Homeອຸບັດເຫດແລະປາກົດການຫຍໍ້ທໍ້4 ວັນຜ່ານມາ ຢູ່ນະຄອນຫລວງວຽງຈັນ ມີຜູ້ເສຍຊີວິດຈາກອຸປະຕິເຫດ 3 ຄົນ

4 ວັນຜ່ານມາ ຢູ່ນະຄອນຫລວງວຽງຈັນ ມີຜູ້ເສຍຊີວິດຈາກອຸປະຕິເຫດ 3 ຄົນ

Published on

ນັບແຕ່ວັນທີ 1-4 ທັນວາຜ່ານມານີ້, ທົ່ວນະຄອນຫລວງວຽງຈັນ ມີອຸປະຕິເຫດເກີດຂຶ້ນຫລາຍກວ່າ 30 ກໍລະນີ, ສົ່ງຜົນໃຫ້ມີຜູ້ເສຍຊີວິດ 3 ຄົນ ແລະ ໄດ້ຮັບບາດເຈັບຫລາສິບຄົນ, ຊຶ່ງອຸປະຕິເຫດສ່ວນໃຫຍ່ແມ່ນມັກເກີດໃນຍາມຄ່ຳຄືນ.

ເຈົ້າໜ້າທີ່ຈະລາຈອນ ນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ຄືນວັນທີ 3 ທັນວາຜ່ານມານີ້, ມີອຸປະຕິເຫດເກີດຂຶ້ນຫລາຍກໍລະນີ, ແຕ່ໃນນັ້ນ ມີ 2 ກໍລະນີທີ່ສົ່ງຜົນໃຫ້ມີຜູ້ເສຍຊີວິດຄາທີ່ຄື: ເວລາປະມານ 1:45 ໂມງຂອງວັນດັ່ງກ່າວ, ຢູ່ເຂດບ້ານນ່າງ່າ, ເມືອງນາຊາຍທອງ ໄດ້ເກີດອຸປະຕິເຫດ ລົດໃຫຍ່ຕຳກັບລົດຈັກຢ່າງແຮງ ສົ່ງຜົນໃຫ້ທ້າວ ຄຳຫລ້າ ອາຍຸ 47 ປີ, ຢູ່ບ້ານພັດທະນາ, ເມືອງນາຊາຍທອງ ຜູ້ຂັບຂີ່ລົດຈັກເສຍຊີວິດຄາທີ່ ແລະ ເມື່ອເວລາ 17:00 ໂມງຂອງວັນດຽວກັນ, ຢູ່ເຂດບ້ານດ່ານຊ້າງ, ເມືອງໄຊທານີ, ໄດ້ເກີດເຫດລົດຈັກຕຳກັບລົດຖີບຢ່າງແຮງ ສົ່ງຜົນໃຫ້ນາງ ບູທູຮຽງ (ສັນຊາດຫວຽດນາມ) ອາຍຸ 27 ປີ, ພັກເຊົາຢູ່ບ້ານໂນນສະຫວ່າງ, ເມືອງໄຊເສດຖາ ຜູ້ຂັບຂີ່ລົດຖີບເສຍຊີວິດຄາທີ່ ແລະ ໃນຄືນຂອງວັນທີ 4 ທັນວານີ້, ຢູ່ເຂດບ້ານດົງຄຳຊ້າງ, ເມືອງຫາດຊາຍຟອງ, ໄດ້ເກີດເຫດລົດຈັກຕຳລົດຈັກພາໃຫ້ທ້າວ ບຸນມີ ອາຍຸ 26 ປີ, ຢູ່ບ້ານໂນນຫວາຍ, ເມືອງໄຊເສດຖາ ເສຍຊີວິດໃນທີ່ສຸດ. ເຈົ້າໜ້າທີ່ ເວົ້າວ່າ: ອຸປະຕິເຫດສ່ວນໃຫຍ່ແມ່ນເກີດຈາກນັກຂັບຂີ່ຂາດສະຕິ, ປະໝາດ ແລະ ບໍ່ເຂັ້ມງວດເຄົາລະບຽບຈະລາຈອນ, ໂດຍສະເພາະແມ່ນເກີດຈາກການເມົາແລ້ວຂັບຂີ່ພາຫະນະ ສົ່ງຜົນໃຫ້ມີຜູ້ໄດ້ຮັບບາດເຈັບ ແລະ ເສຍຊີວິດຕາມມາ.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...