spot_img
Homeຂ່າວພາຍ​ໃນກອງປະຊຸມສຸດຍອດຊາວໜຸ່ມຈີນ-ອາຊຽນຄັ້ງທຳອິດ

ກອງປະຊຸມສຸດຍອດຊາວໜຸ່ມຈີນ-ອາຊຽນຄັ້ງທຳອິດ

Published on

ກອງປະຊຸມສຸດຍອດຊາວໜຸ່ມຈີນ-ອາຊຽນຄັ້ງທຳອິດ ໃນຫົວຂໍ້ “ເຕົ້າໂຮມກຳລັງຊາວໜຸ່ມ, ລົງເລິກການຮ່ວມມືທີ່ຕິດແທດຕົວຈິງລະຫວ່າງຈີນ-ອາຊຽນ” ໄດ້ໄຂຂຶ້ນຢູ່ມະຫາວິທະຍາໄລປັກກິ່ງ ໃນວັນທີ 2-4 ທັນວາ ທີ່ຜ່ານມາ
ກອງປະຊຸມທີ່ດຳເນີນເປັນເວລາ 2 ວັນ ມີຜູ້ແທນນັກສຶກສາທີ່ເຂົ້າຮ່ວມປະຊຸມ ໄດ້ສົນທະນາ ແລະ ແລກປ່ຽນກັນກ່ຽວກັບບັນຫາພາກພື້ນທີ່ສຳຄັນລະຫວ່າງຈີນ-ອາຊຽນ ທີ່ໃຫ້ຄວາມສົນໃຈຮ່ວມກັນ ດ້ວຍຮູບການປາຖະກະຖາຫົວຂໍ້ສະເພາະ, ການສຳມະນາ, ການຈັດກອງປະຊຸມຈຳລອງ ແລະ ກິດຈະກຳວັດທະນະທຳ.%e0%ba%81%e0%ba%ad%e0%ba%87%e0%ba%9b%e0%ba%b0%e0%ba%8a%e0%ba%b8%e0%ba%a1%e0%ba%a1%e0%ba%a1

 

ໃນໂອກາດກ່າວປາໄສ, ຜູ້ຊົງຄຸນວຸດທິທີ່ເຂົ້າຮ່ວມປະຊຸມຫວັງໃຫ້ນັກສຶກສາຊາວໜຸ່ມທີ່ໄດ້ເຂົ້າຮ່ວມກອງປະຊຸມຈົ່ງປະສານງານກັບສະຖານະການຂອງສາກົນ ແລະ ພາກພື້ນ, ຕັ້ງໜ້າຄົ້ນຄວ້າ, ປະກອບຄຳຄິດຄຳເຫັນ, ເພື່ອເພີ່ມຄວາມເຂົ້າໃຈແລະ ຄວາມໄວ້ເນື້ອເຊື່ອໃຈກັນ, ສ້າງໃຫ້ເກີດຄວາມເປັນເອກະພາບກັນ ເພື່ອເສີມຂະຫຍາຍບົດບາດທີ່ຕັ້ງໜ້າຊຸກຍູ້ການສົ່ງເສີມສາຍພົວພັນລະຫວ່າງຈີນກັບອາຊຽນຢ່າງຕໍ່ເນື່ອງ.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...