spot_img
Homeຂ່າວເຫດການ5 ປີຜ່ານມາ ມີຜູ້ເຄາະຮ້າຍໄດ້ຮັບບາດເຈັບ ແລະເສຍຊີວິດ 283 ຄົນຈາກລະເບີດຕົກຄ້າງແຕກໃສ່

5 ປີຜ່ານມາ ມີຜູ້ເຄາະຮ້າຍໄດ້ຮັບບາດເຈັບ ແລະເສຍຊີວິດ 283 ຄົນຈາກລະເບີດຕົກຄ້າງແຕກໃສ່

Published on

ເພື່ອແນໃສ່ເຮັດໃຫ້ ການຈັດຕັ້ງປະຕິບັດເປົ້າໝາຍສະຫັດສະວັດ (MDG) ໂດຍສະເພາະເປົ້າໝາຍທີ 9 ໃນການລົບລ້າງລະເບີດບໍ່ທັນແຕກຢູ່ລາວໃຫ້ໝົດໄປເທື່ອລະກ້າວນັບແຕ່ປີໜ້າຫາປີ 2021 ລັດຖະບານຕ້ອງການງົບປະມານໃນການສຳຫຼວດ ແລະຂຸດຄົ້ນພື້ນທີ່ ທີ່ຍັງມີລະເບີດຕົກຄ້າງຂອບເຂດທົ່ວປະເທດທັງໝົດ 1 ພັນຕື້ກວ່າກີບ ຂະນະທີ່ໃນ 5 ປີຜ່ານມາ ມີຜູ້ເຄາະຮ້າຍເກືອບ 300 ຄົນ ໄດ້ຮັບບາດເຈັບ ແລະເສຍຊີວິດ.

ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມ (ຮສສ) ເຜີຍໃຫ້ຮູ້ວ່າ: ນັບແຕ່ໄລຍະປີ 1964-1973 ປະເທດເຮົາໄດ້ເປັນສະມໍລະພູມສູ້ຮົບທາງພາກພື້ນດິນ ແລະທາງອາກາດຢ່າງຮ້າຍແຮງ, ຕາມຂໍ້ມູນທີ່ບັນທຶກໄວ້ ແມ່ນໄດ້ມີການຖິ້ມລະເບີດຫຼາຍກວ່າ 2 ລ້ານໂຕນ, ໃນນັ້ນ ມີບົ່ມໃຫຍ່ປະມານ 4 ລ້ານໜ່ວຍ ແລະລະເບີດລູກຫວ່ານ (ບົ່ມບີ) ຫຼາຍກວ່າ 270 ລ້ານໜ່ວຍ, ຄາດວ່າປະມານ 30% ຂອງລະເບີດ ດັ່ງກ່າວແມ່ນຍັງບໍ່ທັນແຕກ.

ໃນໄລຍະປີ 2011-2015 ຜ່ານມາ ມີອຸປະຕິເຫດຈາກລະເບີດບໍ່ທັນແຕກ ເກີດຂຶ້ນຈຳນວນທັງໝົດ 146 ຄັ້ງ, ມີຜູ້ຖືກບາດເຈັບ ແລະເສຍຊີວິດ 283 ຄົນ, ໃນນີ້ ໄວໜຸ່ມຍິງ 22 ຄົນ.

ຕໍ່ບັນຫາດັ່ງກ່າວ ໃນໄລຍະຜ່ານມາພັກ ແລະລັດ ກໍໄດ້ມີຄວາມພະຍາຍາມເອົາໃຈໃສ່ ແກ້ໄຂບັນຫາຕະຫຼອດມາ ເພື່ອເຮັດໃຫ້ປະຊາຊົນບັນດາເຜົ່າ ສາມາດດຳລົງຊີວິດດ້ວຍຄວາມປອດໄພ ຈາກລະເບີດຕົກຄ້າງບໍ່ທັນແຕກ, ໃນນັ້ັ້ນ ກໍໄດ້ສ້າງຕັ້ງຄະນະກຳມະການແຫ່ງຊາດ ເພື່ອການແກ້ໄຂບັນຫາລະເບີດບໍ່ທັນແຕກຕົກຄ້າງຢູ່ລາວ ແລະສ້າງຕັ້ງໂຄງການເກັບກູ້ລະເບີດແຫ່ງຊາດຂຶ້ນ.

ຄຽງຄູ່ກັບການປະຕິບັດວຽກງານ ໃຫ້ບັນລຸຕາມແຜນການທີ່ວາງໄວ້ ກໍຄືການປະຕິບັດຕາມເປົ້າໝາຍ MDG ຕົ້ນຕໍແມ່ນເປົ້າໝາຍທີ 9 ນັ້ນ ທ່ານລັດຖະມົນຕີກ່າວວ່າ: ພວກເຮົາກໍຍັງມີຄວາມຕ້ອງການງົບປະມານຈຳນວນຫຼາຍເພື່ອໃຊ້ເຂົ້າໃນການສຳຫຼວດ ແລະຂຸດຄົ້ນໃນໄລຍະ 5 ປີຕໍ່ໜ້າ (ແຕ່ປີ 2017-2021) ນີ້ແມ່ນ 130 ລ້ານໂດລາ ຫຼື ປະມານ 1.040 ຕື້ກີບ, ທັງນີ້ ກໍເພື່ອເຮັດໃຫ້ຈຳນວນຜູ້ຖືກບາດເຈັບ ແລະເສຍຊີວິດຈາກ ລະເບີດບໍ່ທັນແຕກໃນແຕ່ລະປີຫຼຸດລົງ ເທື່ອລະກ້າວຈົນຮອດຈຸດຕ່ຳສຸດ ແລະພາຍໃນປີ 2030 ແມ່ນໃຫ້ສຳເລັດການກວດກູ້ລະເບີດບໍ່ທັນແຕກຕົກຄ້າງຢູ່ບັນດາພື້ນທີ່ບຸລິມະສິດພັດທະນາ ແລະບັນດາບ້ານທີ່ທຸກຍາກ, ທັງຮັບປະກັນໃຫ້ມີຜູ້ລອດຊີວິດຈາກລະເບີດບໍ່ທັນແຕກທັງໝົດ ແລະໄດ້ຮັບການຊ່ວຍເຫຼືອທາງດ້ານການປິ່ນປົວ, ຟື້ນຟູສຸຂະພາບ ແລະຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກທີ່ທຸກຍາກໄດ້ຮັບການປະກອບອາຊີບ.

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...