spot_img
Homeນານາສາລະ5 ວິທີທົດສອບວ່າ ນໍ້າເຜິ້ງແທ້ ຫຼືນໍ້າເຜິ້ງປອມ ດ້ວຍຕົວເອງ

5 ວິທີທົດສອບວ່າ ນໍ້າເຜິ້ງແທ້ ຫຼືນໍ້າເຜິ້ງປອມ ດ້ວຍຕົວເອງ

Published on

ນໍ້າເຜິ້ງເປັນອາຫານທີ່ມີປະໂຫຍດຫຼາຍທີ່ສຸດຈາກທຳມະຊາດ ພຽງແຕ່ກິນໃນຕອນເຊົ້າໜຶ່ງບ່ວງກາເຟ ສາມາດກະຕຸ້ນລະບົບຕ່າງໆຂອງຮ່າງກາຍ ໃຫ້ມີເຫື່ອແຮງໃນການສູ້ຊີວິດໃນແຕ່ລະມື້, ນໍ້າເຜິ້ງຄືສານອາຫານທີ່ດີທີ່ສຸດກວ່າອາຫານເສີມອື່ນໆອີກ, ນໍ້າເຜິ້ງຄືອາຫານທຳມະຊາດທີ່ມີຄຸນຄ່າທີ່ສຸດ ແລະເຮົາມີວິທີທົດສອບວ່າ ເປັນນໍ້າເຜິ້ງແທ້ ຫຼືນໍ້າປອມ ດ້ວຍຕົວທ່ານເອງດັ່ງນີ້:

  1. ນໍ້າເຜິ້ງຈະຈັບໂຕເປັນຕະກອນ ເມື່ອເຮົາປະໄວ້ດົນ, ຖ້ານໍ້າເຜິ້ງປອມຈະຢູ່ໃນໃນສະພາບແຫຼວຄືກັບນໍ້າເຊື່ອມ ແລະຖອກອອກງ່າຍ
  2. ລອງຢອດນໍ້າເຜິ້ງລົງໃນຖ້ວຍທີ່ໃສ່ນໍ້າເບິ່ງ ຫາກມັນລະລາຍທັນທີ ສະແດງວ່າເປັນນໍ້າເຜິ້ງປອມ, ນໍ້າເຜິ້ງແທ້ຈະບໍລະລາຍທັນທີ ຈະຂົດຈັບໂຕກັນຢູ່
  3. ລອງຢອດນໍ້າເຜິ້ງລົງນິ້ວມືເບິ່ງ ຖ້າຫາກມັນຂົດຈັບໂຕກັນຢູ່ ສະແດງວ່າເປັນນໍ້າເຜິ້ງແທ້, ນໍ້າເຜິ້ງປອມຈະກະຈາຍກັນອອກໄປທົ່ວນິ້ວ
  4. ລອງຊີມເບິ່ງຖ້າມີລົດຊາດປະສົມຫຼາຍ ຄືກັບວ່າມີກິ່ນຂອງດອກໄມ້ ຫຼືສະໝຸນໄພ ຄືນໍ້າເຜິ້ງແທ້, ນໍ້າເຜິ້ງປອມຈະມີແຕ່ລົດຊາດຫວານເທົ່ານັ້ນ
  5. ລອງເອົາໄມ້ຂີດໄຟແຕະນໍ້າເຜິ້ງໃຫ້ຕິດປາຍໄມ້ຂີດໄຟເລັກໜ້ອຍ ກ່ອນທີ່ຈະຈູດໄມ້ຂີດໄຟ ຖ້າຫາກເປັນນໍ້າເຜິ້ງແທ້ ໄມ້ຂີດຈະຕິດໄຟ ແລະຈະເຜົານໍ້າເຜິ້ງໄປນຳ, ຖ້າຫາກເປັນນໍ້າເຜິ້ງປອມຈະຈູດໄຟບໍ່ຕິດໄຟ ເພາະມັນມີຄວາມປຽກຈາກສານເຄມີທີ່ເຂົາປະສົມລົງໄປ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...