spot_img
Homeຂ່າວຕ່າງປະເທດອິດສະລາເອວອົບພະຍົບຄົນຫຼາຍໝື່ນຄົນໜີໄຟປ່າລຸກລາມ

ອິດສະລາເອວອົບພະຍົບຄົນຫຼາຍໝື່ນຄົນໜີໄຟປ່າລຸກລາມ

Published on

ອິດສະລາເອວ ສັ່ງອົບພະຍົບຄົນຫຼາຍໝື່ນຄົນໃນພື້ນທີ່ພາກເໜືອຂອງປະເທດ ເພື່ອໜີໄຟປ່າລຸກລາມໃນຫຼາຍພື້ນທີ່ຂອງເມືອງໄຮຟາ.

ອີງຕາມສໍານັກຂ່າວຕ່າງປະເທດລາຍລງານຈາກເມືອງໄຮຟາ ປະເທດອິດສະລາເອວ ໃນວັນທີ 25 ພະຈິກວ່າ: ທາງການອິດສະລາເອວສັ່ງອົບພະຍົຜູ້ຄົນນັບຫຼາຍໝື່ນຄົນອອກຈາກພື້ນທີ່ຢູ່ອາໄສ ເພາະໄຟປ່າໄດ້ລຸກລາມເຂົ້າໄປໃກ້ກັບເຂດເມືອງຂອງເມືອງໄຮຟາ ທາງເໜືອຂອງອິດສະລາເອວແລ້ວ ມີລາຍງານຜູ້ຖືກນໍາສົ່ງໂຮງໝໍ 17 ຄົນ ເພາະສູດຄວັນເຂົ້າໄປ.

ໂຄສົກເທດສະບານໄຮຟາ ບອກກັບເອເອຟພີວ່າ ຊາວບ້ານ 50, 000 ຄົນ ຈາກປະຊາກອນຂອງເມືອງທັງໝົດ 250,000 ຄົນ ຕ້ອງອົບພະຍົບ ສ່ວນໂຄສົກຕໍາຫຼວດລະບຸວ່າ ຊາວບ້ານ 8 ໝູ່ບ້ານ ໄດ້ຮັບແຈ້ງໃຫ້ລົບໜີອອກມາ ສືບເນື່ອງຈາກເກີດໄຟປ່າລຸກລາມໃນ 6 ຈຸດ ແລະໄດ້ມີການຈັດຕັ້ງສູນພັກພິງຊົ່ວຄາວ 4 ແຫ່ງ.

ທາງການອິດສະລາເອວຍັງໄດ້ຮ້ອງກໍາລັງເສີມເປັນທະຫານກອງໜຸນຫຼາຍຮ້ອຍຄົນໃຫ້ມາຊ່ວຍດັບໄຟປ່າ ນອກເໜືອຈາກກໍາລັງຕໍາຫຼວດ ແລະໜ່ວຍດັບເພີງ ສ່ວນຊາວເມືອງກໍອາໃສລົດເຂັນໃນຕະຫຼາດເປັນເຄື່ອງຊ່ວຍໃນການອົບພະຍົບນໍາສິ່ງຂອງທີ່ຈໍາເປັນ ອອກຈາກບ້ານເຮືອນທີ່ຢູ່ອາໄສ.

ດ້ານໂນອາ ໂວລຟໍສັນ ຫົວໜ້າເວັບໄຊອຸຕຸນິຍົມວິທະຍາເມເຕໂອ-ເທດ ບອກວ່າ: ສະພາບອາກາດເໝາະທີ່ຈະເກີດໄຟປ່າຢ່າງຍິ່ງ ບໍ່ວ່າຈະໂດຍອຸບັດຕິເຫດ ຫຼຈາກຄວາມຕັງໃຈ ເດືອນພະຈິກປີນີ້ແລ້ງຫຼາຍ ບໍ່ມີຝົນຕົກເລີຍ.

ຂະນະທີ່ກິລາດ ເອີດັນ ລັດຖະມົນຕີສາທາລະນະ ບອກກັບສະຖານີວິທະຍຸທະຫານວ່າ ເຄິ່ງໜຶ່ງຂອງໄຟ່າທີ່ເກີດຂຶ້ນໃນເວລານີ້ເກີດຂຶ້ນໂດຍເຈດຕະນາ ສ່ວນລັດຖະມົນຕີສຶກສາທິການກວ່າໂທດວ່າ ມັນເປັນຝີມືການລັກລອບວາງເພີງຂອງຊົນກຸ່ມນ້ອຍອາຫຼັບຂອງປະເທດ.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...