spot_img
Homeຂ່າວພາຍ​ໃນສະຫຼຸບການຊື້-ຂາຍຮຸ້ນ ວັນທີ 1 ທັນວາ 2016

ສະຫຼຸບການຊື້-ຂາຍຮຸ້ນ ວັນທີ 1 ທັນວາ 2016

Published on

ຕະຫຼາດຫຼັກຊັບລາວມິດງຽບໃນມື້ສຸດທ້າຍຂອງອາທິດ, ດັດຊະນີປັບເພີ່ມຂຶ້ນທີ່ 0.13 ເປີເຊັນ ຫຼື 1.33 ຈຸດ ມາປິດທີ່ 1,028.48 ຈຸດ ເປັນຜົນເນື່ອງຈາກການເພີ່ມຂຶ້ນຈາກລາຄາ ຮຸ້ນ BCEL ປະລິມານການຊື້-ຂາຍທັງໝົດ 400 ຮຸ້ນ ເປັນມູນຄ່າປະມານ 2,040,000 ກີບ. ຮຸ້ນ EDL-Gen ມີການຊື້-ຂາຍເລັກໜ້ອຍທີ່ 300 ຮຸ້ນ, ລາຄາບໍ່ປ່ຽນແປງທີ່ 5,100 ກີບ. ໃນອີກດ້ານໜຶ່ງ, ຮຸ້ນ BCEL ປັບເພີ່ມຂຶ້ນຈາກລາຄາ 5,000 ກີບ ເປັນ 5,100 ກີບ, ເຊິ່ງມີປະລິມານການຊື້-ຂາຍພຽງແຕ່ 100 ຮຸ້ນ. ໃນຂະນະທີ່, ຮຸ້ນຕົວອື່ນໆບໍ່ມີການຊື້-ຂາຍ, ຮຸ້ນ LWPC ປິດທີ່ລາຄາ 5,400 ກີບ, PTL ລາຄາ 2,500​ ກີບ ແລະຮຸ້ນ SVN ລາຄາ 3,000 ກີບ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ifram FBPictpost ຮູບພາບລາວໂພສຕ໌

ບົດຄວາມຫຼ້າສຸດ

ອຸດົມໄຊ ຈະສົ່ງນັກກິລາ 6 ປະເພດ ຮ່ວມງານກິລານັກຮຽນທົ່ວປະເທດ ຄັ້ງທີ 7 ທີ່ສາລະວັນ

ແຂວງອຸດົມໄຊ ໄດ້ກະກຽມຄວາມພ້ອມເພື່ອເຂົ້າຮ່ວມງານກິລານັກ ຮຽນທົ່ວປະເທດ ຄັ້ງທີ 7 ທີ່ແຂວງສາລະວັນໄດ້ຮັບກຽດເປັນເຈົ້າພາບ ໂດຍຈະສົ່ງນັກກິລາເຂົ້າຮ່ວມແຂ່ງໃນ 6 ປະເພດກິລາ, ໂດຍວາງຄາດໝາຍໃຫ້ໄດ້ 6 ຫຼຽນຄຳ, 8 ຫຼຽນເງິນ...

ລາວ-ກຳປູເຈຍ ສືບຕໍ່ພົວພັນຮ່ວມມືບົດບາດດ້ານນິຕິບັນຍັດ

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ພົບປະ ກັບ ສົມເດັດມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ...

ໄທກຳລັງຈົດລິຂະສິດ ເທດສະການສົງການ ຫ້າມປະເທດອື່ນໃຊ້ ຕ້ອງໄດ້ຂໍອະນຸຍາດກ່ອນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 21 ຕຸລາ 2024 ຜ່ານມາ, ຄະນະກຳມະການຍຸດທະສາດ ຊອຟພາວເວີ ແຫ່ງຊາດ ເປີດເຜີຍວ່າ: ໄທກຳລັງຈັດສັບສິນທາງປັນຍາ ຫຼື ໄອພີ ຈົດລິຂະສິດ "ເທດສະການສົງການ"...

ທຳລາຍບົມໃຫຍ່ 750 ປອນ ຢູ່ບ້ານໂພນທອງ ເມືອງວຽງໄຊ ແຂວງຫົວພັນ

ວັນທີ 22 ຕຸລາ 2024 ນີ້, ໂຄງການເກັບກູ້ລະເບີດແຂວງຫົວພັນໄດ້ລົງພື້ນທີ່ທຳລາຍບົມໃຫຍ່ 750 ປອນ ຢູ່ບ້ານໂພນທອງ ເມືອງວຽງໄຊ. ໂດຍການຊີ້ນໍາຂອງທ່ານ ພັນຕາ ທອນວົງສາ ກຳມະການພັກແຂວງ,...