spot_img
Homeຂ່າວຕ່າງປະເທດຟີແດນ ກາສໂຕຣ ຜູ້ນຳການປະຕິວັດກູບາ ເຖິງແກ່ມໍລະນະກຳແລ້ວ ລວມອາຍຸໄດ້ 90 ປີ

ຟີແດນ ກາສໂຕຣ ຜູ້ນຳການປະຕິວັດກູບາ ເຖິງແກ່ມໍລະນະກຳແລ້ວ ລວມອາຍຸໄດ້ 90 ປີ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 26 ພະຈິກນີ້ວ່າ ທ່ານ ຟີແດນ ກາສໂຕຣ ອະດີດປະທານປະເທດກູບາ ແລະ ຜູ້ນຳແຫ່ງການປະຕິວັດສັງຄົມນິຍົມກູບາ ໄດ້ເຖິງແກ່ມໍລະນະກຳແລ້ວ ທີ່ນະຄອນຫລວງລາຮາວານ ລວມອາຍຸໄດ້ 90 ປີ ໂດຍທ່ານ ຣາອູນ ກາສໂຕຣ ປະທານປະເທດກູບາຄົນປັດຈຸບັນ ໄດ້ອອກມາປະກາດການເສຍຊີວິດດັ່ງກ່າວຢ່າງເປັນທາງການ ຜ່ານສະຖານີໂທລະພາບແຫ່ງຊາດກູບາ ໃນຕອນຄ່ຳຂອງວັນສຸກທີ 25 ພະຈິກ ຕາມເວລາໃນທ້ອງຖິ່ນ.

ທ່ານ ຟີແດນ ກາສໂຕຣ ເປັນຜູ້ນຳພາຊາວກູບາ ລຸກຮືຂຶ້ນເຮັດການປະຕິວັດ ສະຖາປະນາສາທາລະນະລັດກູບາ ໃນປີ 1959 ຊຶ່ງຕະຫລອດໄລຍະ 49 ປີ ຫລັງຈາກນັ້ນ ທ່ານໄດ້ນຳພາປະເທດຊາດກູບາ ດຳເນີນພາລະກິດກໍ່ສ້າງສັງຄົມນິຍົມ ຢ່າງມີຜົນສຳເລັດເປັນແຕ່ລະໄລຍະ ເຮັດໃຫ້ກຽດ ແລະ ຊື່ສຽງຂອງທ່ານ ໄດ້ຖືກຍົກຍ້ອງຈາກບັນດາປະເທດສັງຄົມນິຍົມ ແລະ ຂະບວນການປະຕິວັດໃນທົ່ວໂລກ ໃນຖານະນາມເປັນວີລະບູລຸດແຫ່ງຊົນຊັ້ນກຳມະກອນ.

File photo of then Cuban President Fidel Castro smoking a cigar during a meeting of the National Assembly in Havana FILES-CUBA-FIDEL CASTRO-90TH ANNIVERSARY File photo of Cuba's President Castro addressing crowd during 53rd anniversary of Moncada barracks attack in Bayamo

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...