spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມເຄືອເຂົາຮໍຢາດີ ທີ່ອັນຕະລາຍຕໍ່ຕັບ ແລະໝາກໄຂ່ຫຼັງ

ເຄືອເຂົາຮໍຢາດີ ທີ່ອັນຕະລາຍຕໍ່ຕັບ ແລະໝາກໄຂ່ຫຼັງ

Published on

ເຄືອເຂົາຮໍ ເຖິງຈະມີລົດຊາດຂົມ, ແຕ່ກໍມີປະໂຫຍດຫຼາຍ ສາມາດໃຊ້ຫຼຸດອາການໄຂ້ໄດ້ທຸກຊະນິດ, ຫຼຸດການຮ້ອນໃນ, ຫຼຸດການເຈັບຝີ, ຊ່ວຍຈະເລີນອາຫານ, ຮັກສາກະເພາະ, ບຳລຸງຮ່າງກາຍ, ຫຼຸດນໍ້າຕານໃນເລືອດ ແລະເປັນຢາອາຍຸວັດທະນະ. ນອກຈາກນັ້ນ ຍັງມີລິດຕ້ານອະນຸມູນອິດສະລະ ແລະຊ່ວຍໃຫ້ຄວາມຈຳດີ, ຊ່ວຍຕ້ານການແກ່ຊະລາຂອງເຊວຕ່າງໆໃນຮ່າງກາຍ

ມີສັບພະຄຸນອີກຢ່າງໜຶ່ງຄື ສາມາດຄວບຄຸມພະຍາດເບົາຫວານໄດ້ ຄືກັນກັບອາຫານທີ່ລົດຊາດຂົມຫຼາຍໆຊະນິດ ທີ່ສາມາດຫຼຸດນໍ້າຕານໃນເລືອດໄດ້ ເພາະວ່າ ເຄືອເຂົາຮໍ ຈະດູແລຕັບໃຫ້ເຮັດໜ້າທີ່ໄດ້ຢ່າງປົກກະຕິ

ເຖິງຈະມີປະໂຫຍດຫຼາຍແບບນີ້ ແຕ່ວ່າເຄືອເຂົາຮໍ ເປັນສະໝຸນໄພທີ່ມີຊາດຂົມ ຖ້າຫາກກິນໃນປະລິມານຫຼາຍ ຕິດຕໍ່ກັນເປັນເວລາດົນ ອາດເຮັດໃຫ້ຕັບເຮັດວຽກຜິດປົກກະຕິ; ຫາກໃຊ້ແລ້ວ ເກີດອາການຕີນມືເຢັນ, ແຂນຊາ ບໍ່ມີແຮງ, ຕາເຫຼືອງ ໃຫ້ເຊົາກິນທັນທີ ແລະຈະເປັນອັນຕະລາຍກັບຄົນເຈັບກ່ຽວກັບຕັບ ແລະໝາກໄຂ່ຫຼັງຜິດປົກກະຕິ, ຜູ້ຍິງຖືພາ ແລະໃຫ້ນົມນົມລູກບໍ່ຄວນກິນ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

 

 

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...