ຈີນເຂັ້ມ ສອບອະດີດຫົວໜ້າຮັກສາຄວາມໝັ້ນຄົງ ຖານລະເມີດວິໄນຮ້າຍແຮງ

554963-01

 

ທາງການຈີນສັ່ງໃຫ້ມີການສອບສວນອະດີດຫົວໜ້າຄວາມໝັ້ນຄົງ ໃນຂໍ້ຫາສົງໄສລະເມີດວິໄນຮ້າຍແຮງ

ຕາມທີ່ຖືກຮຽກຮ້ອງໃນສື່ສັງຄົມອອນລາຍຂອງຈີນ.

 

ສື່ຕ່າງປະເທດລາຍງານວ່າ ທາງການຈີນສັ່ງສອບສວນທ່ານ Zhou Yongkang ອະດີດຫົວໜ້າດ້ານສະຖາ

ບັນຕຳຫຼວດ ແລະ ຄວາມໝັ້ນຄົງຂອງປະເທດ ທີ່ຕົກເປັນຜູ້ຕ້ອງສົງໄສລະເມີດວິໄນຮ້າຍແຮງ ກ່ຽວກັບ

ການກວາດລ້າງຜູ້ກະທຳຜິດ ຕະຫຼອດເວລາການເຮັດວຽກຂອງເຂົາ ກ່ອນທີ່ຈະກະສຽນອອກຮັບບຳນານ

ເມື່ອປີ 2012 ທີ່ຜ່ານມາ.

 

ໂດຍການສອບສວນນີ້ ມີຂຶ້ນຫຼັງການໄດ້ຮັບໜັງສືຮ້ອງຮຽນຈາກສື່ສັງຄົມອອນລາຍຂອງຈີນ ທີ່ມີການ

ເຄື່ອນໄຫວຂໍໃຫ້ກວດສອບບຸກຄົນທີ່ມີຊື່ສຽງຄົນດັ່ງກ່າວ ເມື່ອເດືອນທີ່ຜ່ານມາ.

 

ຢ່າງໃດກໍຕາມ ທ່ານ Zhou Yongkang ຈະກາຍເປັນຜູ້ທີ່ມີຕຳແໜ່ງສູງສຸດ ທີ່ຖືກກ່າວຫາກ່ຽວກັບການ

ສໍ້ລາດບັງຫຼວງຢ່າງເປັນທາງການ ໃນປະຫວັດສາດຂອງຈີນ.