spot_img
Homeຂ່າວພາຍ​ໃນພະຍຸຣາມະສູນອອກລິດ ເຊຈຳພອນຂຶ້ນສູງ ໄຫຼຖ້ວມ 9 ບ້ານຂອງເມືອງຈຳພອນ

ພະຍຸຣາມະສູນອອກລິດ ເຊຈຳພອນຂຶ້ນສູງ ໄຫຼຖ້ວມ 9 ບ້ານຂອງເມືອງຈຳພອນ

Published on

24.7.2014.

 

ປັດຈຸບັນເມືອງຕ່າງໆພາຍໃນແຂວງສະຫວັນນະເຂດ ພວມໄດ້ຮັບຜົນກະທົບຈາກພະຍຸຣາມມະສູນ

ເປັນເຫດໃຫ້ບັນດາບ້ານທີ່ຢູ່ຕາມແຄມແມ່ນ້ຳຕ່າງໆ ຖືກນ້ຳໄຫລເຂົ້າຖ້ວມໃນບາງເຂດ; ໃນນີ້, ບ້ານ

ທີ່ຢູ່ຕາມລຽບແຄມເຊຈຳພອນເປັນຕົ້ນ: ບ້ານ ລຳເທນ, ວັງເມົາ, ເພຍກ່າ, ລຳບອງ, ສະຄຶນເໜຶອ,

ສະຄຶນໃຕ້, ທ່າມ່ວງ, ແກ້ງປູນ ແລະ ບ້ານໂພນມ່ວງ ເມືອງຈຳພອນ ນ້ຳໄດ້ໄຫລເຂົ້າຖ້ວມແລ້ວ.

 

ຕາມການລາຍງານຂອງ ທ່ານນາງ ແກ້ວອຸດອນ ຈຸນລະມຸນຕີ ຮອງຫົວໜ້າຫ້ອງການຊັບພະຍາກອນ

ທຳມະຊາດ ແລະ ສິ່ງແວດລ້ອມເມືອງ ຕໍ່ນັກຂ່າວໃນວັນທີ 23 ກໍລະກົດ 2014 ວ່າ: ປັດຈຸບັນລະດັບນ້ຳ

ເຊຈຳພອນໄດ້ຂຶ້ນໃນລະດັບ 7,86 ແມັດ ເກີນລະດັບເຝົ້າລະວັງ 7,50 ແມັດ, ຄາດຄະເນນ້ຳຈະໄຫລເຂົ້າ

ຖ້ວມເນື້ອທີ່ນາມີທັງໝົດ 4.300 ກວ່າເຮັກຕາ ແລະ ມີຈຳນວນ 69 ບ້ານທີ່ເລາະຕາມແຄມເຊຈຳພອນ;

ສຳລັບເນື້ອທີ່ຖືກນ້ຳຖ້ວມ ແລະ ຜົນເສຍຫາຍ ແມ່ນຍັງບໍ່ສາມາດສະຫລຸບໄດ້.

 

ປີນີ້ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ ໄດ້ຮ່ວມກັບຫ້ອງການກະສິກຳ-ປ່າ

ໄມ້ເມືອງ ສ້າງຄູກັນນ້ຳສອງຈຸດ ຢູ່ບໍລິເວນພື້ນທີ່ບ້ານແກ້ງກອກເໜືອ (ແກ້ງກອກ ຫົວຂົວ) ມີຄວາມ

ຍາວ 65 ແມັດ, ສູງ 2,50 ແມັດ ແລະ ຈຸດທີສອງຍາວ 30 ແມັດ, ສູງ 3 ແມັດ, ຖ້າສົມທຽບປີຜ່ານມາລະ

ດັບນ້ຳສູງ 7,20 ແມັດ ແມ່ນໄຫລເຂົ້າຖ້ວມເນື້ອທີ່ນາແລ້ວ ແຕ່ປີນີ້ຍັງບໍ່ທັນໄຫລເຂົ້າຖ້ວມ.

 

ຕໍ່ກັບສະພາບດັ່ງກ່າວພາກ ສ່ວນທີ່ກ່ຽວຂ້ອງໄດ້ອອກແຈ້ງການໃຫ້ອຳນາດການປົກຄອງບ້ານທີ່ມີ

ຄວາມສ່ຽງໃຫ້ກະກຽມຍົກຍ້າຍສັດຂຶ້ນບ່ອນສູງ, ນອກຈາກນັ້ນລະບົບຊົນລະປະທານ (ໂປມສູບນ້ຳ) ຢູ່

ເລາະຕາມສາຍເຊ ຫລື ບ່ອນທີ່ມີຄວາມສ່ຽງໄດ້ ໃຫ້ປະຊາຊົນເຝົ້າລະວັງ ບໍ່ໃຫ້ເຮືອແພຫລົ້ມຈົມຕາມ

ກະແສນ້ຳ ເພື່ອຮັບປະກັນໃນລະດູແລ້ງໃຫ້ສາມາດສູບນ້ຳເຂົ້າໃສ່ເນື້ອທີ່ການຜະລິດໄດ້ຕາມລະດູການ.

 

ຂອບໃຈຂ່າວຈາກ: http://laophatthananews.blogspot.com/2014/07/9_25.html

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...