spot_img
Homeຂ່າວຕ່າງປະເທດກຸ່ມຕິດອາວຸດ ໂບໂກ ຮາຣາມ ລັກພາໂຕພັນລະຍາຮອງນາຍົກແຄເມີຣູນ

ກຸ່ມຕິດອາວຸດ ໂບໂກ ຮາຣາມ ລັກພາໂຕພັນລະຍາຮອງນາຍົກແຄເມີຣູນ

Published on

EyWwB5WU57MYnKOuFZmh6xLXR8sEX6hudWTTosZ5ifh0WJblptfCmO

 

ທາງການແຄເມີຣູນ ໄດ້ອອກມາກ່າວຫາກຸ່ມຕິດອາວຸດ ໂບໂກ ຮາຣາມ ວ່າເປັນຜູ້ລັກພາໂຕພັນລະຍາ

ຮອງຮອງນາຍົກລັດຖະມົນຕີ ແລະ ນາຍົກເທດສະມົນຕີເມືອງທາງເໜືອຂອງປະເທດ.

 

ສຳນັກຂ່າວຕ່າງປະເທດລາຍງານວ່າ ກອງທັບຂອງປະເທດແຄເມີຣູນ ໄດ້ອອກມາກ່າວຫາກຸ່ມຕິດອາ

ວຸດໂບໂກຮາຣາມ ທີ່ເຄື່ອນໄຫວໃນປະເທດໄນຈີເຣຍວ່າ ກໍ່ການບຸກລັກພາໂຕເມຍຂອງທ່ານຮອງນາຍົກ

ລັດຖະມົນຕີແຫ່ງປະເທດແຄເມີຣູນ ທີ່ເມືອງໂຄໂລຟາຕາ ທາງພາກເໜືອຂອງປະເທດ ແລະ ບຸກລັກ

ພາໂຕນາຍົກເທດສະມົນຕີຂອງເມືອງດັ່ງກ່າວໄປອີກດ້ວຍ.

 

ພັນເອກ ເຟລິດ ເອັນຈີ ຟໍເມກົງ ຜູ້ບັນຊາການກອງທັບພູມີພາກຂອງແຄເມີຣູນເປີດເຜີຍວ່າ ເຮືອນ

ຂອງທ່ານຮອງນາຍົກລັດຖະມົນຕີ ອາມາດູ ອາລີ ຖືກນັກຮົບກຸ່ມຕິດອາວຸດ ໂບໂກ ຮາຣາມ ປະມານ

30 ຄົນ ບຸກໂຈມຕີຢ່າງຮຸນແຮງ ໃນຕອນເຊົ້າຂອງວັນອາທິດ (27 ກໍລະກົດ) ສັງຫານທະຫານ 3 ຄົນ

ແລະ ພົນລະເຮືອນອີກ 2 ຄົນ ກ່ອນທີ່ຈະຫຼົບໜີ ໂດຍໄດ້ຈັບໂຕພັນລະຍາຂອງທ່ານອາລີໄປດ້ວຍ ສ່ວນ

ທ່ານອາລີ ແມ່ນສາມາດຫຼົບໜີໄປຍັງເມືອງຂ້າງຄຽງໄດ້ຢ່າງປອດໄພ.

 

ຈາກນັ້ນ ກຸ່ມມືປືນດັ່ງກ່າວນີ້ ຍັງໄດ້ບຸກໂຈມຕີເຮືອນຂອງທ່ານ ລາມີນ ເຊນີ ບູກາ ນາຍົກເທດສະມົນ

ຕີເມືອງໂຄໂລຟາຕາ ສັງຫານສາລະວັດທະຫານ 2 ຄົນ ແລະ ລັກພາໂຕທ່ານ ບູກາ ໄປອີກດ້ວຍ, ເນື່ອງ

ຈາກການລັກພາໂຕດັ່ງກ່າວນີ້ ເກີດຂຶ້ນຫຼັງກຸ່ມໂບໂກ ຮາຣາມ ຍົກລະດັບຄວາມເປັນສັດຕູກັບປະເທດ

ແຄເມີຣູນຫຼາຍຂຶ້ນ ໂດຍໃນຊ່ວງ 5 ມື້ທີ່ຜ່ານມາ ເກີດການຍິງຕໍ່ສູ້ກັນລະຫວ່າງນັກຮົບກຸ່ມດັ່ງກ່າວ

ແລະ ທະຫານຂອງແຄເມີຣູນ ຂ້າມຊາຍແດນທາງພາກເໜືອ ເຮັດໃຫ້ມີທະຫານເສຍຊີວິດ 4 ຄົນ.

 

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...