spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມສັນຍານເຕືອນພະຍາດຕັບ 13 ຂໍ້ຢ່າລະເລີຍ ເພາະອາດສວຍເກີນປິ່ນປົວ

ສັນຍານເຕືອນພະຍາດຕັບ 13 ຂໍ້ຢ່າລະເລີຍ ເພາະອາດສວຍເກີນປິ່ນປົວ

Published on

 

  1. ອາການຕາເຫຼືອງ: ເກີດຈາກເລືອດມີປະລີມານບິລິຣູບິນຫຼາຍເກີນໄປ ຊຶ່ງເກີດຈາກການທີ່ຕັບທໍາງານໄດ້ບໍ່ສົມບູນ.
  2. ອາການຕາຂາວມີເສັ້ນເລືອດເຂົ້າໄປໃນ: ຫາກມີອາການຕາແດງມີເສັ້ນເລືອດໃນຕາຂາວຢ່າງຊັດເຈນ ໂດຍທີ່ບໍ່ໄດ້ໃຊ້ສາຍຕາຫຼາຍ ຕ້ອງລະຫວັງ ເພາະຫຼາຍເຖິງສະມັດຕະພາບຕັບຫຼຸດລົງ ແລະຕັບທໍາງານໜັກ.
  3. ອາການມີນໍ້າຕາຊຶມຕະຫຼອດເວລາ: ( ຍົກເວັ້ນເວລາມີເລື່ອງເຮັດໃຫ້ເສຍໃຈ ) ຄວນລະວັງ ເພາະດວງຕາຄືປ້ອງຢ້ຽມຂອງຕັ ຫາກຕັບເກີດປັນຫາຈະເຮັດໃຫ້ຕາຂາດນໍ້າຫຼໍ່ລ້ຽງ ເມື່ອຕັບມີປັນຫາດວງຕາຈຶ່ງຕ້ອງຫຼັ່ງນໍ້າຕາອອກມາກວ່າປົກກະຕິ ເຮັດໃຫ້ເກີດພາວະນໍ້າຕາຊຶມຢູ່ຕະຫຼອດ.
  4. ອາການສີໜ້າຄໍ້າໝອງ ມີເສັ້ນເລືອດປູດໂປນຂຶ້ນມາລະຫວ່າງຄີ້ວ ຫຼືຂະມັບ ອາດເປັນສັນຍານວ່າຕັບກໍາລັງທໍາງານຜິດປົກກະຕິ ເພາະຕັບບໍ່ສາມາດກໍາຈັດສານພິດທີ່ຕົກຄ້າງໃນເລືອດໄດ້ຢ່າງເຕັມທີ່ ເຮັດໃຫ້ເລືອດຂຸ້ນ ໄຫຼວຽນໄດ້ບໍ່ດີສົ່ງຜົນໃຫ້ຜິວໜ້າຄໍ້າໝອງ
  5. ອາການຫຼອດເລືອດດໍາໃຕ້ໂຄນລິ້ນຂອດ: ຫາກມີລັກສະນະສີຄໍ້າຜິດປົກກະຕິ, ໂປງ ແລະຄົດງໍຜິດປົກກະຕິ ອາດເປັນສັນຍານເຕືອນກ່ຽວກັບສຸຂະພາບວ່າລະບົບໝຸນວຽນຂອງເລືອດອາດມີປັນຫາ ແລະອາດມີຕົ້ນຕໍມາຈາກຕັບ.
  6. ອາການເລັບອ່ອນຫັກງ່າຍ: ນັ້ນອາດມີເຫດມາຈາກຮ່າງກາຍຂາດທາດເຫຼັກ ອາດມີຄວາມສ່ຽງເປັນພະຍາດໂລຫິດຈາງ ຫຼືອາດເປັນສາເຫດຈາກຕັບມີສະມັດຕະພາບໃນການທໍາງານຫຼຸດລົງ ແະລສົ່ງຜົນໃຫ້ສານອາຫານໃນເລືອດຫຼຸດລົງດ້ວຍ.
  7. ອາການເຫືອກມີເລືອດອອກ: ອາດມີສາເຫດເນື່ອງຈາກພະຍາດເຫືອກ ແລະຕ້ອງລະວັງເພາະອາດເປັນສັນຍານເຕືອນທີ່ບອກວ່າຕັບເກີດຄວາມຜຜິດປົກກະຕຈາກພາວະຕັບອັກເສບ ຫຼືຕັບແຂງ ຄວນໄປພົບແພດໝໍ
  8. ອາການອ່ອນເພຍເປັນປະຈໍາ: ອາດມີສາເຫດຈາກພາວະຕັບອັກເສບ ນອກຈາກນີ້ການອ່ອນເພຍຢ່າງຮຸນແຮງເປັນອາການຂອງຜູ້ທີ່ເປັນພະຍາດມະເຮັງຕັບໄລຍະສຸດທ້າຍ
  9. ອາການເຈັບທ້ອງໂດຍບໍ່ຮູ້ສາເຫດ: ຫາກມີອາການເຈັບທ້ອງຕະຫຼອດ ແຕ່ແພດໝໍກໍບໍ່ຮູ້ສາເຫດ ໃຫ້ຕັ້ງຂໍ້ສົງໄສວ່າ ຕັບອາດມີປັນຫາ ຫຼືອາດເປັນອາການເຕືອນຂອງມະເຮັງໃນທໍ່ນໍ້າບີ ແລະມະເຮັງຕັບ.
  10. ອາການປາຍດັງແດງ: ຫາກມີອາຫານປາຍດັງແດງໃຫ້ຢຸດດື່ມແອວກໍຮໍທັນທີ ນັ້ນອາດເປັນສັນຍານເຕືອນທີ່ຕັບກໍາລັງບອກວ່າ ຕັບກໍາລັງທໍາງານໜັກເກີນໄປແລ້ວ.
  11. ອາການປັດສະວະເປັນສີຄໍ້າ, ມີຜິວເຫຼືອງ ເປັນພາວະຂອງພະຍາດບີ ຊຶ່ງມີສາເຫດມາຈາກພະຍາດຕັບ ແລະຕັບອັກເສບ.
  12. ອາການເບື່ອອາຫານ, ປັ່ນໄສ້, ປວດຮາກ ເມື່ອຕັບມີປະສິດທິພາບໃນການທໍາງານຫຼຸດລົງ ກໍເຮັດໃຫ້ຕັບບໍ່ສາມາດເຜົາຜານສານອາຫານໄດ້ ເຮັດໃຫ້ອາຫານທີ່ກິນລົງໄປບໍ່ຍ່ອຍ ຈຶ່ງເກີດມີອາການດັ່ງກ່າວ ແລະການເບື່ອອາຫານອາດເປັນອາການເບື້ອງຕົ້ນຂອງຜູ້ທີ່ເປັນພະຍາດມະເຮັງ.
  13. ອາການທ້ອງໃຫ້ ແລະຕີນບວມ ເມື່ອສະມັດຕະພາບຂອງຕັບຫຼຸດລົງ ການດູດຊຶມຂອງແຫຼວຈຶ່ງເຮັດໄດ້ບໍ່ດີ ເຮັດໃຫ້ຂອງແຫຼວຊຶເຂົ້າສູ່ຊ່ອງທ້ອງ ແລະຕີນ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...