົ້າຮັບການຮັກສາທັງໝົດ 31 ຄົນ ແລະ ມີຜູ້ເສຍຊີວິດທັງໝົດ 19 ຄົນ.

 

ຢ່າງໃດກໍຕາມ ໜຶ່ງໃນຫົວໜ້າຂອງກຸ່ມແບ່ງແຍກດິນແດນ (ເຊິ່ງສະຖາປະນາຕົນເປັນສາທາລະນະລັດ

ປະຊາຊົນໂດເນດ) ໄດ້ກ່າວບອກເພີ່ມຕື່ມອີກວ່າ ດ້ວຍເນື່ອງຈາກປະຊາກອນຂອງໂດເນດມີທັງໝົດປະ

ມານ 1 ລ້ານກ່ວາຄົນ ຈາກການສູ້ຮົບກັບລັດຖະບານອູແກຣນມາຕໍ່ເນື່ອງ 5 ເດືອນ ເຮັດໃຫ້ມີຜູ້ເສຍຊີ

ວິດໄປແລ້ວກ່ວາ 1,100 ຄົນ.