spot_img
Homeຂ່າວເຫດການກອງປະຊຸມສະໄຫມສາມັນເທື່ອທີ 7 ສະພາແຫ່ງຊາດຊຸດທີ VII ອັດລົງດ້ວຍຜົນສຳເລັດຈົບງາມ

ກອງປະຊຸມສະໄຫມສາມັນເທື່ອທີ 7 ສະພາແຫ່ງຊາດຊຸດທີ VII ອັດລົງດ້ວຍຜົນສຳເລັດຈົບງາມ

Published on

meeting sapha

 

ກອງ​ປະຊຸມ​ສະ​ໄໝສາມັນ​ເທື່ອ​ທີ 7 ສະພາ​ແຫ່ງ​ຊາດ​ຊຸດ​ທີ VII ໄດ້ອັດ​ລົງ​ດ້ວຍ​ຜົນສຳ​ເລັດອັນຈົບງາມ

ໃນຕອນບ່າຍ ຂອງວັນທີ 25 ກໍລະກົດນີ້ ພາຍຫລັງດຳເນີນມາແຕ່ວັນທີ 7 -25 ກໍລະ ກົດ 2014 ໂດຍ

ການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຈູມ​ມາລີ ໄຊ​ຍະ​ສອນ ເລຂາທິການ​ໃຫຍ່​ຄະນະບໍລິຫານງານສູນກາງ

ພັກ, ປະທານປະເທດ, ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແລະ ຄະນະລັດຖະບານ, ອະດີດ

ການນຳຂັ້ນສູງ, ພ້ອມສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນ​ເຂົ້າຮ່ວມຢ່າງພ້ອມພຽງ.

 

ທ່ານນາງ ປານີ ຢາທໍ່ຕູ້ ປະ ທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງ​ປະຊຸມ

ຄັ້ງນີ້, ໄດ້ດຳເນີນມາບົນຈິດໃຈເສີມຂະຫຍາຍປະຊາທິປະໄຕ ແລະ ສະຕິປັນຍາລວມໝູ່ ແລະ ເຊີດຊູ

ຄວາມຮັບຜິດຊອບການເມືອງ ຂອງບັນດາສະມາຊິກສະພາແຫ່ງຊາດ ເຂົ້າໃນການພິຈາລະນາ ແລະ

ຮັບຮອງເອົາວຽກງານສຳຄັນຂອງຊາດ ເຊິ່ງກອງປະຊຸມ ໄດ້ພິຈາລະນາ ແລະ ຮັບ ຮອງເອົາບົດລາຍງານ

ຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ

ແຫ່ງລັດໄລຍະ 9 ເດືອນ ແລະ ວຽກງານຈຸດສຸມທ້າຍສົກປີ 2013- 2014, ແຜນດັດແກ້ງົບປະມານແຫ່ງ

ລັດສົກປີ 2013-2014 ແລະ ທິດທາງສົກປີ 2014-2015; ພິຈາລະນາ ແລະ ຮັບຮອງເອົາການສະເໜີ

ຂອງທ່ານນາຍົກລັດຖະມົນຕີກ່ຽວກັບການຍົກຍ້າຍ, ແຕ່ງຕັ້ງບຸກຄະລາກອນຈຳນວນໜຶ່ງໃນຄະນະ

ລັດຖະບານໂດຍ ໄດ້ຮັບຮອງເອົາການແຕ່ງຕັ້ງ ຮອງນາຍົກລັດຖະມົນຕີ 2 ທ່ານ ແລະ ລັດຖະມົນຕີວ່າ

ການ 2 ທ່ານ, ເຫັນດີຮັບຮອງເອົາການຍົກຍ້າຍລັດຖະມົນຕີວ່າການຈຳນວນ 2 ທ່ານ ໄປຮັບໜ້າທີ່ໃໝ່;

ພິຈາລະນາຮັບຮອງເອົາການເຄື່ອນໄຫວວຽກງານ ຂອງອົງການກວດສອບແຫ່ງລັດປະຈຳ ສົກປີ 2013-

2014 ແລະ ທິດທາງແຜນການເຄື່ອນໄຫວປະຈຳສົກປີ 2014-2015; ພິຈາລະນາ ແລະ ຮັບຮອງ ເອົາກົດ

ໝາຍ ຈຳນວນ 4 ສະບັບ, ໃນນັ້ນກົດໝາຍສ້າງໃໝ່ 2 ສະບັບ ຄື ກົດໝາຍ​ວ່າ​ດ້ວຍ​ການ​ຕ້ານ ແລະ ສະ

ກັດ​ກັ້ນການ​ຟອກ​ເງິນ ແລະ ການ​ສະໜອງ​ທຶນ​ໃຫ້​ແກ່​ການ​ກໍໍ່ການຮ້າຍ ແລະ ກົດໝາຍ​ວ່າ​ດ້ວຍ​ການ​

ກວດ​ສອບ​ເອກະລາດ; ກົດໝາຍ ປັບປຸງ 2 ສະ ບັບ ຄື: ກົດໝາຍວ່າ​ດ້ວຍ​ອາກອນ​ມູນ​ຄ່າ​ເພີ່ມ ແລະ

ກົດໝາຍ​ວ່າດ້ວຍມາດຖານ. ພ້ອມນີ້, ກອງປະຊຸມ ຍັງໄດ້ປະກອບຄຳເຫັນຕໍ່ບົດລາຍງານກ່ຽວກັບການ

ຈັດສັນ 3 ປ່າຄື: ປ່າປ້ອງກັນ, ປ່າສະຫງວນ ແລະ ປ່າຜະລິດ; ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ

ຂອງອົງການໄອຍະການປະຊາຊົນສູງສຸດ ແລະ ບົດລາຍງານຂອງສານປະຊາຊົນສູງສຸດກ່ຽວ ກັບການ

ເຄື່ອນໄຫວວຽກງານສົກປີ 2013-2014 ແລະ ແຜນວຽກສົກປີ 2014- 2015; ບົດ​ລາຍ​ງານການ​ເຄື່ອນ​ໄຫວ

ວຽກງານ​ຂອງ​ສະພາ​ແຫ່ງ​ຊາດປະຈຳ​ສົກ​ປີ 2013-2014 ແລະ ​ທິດທາງແຜນການປະຈຳ​ສົກປີ 2014-2015.

 

ນອກຈາກນີ້, ກອງປະຊຸມຍັງໄດ້ສະເໜີໃຫ້ອົງການກວດສອບແຫ່ງລັດ ເພີ່ມທະວີການສຶກສາອົບຮົມແນວ

ຄິດການເມືອງໃນຖັນແຖວພະນັກງານລັດຖະກອນ ມີຄຸນທາດການເມືອງ, ມີຈັນຍາບັນວິຊາຊີບໜັກ

ແໜ້ນ, ສ້າງຄວາມເຂັ້ມແຂງດ້ານວິຊາການໃຫ້ແກ່ນັກກວດສອບໃຫ້ມີຄຸນນະພາບ, ມີຄວາມຮູ້, ຄວາມ

ສາມາດ ແລະ ເປັນແບບຢ່າງນຳໜ້າໃນການປະຕິບັດລະບຽບກົດໝາຍ; ສືບຕໍ່ປັບປຸງນິຕິກຳເປັນຕົ້ນ

ແມ່ນມາດຕະການກວດສອບ, ມາດຕະຖານ ນັກກວດສອບ, ກົນໄກການປະສານງານລະຫວ່າງອົງການ

ກວດສອບແຫ່ງລັດ ແລະ ອົງການອື່ນໆທີ່ກ່ຽວຂ້ອງ ເພື່ອແກ້ໄຂຜົນການກວດສອບໃຫ້ມີຄວາມຄືບໜ້າ,

ປະກອບສ່ວນສະກັດກັ້ນບັນດາປາກົດການຫຍໍ້ທໍ້ ຢູ່ໃນກົງຈັກຂອງລັດໃຫ້ຫລຸດໜ້ອຍຖອຍລົງຢ່າງຕໍ່ເນື່ອງ;

ສະເໜີໃຫ້ຄະນະປະຈຳສະພາແຫ່ງຊາດ ຈົ່ງເພີ່ມທະວີການຊີ້ນຳ-ນຳພາ ແລະ ປັບປຸງຄຸນນະພາບການເຄື່ອນ

ໄຫວວຽກງານຂອງກົງຈັກເສນາທິການຂອງຕົນຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ແລະ ບັນຫາສຳຄັນອື່ນໆອີກ

ຈຳນວນໜຶ່ງ.

 

ແຫຼ່ງຂ່າວ: http://laophatthananews.blogspot.com/2014/07/7-vii_28.html

ບົດຄວາມຫຼ້າສຸດ

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...