spot_img
Homeຂ່າວພາຍ​ໃນການນຳໃຊ້ສານກັນບູດ ໃນອາຫານຍັງມີຢູ່

ການນຳໃຊ້ສານກັນບູດ ໃນອາຫານຍັງມີຢູ່

Published on

ຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດຕໍ່ນັກຂ່າວພວກເຮົາ ໃນວັນທີ 23 ພະຈິກນີ້ວ່າ: ຕະຫຼອດໄລຍະຜ່ານມາໜ໋ວຍງານຂອງຕົນ ໄດ້ເອົາໃຈໃສ່ໃນການລົງຕິດຕາມ ກວດກາ ອາຫານການກິນຢູ່ຕາມທ້ອງຕະຫຼາດໃນນະຄອນຫລວງວຽງຈັນເປັນປະຈຳ, ເພື່ອແນ່ໃສ່ຄວບຄຸມທາງດ້ານໂພຊະນາການ ໃຫ້ຖືກຕາມຫຼັກອະນາໄມ ແລະ ປາສະຈາກສານປົນເປື້ອນຕ່າງໆ ທີ່ອາດສົ່ງຜົນກະທົບຕໍ່ສຸຂະພາບຂອງປະຊາຊົນ, ຜ່ານການຕິດຕາມ ໃນເດືອນຜ່ານມາເຫັນວ່າ: ການນຳໃຊ້ສານກັນບູດ ( ຟ໋ອກໂມນ ) ແຊ່ອາຫານ ຢູ່ຕາມທ້ອງຕະຫຼາດຍັງມີຢູ່, ໂດຍສະເພາະແມ່ນຢູ່ຕະຫຼາດໜອງຈັນ ຍັງກວດພົບການນຳໃຊ້ສານດັ່ງກ່າວ ເຂົ້າແຊ່ອາຫານທະເລ ແລະ ເຄື່ອງໃນສັດເພື່ອໃຫ້ອາຫານດັ່ງກ່າວສົດ ແລະ  ສາມາດເກັບຮັກສາໄວ້ໄດ້ດົນ, ແຕ່ສານດັ່ງກ່າວມີຜົນກະທົບຮ້າຍແຮງຕໍ່ສຸຂະພາບຂອງຜູ້ບໍລິໂພກ

ດັ່ງນັ້ນເຈົ້າໜ້າທີ່ກ່ຽວຂ້ອງກໍໄດ້ຍຶດເພື່ອໄປທຳລາຍຖິ້ມ ແລະ ດຳເນີນການສຶກສາອົບຮົມຜູ້ກະທຳຜິດ, ຖ້າແຮງ ແລະ ບໍ່ເຄັດຫລາບ ແມ່ນຈະຖືກດຳເນີນຄະດີ ຕາມລະບຽບກົດໝາຍ, ເນື່ອງຈາກ ສານຟ໋ອກໂມນ ນັ້ນເປັນສານເຄມີທີ່ມີຄວາມອັນຕະລາຍຮ້າຍແຮງຕໍ່ສຸຂະພາບຜູ້ບໍລິໂພກ, ຊຶ່ງສ່ວນຫຼາຍຈະຖືກນຳໃຊ້ສະເພາະວຽກງານສາທາລະນະສຸກ, ຖ້າຜູ້ໃດຫາກກິນ ແລະ ສູບດົມສານດັ່ງກ່າວເຂົ້າໄປ ຈະສົ່ງຜົນກະທົບ ຕໍ່ລະບົບຫາຍໃຈ, ສະໜອງ, ລະບົບຍ່ອຍອາຫານ ແລະ ທຳລາຍຈຸລັງຕ່າງໆ ເຮັດໃຫ້ສຸຂະພາບຊຸດໂຊມ ແລະ ເກີດພະຍາດແຊກຊ້ອນອື່ນໆຕາມມາ, ໂດຍສະເພາະແມ່ນພະຍາດມະເຮັງ ແລະ ເພື່ອຈຳກັດການນຳໃຊ້ສານດັ່ງກ່າວຢູ່ຕາມທ້ອງຕະຫຼາດໃຫ້ມີປະສິດທິຜົນ, ປັດຈຸບັນໜ່ວຍງານກ່ຽວຂ້ອງ ກໍໄດ້ເພີ່ມທະວີໃນການລົງຕິດຕາມ ກວດກາ ຕາມທ້ອງຕະຫຼາດທຸກແຫ່ງ ໃນນະຄອນຫລວງວຽງຈັນຢ່າງເປັນປະຈຳ, ເພື່ອບໍ່ໃຫ້ເກີດມີຊ່ອງຫວ່າງແກ່ຜູ້ນຳໃຊ້ສານດັ່ງກ່າວ.

ຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງໃຫ້ຮູ້ອີກວ່າ: ນອກຈາກການນຳໃຊ້ສານຟ໋ອກໂມນແລ້ວ, ອີກສ່ວນໜຶ່ງທີ່ໜ້າເປັນຫ່ວງໃນປັດຈຸບັນແມ່ນສານເຄມີຕົກຄ້າງໃນຊີ້ນ, ປາ, ຈາກການນຳໃຊ້ຢາຕ້ານ ເຊື້ອເກີນມາດຕະຖານກໍມີຄວາມອັນຕະລາຍຮ້າຍແຮງຕໍ່ສຸຂະພາບ ເຊັ່ນດຽວກັນ, ເພາະວ່າຍັງມີຟາມລ້ຽງສັດ ແລະ ລ້ຽງປາກະຊັງເປັນຈຳນວນຫຼາຍ, ທີ່ບໍ່ໄດ້ຂຶ້ນທະບຽນກັບພາກສ່ວນກ່ຽວຂ້ອງ ແລະ ບໍ່ໄດ້ຮັບການກວດມາດຕະຖານ ໃນການລ້ຽງກ່ອນສົ່ງຂາຍໃຫ້ຕະຫຼາດ, ດັ່ງນັ້ນຜູ້ບໍລິໂພກ ຄວນເລືອກບໍລິໂພກ ຊີ້ນປາທີ່ຜ່ານໂຮງງານຂ້າສັດ ແມ່ນຈະເປັນການດີທີ່ສຸດ, ເນື່ອງຈາກຊີ້ນຈາກໂຮງງານຂ້າສັດຈະໄດ້ຮັບການກວດ ມາດຕະຖານກ່ອນຈະສົ່ງຂາຍຕາມທ້ອງຕະຫຼາດຢ່າງເປັນປະຈຳ.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...