Homeຂ່າວການພັດທະນາໂຄງການຂະຫຍາຍອາຄານຜູ້ໂດຍສານສະໝາມບິນສາກົນວັດໄຕ

ໂຄງການຂະຫຍາຍອາຄານຜູ້ໂດຍສານສະໝາມບິນສາກົນວັດໄຕ

Published on

 ໂຄງການຂະຫຍາຍອາຄານຜູ້ໂດຍສານສະໜາມບິນສາກົນວັດໄຕ ເປັນໂຄງການບຸລິມະສິດຂອງລັດຖະບານ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນໄລຍະປ່ຽນໃໝ່ ໂດຍສະເພາະການຂະຫຍາຍໂຕທີ່ວ່ອງໄວຂອງຜູ້ໂດຍ ສານໃນປະຈຸບັນ, ຊຶ່ງພາຍຫຼັງໂຄງການດັ່ງກ່າວ ໄດ້ເລີ່ມລົງມືມາແຕ່ທ້າຍປີ 2015, ມາຮອດດຽວນີ້ຄືບໜ້າແລ້ວ 6,55%.

ທ່ານ ແສງສະຫງວນ ຈັນທະວົງ ຫົວໜ້າໂຄງການໃຫ້ສຳພາດວ່າ: ອີງຕາມຄວາມຮຽກຮ້ອງຕ້ອງການຂອງຜູ້ຊົມໃຊ້ທີ່ນັບມື້ເພີ່ມຫຼາຍຂຶ້ນ ໂດຍສະເພາະຜູ້ໂດຍສານ ທີ່ເຂົ້າມາຊົມໃຊ້ສະໜາມບິນສາກົນວັດໄຕ ມີຈຳນວນເພີ່ມຂຶ້ນ 9% ສະເລ່ຍຈາກ 5 ປີຜ່ານມາ, ມາດຽວນີ້ ມີປະມານ 9,50 ແສນຄົນ ແລະຄາດວ່າໃນຕໍ່ໜ້າຈະເພີ່ມເປັນ 2 ລ້ານໃນປີ 2023 ແລະ 2,8 ລ້ານຄົນໃນປີ 2028, ດັ່ງນັ້ນ ເພື່ອໃຫ້ສະໜາມບິນສາມາດຮອງຮັບ ແລະສະໜອງໄດ້ການບໍລິການສິ່ງອຳນວຍຄວາມສະດວກໃຫ້ກັບບັນດາຜູ້ໂດຍສານ, ນັກທ່ອງທ່ຽວ ແລະບັນດາສາຍການບິນຕ່າງໆ, ລັດຖະບານຈິ່ງໄດ້ສືບຕໍ່ປັບປຸງ, ຂະຫຍາຍອາຄານຜູ້ໂດຍສານຕ່າງປະເທດ ແລະກໍ່ສ້າງອາຄານພາຍໃນຫຼັງໃໝ່, ເຮືອນສ້ອມແປງສະໜາມບິນ, ສ້າງທາງແວ່ Taxiway ເສັ້ນໃໝ່, ປັບປຸງເສັ້ນທາງເຂດບໍລິການ, ບ່ອນຈອດລົດ ແລະບັນດາສິ່ງອຳນວຍຄວາມສະດວກຕ່າງໆ ໂດຍຜ່ານໂຄງການຂະຫຍາຍອາຄານຜູ້ໂດຍສານສະໜາມບິນສາກົນວຽງຈັນທີ່ໄດ້ເລີ່ມເຊັນສັນຍາແຕ່ວັນທີ 12 ຕຸລາ 2015 ແລະໄດ້ເລີ່ມລົງມືປະຕິບັດໃນວັນທີ 9 ທັນວາຂອງປີດຽວກັນ ແລະຄາດວ່າຈະໃຫ້ສຳເລັດໃນວັນທີ 30 ມີຖຸນາ 2018, ໂດຍມາຮອດປະຈຸບັນຄວາມຄືບໜ້າຂອງ ໂຄງການໂດຍລວມໄດ້ແລ້ວ 6,55%.

ໃນນີ້ ບັນດາໜ້າວຽກຕ່າງໆທີ່ສຳເລັດແລ້ວມີການທຸບມ້າງ ແລະຮື້ຖອນສາງສິນຄ້າຫຼັງເກົ່າ, ການຕອກເສົາເຂັມ ແລະກໍ່ສ້າງຮາກຖານຂອງອາຄານຜູ້ ໂດຍສານສາກົນສ່ວນຕໍ່ຂະຫຍາຍເບື້ອງທິດເໜືອ, ສຳເລັດບາງສ່ວນໃນການຂຸດລອກໜ້າດິນບໍລິເວນການກໍ່ສ້າງ Taxiway ແລະລານຈອດລົດ A ແລະ B ແລະສຳເລັດການກໍ່ສ້າງອາຄານພາຍ ໃນຊົ່ວຄາວ.

ສຳລັບ ບັນດາໜ້າວຽກໃນຕໍ່ໜ້າ ແມ່ນຍັງຈະສືບຕໍ່ດຳເນີນການກໍ່ສ້າງການຕໍ່ເຕີມອາຄານຜູ້ໂດຍສານສາກົນ, ທຸບມ້າງ ແລະຮື້ຖອນອາຄານພາຍໃນຫຼັງເກົ່າໃຫ້ສຳເລັດພາຍໃນທ້າຍເດືອນພະຈິກນີ້ ເພື່ອຈະໄດ້ດຳເນີນການກໍ່ສ້າງອາຄານພາຍໃນຫຼັງໃໝ່, ພ້ອມທັງສືບຕໍ່ ດຳເນີນການກໍ່ສ້າງເຮືອນສ້ອມແປງສະໜາມບິນ, ການກໍ່ສ້າງ Taxiway ເສັ້ນໃໝ່ ແລະລານຈອດລົດ A ແລະ B ແລະສືບຕໍ່ປະຕິບັດໃຫ້ສຳເລັດບັນດາໜ້າວຽກປີກຍ່ອຍ ລວມທັງສິ່ງອຳນວຍຄວາມສະດວກອື່ນໆຕາມແຜນຂອງໂຄງການ.

ໂດຍໂຄງການນີ້ມີມູນຄ່າທັງໝົດ 7,53 ຕື້ເຢນ ຫຼື ປະມານ 61 ລ້ານໂດລາ ເປັນທຶນກູ້ຢືມດອກເບ້ຍຕ່ຳ (ODA)ຈາກລັດຖະບານຍີ່ປຸ່ນ, ສ່ວນຜູ້ຮັບເໝົາກໍ່ສ້າງແມ່ນບໍລິສັດ ຮາຊາມາ ເອັນໂດຄໍ ໂປເຣຊັນ.

ເຄຣດິດຂ່າວ: 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...