spot_img
Homeຂ່າວເຫດການປະທານ ສນຊ ຮ່ວມຫລິ້ນບຸນກິນຈຽງ ແລະ ຢ້ຽມຢາມ ເຮັດວຽກຢູ່ແຂວງຊຽງຂວາງ

ປະທານ ສນຊ ຮ່ວມຫລິ້ນບຸນກິນຈຽງ ແລະ ຢ້ຽມຢາມ ເຮັດວຽກຢູ່ແຂວງຊຽງຂວາງ

Published on

ໃນລະຫວ່າງ ວັນທີ 5-6 ທັນວາຜ່ານມານີ້ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສູນ ກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະນຳ ສນຊ ແລະ ຄະນະນຳ 3 ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ ແລະ ສາຂານະຄອນຫຼວງວຽງຈັນ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊຽງຂວາງ  ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ສົມກົດ ມັງໜໍ່ເມກ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຊຽງຂວາງ ພ້ອມດ້ວຍຄະນະນຳຂັ້ນແຂວງ.

ໃນວາລະການເຄື່ອນໄຫວຢູ່ແຂວງຊຽງຂວາງ ທ່ານ ປະທານ ສນຊ ພ້ອມດ້ວຍຄະນະ ໄດ້ເຂົົ້າຮ່ວມພິທີສະເຫຼີມສະຫຼອງບຸນປະເພນີກິນຈຽງ (ນໍ ເປເຈົ່າ) ປີໃໝ່ຂອງເຜົ່າມົ້ງ 2016-2017 ຊຶ່ງຈັດຂຶ້ນປີລະຄັ້ງ, ຫຼັງຈາກນັ້ນ ທ່ານຍັງໄດ້ ຢ້ຽມຢາມສູນຝຶກອົບຮົມວິຊາ ຊີບຂອງສະຫະພັນແມ່ຍິງແຂວງ, ຢ້ຽມຢາມ-ມອບເຄື່ອງກັນໜາວ ແລະ ພົບປະໂອ້ລົມພໍ່ແມ່ປະຊາຊົນ ແລະ ຄອບຄົວຕົວແບບ ໃນການລ້ຽງປາຂາຍເປັນສິນຄ້າ ຢູ່ບ້ານໜອງນ້ຳ ຊຶ່ງສາມາດສ້າງລາຍຮັບໃຫ້ຄອບຄົວໄດ້ 130 ລ້ານກ່ວາກີບຕໍ່ປີ ແລະ ຢ້ຽມຢາມຕົວແບບກອງທຶນພັດທະນາຂັ້ນບ້ານ, ບ້ານສີພົມ ເມືອງຄູນ ຈາກນັ້ນ, ຍັງໄດ້ໄປວາງກະຕ່າດອກໄມ້ຢູ່ອະນຸສອນສະຖານ ປະທານ ໄກສອນ ພົມວິຫານ ເພື່ອເປັນການລະນຶກເຖິງຄຸນງາມຄວາມດີຂອງນັກຮົບປະຕິວັດ ທີ່ໄດ້ອຸທິດຕົນເພື່ອປົດປ່ອຍປະເທດຊາດ ແລະ ທັງເປັນການລະນຶກວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 96 ປີ. ພ້ອມກັນນີ້, ທ່ານຍັງໄດ້ພົບປະໂອ້ລົມການນຳຂັ້ນແຂວງ, ກຳມະການແນວລາວສ້າງຊາດອ້ອມຂ້າງແຂວງ, ຜູ້ຊົງຄຸນວຸດທິ, ພະນັກງານແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ພະນັກງານທີ່ກ່ຽວຂ້ອງຈຳນວນໜຶ່ງອີກດ້ວຍ.

 

ແຫລ່ງຂ່າວ:

ປຊຊ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...