Homeຂ່າວຕ່າງປະເທດເສດຖະກິດຟິລິບປິນ ຂະຫຍາຍຕົວແຊງໜ້າຈີນ ໃນໄຕມາດ 3 ຫລັງດູເຕີເຕ ບໍລິຫານປະເທດໄດ້ 3 ເດືອນ

ເສດຖະກິດຟິລິບປິນ ຂະຫຍາຍຕົວແຊງໜ້າຈີນ ໃນໄຕມາດ 3 ຫລັງດູເຕີເຕ ບໍລິຫານປະເທດໄດ້ 3 ເດືອນ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 17 ພະຈິກນີ້ວ່າ ຟິລິບປິນ ກາຍເປັນປະເທດທີ່ມີເສດຖະກິດຂະຫຍາຍຕົວໄວທີ່ສຸດ ໃນກຸ່ມປະເທດກຳລັງພັດທະນາຢູ່ອາຊີ ຫລັງຈາກທີ່ ປະທານາທິບໍດີ ໂຣດຣິໂກ ດູເຕີເຕ ເຂົ້າມາບໍລິຫານປະເທດໄດ້ພຽງ 3 ເດືອນ, ທ່ານ ໂຣສແມຣີ ອີດິນລອນ ຫົວໜ້າຫ້ອງການ ກະຊວງການວາງແຜນເສດຖະກິດຟິລິບປິນ ໄດ້ລະບຸວ່າ ເສດຖະກິດຂອງຟິລິບປິນ ໃນໄຕມາດທີ 3 (ກໍລະກົດ-ກັນຍາ) ຂອງປີນີ້ ຂະຫຍາຍຕົວ 7.1% ເມື່ອປຽບທຽບກັບໄລຍະດຽວກັນຂອງປີກາຍ ຊຶ່ງສູງກວ່າຕົວເລກແຜນການທີ່ວາງໄວ້ 6.8% ແລະ ແຊງໜ້າມະຫາອຳນາດຢ່າງຈີນ ທີ່ມີອັດຕາການຂະຫຍາຍຕົວພຽງ 6.7% ໃນໄລຍະດຽວກັນນີ້.

ດ້ານຜູ້ຊ່ຽວຊານເສດຖະກິດ ໄດ້ຕົກຕະລຶງກັບຕົວເລກການຂະຫຍາຍຕົວດັ່ງກ່າວ ຊຶ່ງສູງເກີນລະດັບຄາດໝາຍ ທັງທີ່ທົ່ວໂລກໄດ້ວິຕົກກັງວົນ ຕໍ່ກັບນະໂຍບາຍສົງຄາມກວາດລ້າງຢາເສບຕິດ ຂອງປະທານາທິບໍດີຟິລິບປິນ ອັນໄດ້ສ້າງຄວາມເປັນຫ່ວງໃຫ້ແກ່ນັກລົງທຶນ, ທ່ານ ອັສໂຕຣ ເດວ ກັສຕິໂຢ ນັກວິເຄາະດ້ານຄວາມໝັ້ນຄົງຈາກ ບໍລິສັດ ເຟີສຕ໌ເກຣດ ໂຮນດິ້ງ ໄດ້ເປີດເຜີຍວ່າ ຕົວເລກດັ່ງກ່າວນີ້ເປັນຂ່າວດີ ເປັນການສ້າງຄວາມແປກໃຈໃຫ້ຕະຫລາດເງິນ ແລະ ເປັນເຄື່ອງຢືນຢັນວ່າ ຮາກຖານທາງເສດຖະກິດຂອງເຮົາຍັງເຂັ້ມແຂງຢູ່ ເຖິງແມ່ນຈະມີສຽງລົບກວນທາງການເມືອງກໍຕາມ.

 

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...