spot_img
Homeຂ່າວເຫດການສະຫາຍເລຂາທິການໃຫຍ່ ຈູມມາລີ ໄຊຍະສອນ ຢ້ຽມຢາມ ສປ ຈີນ

ສະຫາຍເລຂາທິການໃຫຍ່ ຈູມມາລີ ໄຊຍະສອນ ຢ້ຽມຢາມ ສປ ຈີນ

Published on

choummaly

 

ພັກກອມ​ມູນິດ​ຈີນ, ປະທານ​ປະ​ເທດແຫ່ງສາທາລະນະ​ລັດປະຊາຊົນ​ຈີນ, ສະຫາຍ ຈູມ​ມາລີ ​ໄຊ​ຍະ​ສອນ ​ເລຂາທິການ​ໃຫຍ່

ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ປະທານ​ປະ​ເທດແຫ່ງສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ

ພ້ອມ​ພັນ​ລະ​ຍາ ​ໄດ້​ດຳ​ເນີນ​ການ​ຢ້ຽມຢາມ ສປ ຈີນ ​ແຕ່​ວັນ​ທີ 27- 29 ກໍລະກົດ 2014 ​ໂດຍ​ໄດ້​ຮັບ​ການຕ້ອນຮັບ​ຢ່າງ​ອົບ​ອຸ່ນ

​ແລະ ສົມ​ກຽດ​ຈາກເລຂາທິການ​ໃຫຍ່ ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະທານ​ປະ​ເທດ ແຫ່ງສາທາລະນະ​ລັດ

ປະຊາຊົນ​ຈີນ ພ້ອມ​ການ​ນຳ​ພັກ, ລັດຖະບານ ​ແລະ ປະຊາຊົນ​ຈີນ.

 

ໃນ​ໄລຍະ​ການ​ຢ້ຽມຢາມ, ສະຫາຍ ຈູມ​ມາລີ ​ໄຊ​ຍະ​ສອນ ໄດ້​ພົບ​ປະ​ກັບ ສະຫາຍ ສີ​ຈິນຜິ​ງ ແລະ ສະຫາຍ ຫວາງ​ສີ​ຊານ ຄະນະ​ປະ

ຈຳ​ກົມ​ການ​ເມືອງ​ສູນກາງ​ພັກ, ປະທານ​ຄະນະ​ກຳມະການ​ກວດ​ກາລະ​ບຽບວິ​ໄນ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ​ເຊິ່ງ​ໄດ້​ດຳ​ເນີນ​ໄປ

​ດ້ວຍ​ໄມຕີ​ຈິດ​ມິດຕະພາບ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ, ສອງ​ຝ່າຍ​ໄດ້​ແຈ້ງ​ໃຫ້​ກັນຊາ​ບກ່ຽວ​ກັບ​ສະພາບ​ການ​

ທີ່​ພົ້ນ​ເດັ່ນ​ຂອງ​ແຕ່​ລະ​ພັກ, ​ແຕ່ລະ​ປະ​ເທດ, ພ້ອມ​ກັນ​ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ນຳ​ກັນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ການ​ພົວພັນ​ຮ່ວມ

​ມື​ລະຫວ່າງ​ສອງ​ພັກ, ສອງ​ລັດ​ໃນ​ໄລຍະ​ທີ່​ຜ່ານ​ມາ ໂດຍ​ສະ​ເພາະ​ວຽກ​ງານ​ກວດກາ​ພັກ, ລັດ, ວຽກ​ງານ​ສະກັດ​ກັ້ນ ແລະ ຕ້ານ​

ການ​ສໍ້​ລາດ​ບັງ​ຫຼວງ. ​ໃນ​ການ​ພົບ​ປະ​ສອງ​ຝ່າຍ​ມີ​ຄວາມ​ເປັນ​ເອກະ​ພາບ​ກັນ​ກ່ຽວ​ກັບ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ແບບ​ຄູ່

​ຮ່ວມ​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ ສປປ ລາວ ​ແລະ ສປ ຈີນ ​ໃນຕໍ່ໜ້າ; ​ແລກປ່ຽນ​ທັດສະນະ​ຕໍ່​ບັນຫາ​ພາກພື້ນ ​ແລະ ສາກົນ

​ຈຳນວນ​ໜຶ່ງ​ທີ່​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈ.

 

ສອງ​ຝ່າຍ​ເຫັນ​ດີ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກະສິກຳ​ທັນ​ສະ​ໄໝ, ພະລັງງານ, ​ໄຟຟ້າ​ນ້ຳຕົກ, ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ຍົກ​

ສູງ​ການ​ຮ່ວມ​ມື​ແບບ​ຮູບ​ປະ​ທຳ, ​ເພີ່ມ​ທະວີ​ການ​ຮັກສາ​ຄວາມ​ປອດ​ໄພ ​ແລະ ການ​ລາດຕະ​ເວນ​ຮ່ວມ​ຕາມ​ລຳ​ແມ່ນ້ຳຂອງ ກໍ​ຄື​ການ​

ຄຸ້ມ​ຄອງ​ຊາຍ​ແດນ; ຮ່ວມ​ກັນ​ປາບ​ປາມ​ລັດທິ​ກໍ່​ການ​ຮ້າຍ ​ແລະ ອາຊະຍາ​ກຳ​ຂ້າມ​ຊາດ; ຮ່ວມ​ມື​ກັນ​ຢ່າງ​ຕັ້ງໜ້າ​ແລກປ່ຽນ​ໃນ​ຂົງ

​ເຂດ​ວັດທະນະທຳ, ສຶກສາ, ​ໄວ​ໜຸ່ມ ​ແລະ ຂົງ​ເຂດ​ອື່ນໆ, ຊຸກຍູ້​ເຂດ​ຊາຍ​ແດນ​ໃຫ້​ມີ​ການ​ພັດທະນາ​ໄປ​ພ້ອມໆ​ກັນ. ຝ່າຍ​ຈີນ​ຍິນ​ດີ​ຮ່ວມ​

ກັບ​ຝ່າຍ​ລາວ​ສືບຕໍ່​ຮັກສາ​ການ​ຕິດຕໍ່ ​ແລະ ປະສານ​ງານ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ຂົງ​ເຂ​ດພາກພື້ນ ແລະ ສາກົນ, ພ້ອມ​ກັນ​ຊຸກຍູ້​ສາຍ

​ພົວພັນຈີນ-ອາ​ຊຽນ ​ໃຫ້​ຂະຫຍາຍຕົວ​ຢ່າງ​ແຂງ​ແຮງ​ເພື່ອ​ສັນຕິພາບ, ຄວາມ​ໝັ້ນຄົງ ​ແລະ ການ​ພັດທະນາ.

 

ໃນ​ການ​ຢ້ຽມຢາມ ສປ ຈີນ ຄັ້ງນີ້, ສະຫາຍ ຈູມ​ມາລີ ​ໄຊ​ຍະ​ສອນ ພ້ອມ​ຄະນະ ​ໄດ້​ເຫັນ​ປະຈັກ​ຕາ​ຜົນສຳ​ເລັດ​ອັນ​ໃຫຍ່​ຫລວງ ແລະ ຮອບ

ດ້ານ​ທີ່​ປະຊາຊົນ​ຈີນ​ອ້າຍ​ນ້ອງ​ຍາດ​ມາ​ໄດ້​ພາຍ​ໃຕ້​ການ​ນຳພາ​ອັນ​ຖືກຕ້ອງ ​ແລະ ສະຫລາດ​ສ່ອງ​ໃສ​ຂອງ​ພັກ​ກອມ​ມູນິດ​ຈີນ​ໃນ​ການ​ສ້າງ

ສາ​ປະ​ເທດ​ຊາດ​ຕາມ​ເສັ້ນທາງ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ສະ​ເພາະ​ຂອງ​ຈີນ ​ແລະ ໄດ້​ຢ້ຽມຢາມ​ພື້ນຖານ​ການ​ປົກຄອງ ​ແລະ ການ​ກໍ່ສ້າງ​ພັກ

ຂັ້ນຮາກ​ຖານ​ຈຳນວນ​ໜຶ່ງ​ຢູ່​ນະຄອນຫລວງ​ປັກ​ກິ່ງ​ນຳ​ອີກ.

 

ສະຫາຍ ຈູມ​ມາລີ ​ໄຊ​ຍະ​ສອນ ​ແລະ ສະຫາຍ ສີ​ຈິນຜິ​ງ ຍັງ​ໄດ້​ເຂົ້າຮ່ວມ​ເປັນ​ສັກຂີ​ພະຍານ​ໃນ​ພິທີ​ເຊັນ​ເອກະສານ​ຮ່ວມ​ມື​ສອງ​ຝ່າຍ​ຈຳນວນ

​ໜຶ່ງ.

 

ໃນ​ການ​ຢ້ຽມຢາມ​ຄັ້ງນີ້ ຍັງ​ມີ ສະຫາຍ ທອງ​ລຸນ ສີ​ສຸ​ລິດ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຮອງ​ນາຍົກລັດຖະມົນຕີ, ຫົວໜ້າ​ຄະນະ​

ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ, ສະຫາຍ ສົມ​ສະຫວາດ ​ເລັ່ງສະຫວັດ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຮອງ​ນາຍົກລັດຖະມົນຕີ,

ປະທານ​ຄະນະ​ກຳມາ​ທິການ​ຮ່ວມ​ມື ລາວ-ຈີນ, ສະຫາຍ ບຸນ​ທອງ ຈິດ​ມະນີ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ປະທານ​ຄະນະ​ກວດ

ກາ​ສູນ​ກາງ​ພັກ, ປະທານ​ອົງການ​ກວດກາ​ແຫ່ງ​ລັດພ້ອມ​ພະນັກງານ​ທີ່​ກ່ຽວຂ້ອງ​ຈຳນວນ​ໜຶ່ງ.

 

ຂອບໃຈຂ່າວຈາກ: http://laophatthananews.blogspot.com/2014/07/blog-post_27.html

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...