Homeອຸບັດເຫດແລະປາກົດການຫຍໍ້ທໍ້ສານຕັດສິນປະຫານຊີວິດ ຄ້າຂາຍເຮໂຣອິນ 8 ແທ່ງ ແລະຢາບ້າ 6 ມັດ

ສານຕັດສິນປະຫານຊີວິດ ຄ້າຂາຍເຮໂຣອິນ 8 ແທ່ງ ແລະຢາບ້າ 6 ມັດ

Published on

ໃນທ້າຍອາທິດທີ່ຜ່ານມາ, ສານປະຊາຊົນຂັ້ນຕົ້ນ ແຂວງຊຽງຂວາງ ໄດ້ນຳເອົາຄະດີຂອງທ້າວ ບຸນມີມົວ ແລະ ທ້າວ ທອງຢ່າງ ທີ່ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງຊຽງຂວາງ ມ້າງໄດ້ໃນວັນທີ 20 ກັນຍາ 2015 ຂຶ້ນມາຕັດສິນ. ທ້າວ ບຸນມີມົວ ອາຍຸ 26 ປີ ຢູ່ບ້ານທ່າດິນແດງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ແລະ ທ້າວ ທອງຢ່າງ ອາຍຸ 30 ປີ ຢູ່ບ້ານຜາສັງ ເມືອງເຟືອງ ແຂວງວຽງຈັນ ຖືກຈັບໃນສະຖານຄ້າຂາຍຢາເສບຕິດ ລວມມີ: ເຮໂຣອິນ 8 ແທ່ງ ນ້ຳໜັກ 3 ກິໂລກຼາມ, ຝຸ່ນສີຂາວ ( ເຮໂຣອິນປອມ ) 10 ແທ່ງ ນ້ຳໜັກ 4,2 ກິໂລກຼາມ ແລະ ຢາບ້າ 6 ມັດ ເທົ່າກັບ 12.000 ເມັດ ນ້ຳໜັກ 1,5 ກິໂລກຼາມ.
ຜ່ານການຄົ້ນຄວ້າພິຈາລະນາຂໍ້ມູນຫຼັກຖານຢ່າງຖີ່ຖ້ວນ ແລະ ຄຳຮັບສາລະພາບຂອງພວກຈຳເລີຍ, ສານປະຊາຊົນຂັ້ນຕົ້ນ ແຂວງຊຽງຂວາງ ເຫັນວ່າຈຳເລີຍທັງສອງ ເປັນຄົນທີ່ມີສະຕິສຳປະຊັນຍະຄົບຖ້ວນ, ມີອາຍຸກະສຽນທາງອາຍາ ແຕ່ມີເຈຕະນາກະທຳຜິດຕໍ່ກົດໝາຍຂອງ ສປປ ລາວ ທີ່ໄດ້ລະບຸໄວ້ໃນມາດຕາ 9 ຂອງກົດໝາຍວ່າດ້ວຍຢາເສບຕິດ ສະບັບປີ 2007 ແລະ ການກະທຳຂອງພວກຈຳເລີຍຍັງເປັນການແຕະຕ້ອງຕໍ່ຄວາມໝັ້ນຄົງຂອງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ

ດັ່ງນັ້ນ, ສານປະຊາຊົນຂັ້ນຕົ້ນ ແຂວງຊຽງຂວາງ ຈຶ່ງໄດ້ຕັດສິນປະຫານຊີວິດຈຳເລີຍທັງສອງ ພ້ອມທັງນຳເອົາຂອງກາງທັງໝົດໄປທຳລາຍຖິ້ມ

ຂ່າວ: ໜັງສືພິມ ປກສ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...