spot_img
Homeຂ່າວພາຍ​ໃນຮອງນາຍົກ ລົງຊຸກຍູ້ການເກັບລາຍຮັບຢູ່ ແຂວງຄຳມ່ວນ

ຮອງນາຍົກ ລົງຊຸກຍູ້ການເກັບລາຍຮັບຢູ່ ແຂວງຄຳມ່ວນ

Published on

ໃນວັນທີ 1 ທັນວາ 2016 ຜ່ານມາ ທ່ານ ສົມດີ ດວງດີ ຮອງນາຍົກ ລັດຖະມົນຕີ ລັດຖະມົນຕີກະຊວງການເງິນພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມເຄື່ອນໄຫວຊຸກຍູ້ການຈັດເກັບລາຍຮັບເຂົ້າງົບປະມານຢູ່ ແຂວງ ຄຳມ່ວນ, ໂດຍມີ ທ່ານ ໂອໄດ ສຸດາພອນ ເຈົ້າແຂວງໆ ຄຳມ່ວນ, ມີພະແນກການເງິນແຂວງຄຳມ່ວນ ແລະບໍລິຄຳໄຊ, ຂະແໜງການກ່ຽວຂ້ອງອ້ອມຂ້າງແຂວງເຂົ້າຮ່ວມ.
ໃນພິທີຕາງໜ້າພະແນກການເງິນ ຂອງແຂວງຄຳມ່ວນ ແລະແຂວງບໍລິຄຳ ໄຊ ໄດ້ຜັດປ່ຽນກັນຂຶ້ນລາຍງານສະພາບ ການຈັດຕັ້ງປະຕິບັດວຽກງານການຈັດຕັ້ງພະນັກງານ ແລະການປະຕິບັດແຜນງົບປະມານແຫ່ງລັດ ສົກປີ 2015-2016 ແລະທິດທາງ ແຜນການໄລຍະຂ້າມຜ່ານ 3 ເດືອນທ້າຍ ປີ 2016 ແລະທິດທາງແຜນການປີ 2017 ໃຫ້ທ່ານຮອງນາຍົກໄດ້ຮັບຊາບ ສະເພາະແຂວງຄຳມ່ວນ ທ່ານ ຄຳສິງ ໄຊຍະສິດ ຫົວໜ້າຫ້ອງການຈັດ ຕັ້ງບໍລິຫານພະແນກການເງິນແຂວງໄດ້ລາຍງານໂດຍຫຍໍ້ໃຫ້ຮູ້ວ່າ ໃນສົກງົບປະມານປີ 2015-2016 ແຜນງົບປະມານລາຍຮັບຂອງແຂວງຄຳມ່ວນໄດ້ຮັບທັງພູດຂອງ ສູນກາງ ແລະທ້ອງຖິ່ນມີທັງໝົດ 604.7 ຕື້ກວ່າກີບ, ໃນນີ້ ລາຍຮັບສູນກາງ 300 ຕື້ກວ່າກີບ, ທຽບໃສ່ແຜນປີ  2014-2015 ເພີ່ມຂຶ້ນ 10-15% ລາຍຮັບທ້ອງຖິ່ນມີ 294,6 ຕຶ້ກີບ, ທຽບໃສ່ແຜນການປີ 2014-2015 ຫຼຸດລົງ 1,62%, ດ້ານລາຍຈ່າຍງົບປະມານມີ ທັງໝົດ 562,4  ຕື້ກວ່າກີບ, ທຽບໃສ່ປີ  2014-2015 ເພີ່ມຂຶ້ນ 7,66% ຜ່ານການຈັດຕັ້ງປະຕິບັດຕົວຈິງເຫັນວ່າ ແຂວງຄຳມ່ວນມີຄວາມຫຍຸ້ງຍາກຫຼາຍ ພໍສົມຄວນໃນຂອດການຂຸດຄົ້ນລາຍຮັບ ເຂົ້າງົບປະມານທັງລາຍຮັບສູນກາງ ແລະທ້ອງຖິ່ນ ປະຕິບັດໄດ້ພຽງແຕ່ 468,9 ຕື້ກວ່າກີບ ຫຼື ເທົ່າກັບ 83,37% ຂອງແຜນປີ, ທຽບໃສ່ສົກປີ 2014-2015 ເຫັນໄດ້ ວ່າລາຍຮັບມີການຫຼຸດລົງ 3.69% ຫລືເທົ່າກັບ 17,9 ຕື້ກວ່າກີບ.

ສາເຫດທີ່ພາໃຫ້ຫຼຸດລົງແມ່ນມາຈາກລາຍຮັບຈາກການຂາຍໄມ້ຕາມ ໂກຕ້າ, ການຂາຍໄມ້ຢຶດ (ພູດສູນກາງ) ຫຼຸດລົງ, ລາຍຮັບຈາກດ່ານພາສີສາກົນ ຂົວມິດຕະພາບ III, ລາຍຮັບຈາກຄ່າທຳນຽມວີຊາອາກອນ ແລະລາຍຮັບສ່ວຍສາອາກອນກໍ່ມີການຫຼຸດລົງ, ເຊັ່ນດຽວກັນນັ້ນ ດ້ານລາຍຈ່າຍງົບປະມານປະຕິບັດ ໄດ້ 517 ຕື້ກວ່າກີບເທົ່າກັບ 91,93% ຂອງແຜນການປີ.

ໃນໂອກາດດຽວກັນ ທ່ານ ສົມດີ ດວງດີ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ກັບຜົນງານທີ່ຍາດມາໄດ້ແຕ່ຄຽງຄູ່ກັນນັ້ນ ຍັງຈະໄດ້ເອົາໃຈໃສ່ຕື່ມເບິ່ງຄືນ ໃນການສະຫລຸບປະຕິບັດ ແຜນງົບປະມານສົກປີ 2015-2016 ໃຫ້ສຳເລັດ, ດ້ານລາຍຮັບອາກອນທີ່ຫຼຸດລົງ ຄວນຫາວິທີແກ້ໄຂໃຫ້ຖືກຈຸດດ້ານ ໜີ້ສິນ, ການຈ່າຍເງິນເດືອນພະນັກງານ, ກວດກາຄືນການຊັກຊ້າ, ເມືອງໃດ, ຂົງເຂດໃດທີ່ຍັງບໍ່ທັນໄດ້ໃຊ້ບັດ ATM, ເລື່ອງໄມ້ໃຫ້ຮີບຮ້ອນກວດກາຄືນສ່ວນໃດເປັນຂອງລັດ 100% ແມ່ນຕ້ອງໄດ້ ເປີດປະມູນຂາຍ, ໄມ້ທີ່ລັດອະນຸຍາດຂຸດຄົ້ນຕ້ອງໄດ້ໄລ່ລຽງໃຫ້ເຂົາເຈົ້າມາເສຍພັນທະ ສ່ວນລົດທີ່ນຳເຂົ້າບໍ່ຖືກຕ້ອງ, ຕິດປ້າຍລັດໃຫ້ກວດກາເບິ່ງຄືນຂົງເຂດໃດຮັບຜິດຊອບທະຫານ, ພະນັກງານ ຫຼືປະຊາຊົນໃຫ້ພ້ອມກັນແກ້ໄຂໃຫ້ສຳເລັດ, ທັງນີ້ກໍ່ເພື່ອເປັນການເກັບລາຍຮັບ ເຂົ້າງົບປະມານໃຫ້ໄດ້ຕາມກຳນົດທີ່ລັດຖະບານມອບໝາຍໃຫ້.

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດພະເທບ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ. ໃນຕອນບ່າຍຂອງວັນທີ 22 ເມສາ 2025,...

ນັກທ່ອງທ່ຽວຕ່າງຊາດທີ່ຈະເດີນທາງເຂົ້າໄທ ດ້ວຍພາສປອດຕ້ອງໄດ້ຂຽນຟອມອອນລາຍ ເລີ່ມ 1 ພຶດສະພານີ້

ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ (ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ຈະເດີນທາງໄປປະເທດໄທ ຕ້ອງໄດ້ເຂົ້າຕື່ມແບບຟອມ (TDAC) ລິ້ງ https://tdac.immigration.go.th/arrival-card/#/home ທາງອອນລາຍ...

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...