Homeອຸບັດເຫດແລະປາກົດການຫຍໍ້ທໍ້5 ປີຜ່ານມາມີຕຳຫລວດ 737 ຄົນ ຖືກໄລ່ອອກກຳລັງຍ້ອນຜິດວິໄນ

5 ປີຜ່ານມາມີຕຳຫລວດ 737 ຄົນ ຖືກໄລ່ອອກກຳລັງຍ້ອນຜິດວິໄນ

Published on

ທ່ານ ພົນຈັດຕະວາ ດວງປີ ດາມະນີວົງ ຮອງປະທານກວດກາພັກກະຊວງ, ຫົວໜ້າກົມກວດກາ-ກວດການ ກະຊວງປ້ອງກັນຄວາມສະຫງົບ ໄດ້ລາຍງານໃນກອງປະຊຸມກວດກາກຳລັງປ້ອງກັນຄວາມສະຫງົບໃນທົ່ວປະເທດ ຄັ້ງທີ V ເມື່ອບໍ່ດົນມານີ້ວ່າ: ໃນໄລຍະ 5 ປີຜ່ານມາ, ຄະນະກວດກາກະຊວງ ປກສ ໄດ້ເອົາໃຈໃສ່ໃນການຕິດຕາມກວດກາ, ຕ້ານ ແລະ ສະກັດກັ້ນປາກົດການຫຍໍ້ທໍ້ຕ່າງໆໃນຖັນແຖວພະນັກງານນັກຮົບກຳລັງ ປກສ ແລະ ສາມາດພົບເຫັນການລະເມີດລະບຽບກົດໝາຍ, ສໍ້ລາດບັງຫລວງ ແລະ ອື່ນໆ ຈຳນວນ 1.343 ຄົນ, ສ້າງຜົນເສຍຫາຍເປັນເງິນສົດຫລາຍກວ່າ 6 ຕື້ກີບ, 191 ພັນໂດລາສະຫະລັດ, 147 ລ້ານກວ່າບາດ (ສະກຸນເງິນໄທ), 23 ລ້ານກວ່າດົງ (ສະກຸນເງິນຫວຽດນາມ) ແລະ ຊັບສິນອື່ນໆ ໂດຍບັນຫາທີ່ກວດພົບສ່ວນຫລາຍແມ່ນການສວຍໃຊ້ໜ້າທີ່ຫາຜົນປະໂຫຍດສ່ວນຕົວເຊັ່ນ: ຢັກຢອກຢາເສບຕິດຂອງກາງຄະດີ ແລະ ຮັບສິນບົນຈາກຜູ້ຄ້າຂາຍຢາເສບຕິດ ດັ່ງກໍລະນີເຈົ້າໜ້າທີ່ ປກສ ແຂວງຫົວພັນ ຈຳນວນໜຶ່ງຮັບສິນບົນເປັນເງິນສົດ 120 ພັນໂດລາສະຫະລັດ ຈາກຂະບວນການຄ້າເຮໂຣອິນຈຳນວນ 93 ແທ່ງ, ກໍລະນີເຈົ້າໜ້າທີ່ ປກສ ແຂວງຫລວງນ້ຳທາ ຈຳນວນໜຶ່ງຮັບສິນບົນຈາກນັກໂທດປະຫານຊີວິດໃນຄະດີຢາເສບຕິດ ຈຳນວນ 14 ລ້ານບາດ (ສະກຸນເງິນໄທ) ເພື່ອແລກກັບການປ່ອຍຕົວນັກໂທດ ແລະ ອີກຫລາຍໆກໍລະນີ.

ຈາກການປະພຶດທີ່ບໍ່ດີ ແລະ ລະເມີດລະບຽບກົດໝາຍດັ່ງກ່າວ ຈຶ່ງໄດ້ມີການປະຕິບັດຕາມວິໄນ ຄືລະດັບກ່າວເຕືອນຈຳນວນ 144 ຄົນ, ໂຈະຍ້ອງຍໍ-ເລື່ອນຊັ້ນ 341 ຄົນ, ປົດຕຳແໜ່ງ 101 ຄົນ, ຍົກຍ້າຍໜ້າທີ່ 20 ຄົນ, ໄລ່ອອກຈາກກຳລັງ 737 ຄົນ ແລະ ສົ່ງໃຫ້ອົງການສືບສວນ-ສອບສວນດຳເນີນຄະດີຕາມລະບຽບກົດໝາຍ 17 ຄົນ. ພ້ອມດຽວກັນນັ້ນ ຄະນະກວດກາກະຊວງຍັງໄດ້ຮັບ ແລະ ຄົ້ນຄວ້າຄຳສະເໜີ-ຄຳຮ້ອງທັງໝົດ 454 ເລື່ອງ, ສາມາດແກ້ໄຂໄດ້ 328 ເລື່ອງ, ສົ່ງໃຫ້ກົມກອງທ້ອງຖິ່ນແກ້ໄຂ 106 ເລື່ອງ ເຊິ່ງພົ້ນເດັ່ນກວ່າໝູ່ແມ່ນກ່ຽວພັນເຖິງຄວາມຮັບຜິດຊອບຂອງເຈົ້າໜ້າທີ່ໃນຂົງເຂດວຽກງານສືບສວນ-ສອບສວນຄະດີອາຍາ, ເສດຖະກິດ, ການຮັບສິນບົນຈາກຍາດຜູ້ຖືກຫາ-ນັກໂທດ ແລະ ອື່ນໆ.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ກະຊວງ ອຄ ອອກຂໍ້ຕົກລົງ ວ່າດ້ວຍການປະຕິບັດວຽກງານກວດກາການຄ້າ

ກະຊວງອຸດສາຫະກຳ ແລະ ການຄ້າ ອອກຂໍ້ຕົກລົງ ວ່າດ້ວຍການປະຕິບັດວຽກງານກວດກາການຄ້າ ເລກທີ 2997/ອຄ ລົງວັນທີ 01 ກັນຍາ 2026 ແຫຼ່ງທີ່ມາ: ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ...

ເຈົ້າໜ້າທີ່ ໄດ້ດໍາເນີນການກວດກາກ່ຽວກັບທີ່ດິນ ແລະ ສິ່ງປຸກສ້າງບໍ່ມີໃບອະນຸຍາດຖືກຕ້ອງຕາມລະບຽບ

ໃນວັນທີ 3 ກັນຍາ 2026 ເຈົ້າໜ້າທີ່ສະເພາະກິດພະແນກ ໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ສົມທົບກັບອໍານາດການປົກຄອງເມືອງຫາດຊາຍຟອງ, ພະແນກການອ້ອມຂ້າງ ນວ, ເຈົ້າໜ້າທີ່ ປກສ, ລັດວິສາຫະກິດໄຟຟ້າລາວ,...

ບໍລິສັດ ລັດວິສາຫະກິດໄຟຟ້າລາວ ສືບຕໍ່ເກັບກູ້ລະບົບພາກຈຳໜ່າຍ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ

ໃນວັນທີ​ 2 ກັນຍາ​ 2026​ ທ່ານ​ ສຸກສະຫວາດ​ ໂສສຸພັນ​ ຜູ້ອຳນວຍການ ບໍລິສັດ ລັດວິສາຫະກິດໄຟຟ້າລາວ, ຫົວໜ້າຫ້ອງການໄຟຟ້າລາວ,​ ຫົວໜ້າຝ່າຍຄຸ້ມຄອງລະບົບໄຟຟ້າພາກເໜືອ ພ້ອມດ້ວຍທີມງານໄດ້ລົງມາເຄື່ອນໄຫວວຽກງານຢູ່ ແຂວງຫຼວງນ້ຳທາ​...

ສານປະຊາຊົນແຂວງວຽງຈັນ ຕັດສິນຈຳເລີຍ 14 ຄົນ ໃນຂໍ້ຫາຄ້າຢາເສບຕິດ ແລະ ຄາດຕະກຳ

ໃນວັນທີ 27 ສິງຫາ 2026 ຜ່ານມານີ້ ສານປະຊາຊົນ ແຂວງວຽງຈັນ ຕັດສິນຈໍາເລີຍ ຈໍານວນ 14 ຄົນ ຍິງ 1 ຄົນ...