Homeອຸບັດເຫດແລະປາກົດການຫຍໍ້ທໍ້ຈັບຄົນຂັບລົດບັນທຸກຕຳຄົນຕາຍ 3 ຄົນແລ້ວຫຼົບໜີ

ຈັບຄົນຂັບລົດບັນທຸກຕຳຄົນຕາຍ 3 ຄົນແລ້ວຫຼົບໜີ

Published on

ອີງຕາມການລາຍງານ ຂອງເຈົ້າໜ້າທີ່ຕຳຫຼວດຈະລາຈອນ ປກສ ເມືອງທ່າພະບາດ ແຂວງບໍລິຄຳໄຊໃຫ້ຮູ້ວ່າ: ໃນເວລາປະມານ 22: 20 ໂມງຂອງວັນທີ 10 ທັນວາ 2015 ໄດ້ຮັບແຈ້ງຄວາມຈາກພົນລະເມືອງດີວ່າມີອຸປະຕິເຫດເກີດຂື້ນຢູ່ເສັ້ນທາງເລກທີ 13 ໃຕ້ ເຂດບ້ານພະບາດ ເມືອງທ່າພະບາດ ແຂວງບໍລິຄຳໄຊ, ຈາກນັ້ນເຈົ້າໜ້າທີ່ ຈຶ່ງໄດ້ຮິບຮ້ອນລົງກວດກາສະຖານທີ່ເກີດເຫດພົບເຫັນລົດຈັກສີດຳ ຍີ່ຫໍ້ ຢາມາຮ່າ ບໍ່ມີປ້າຍ 1 ຄັນ ສະພາບເປ່ເພພໍສົມຄວນ,  ພົບເຫັນຄົນເສຍຊີວິດຄາທີ່ 2 ຄົນຄື: 1 ທ້າວ ຫງວຽນວັນຢຸງ, 2 ທ້າວ ເຈີນວັນຖ້າວ ແລະມີຄົນໄດ້ຮັບບາດເຈັບ ສາຫັດ 1 ຄົນຄື: ທ້າວ ດິງຕື໊ຕວັນ (ທັງສາມເປັນຄົນສັນຊາດຫວຽດນາມ), ຈາກນັ້ນເຈົ້າໜ້າທີ່ຈຶ່ງໄດ້ນຳຕົວທ້າວ ດິງຕື໊ຕວັນ ສົ່ງໂຮງໝໍ, ສ່ວນຄູ່ກໍລະນີແມ່ນໄດ້ເອົາຕົວຫຼົບໜີ; ຍ້ອນທົນຕໍ່ຄວາມເຈັບປວດບໍ່ໄດ້ ໃນເວລາຕໍ່ມາ ທ້າວ ດິງຕື໊ຕວັນ ຈຶ່ງໄດ້ເສຍຊີວິດ.

ນັບແຕ່ມື້ເກີດເຫດມາເຈົ້າໜ້າທີ່ວິຊາສະເພາະໄດ້ປະສານສົມທົບກັບບັນດາກົມກອງ, ກອງຈະລາຈອນແຕ່ລະເມືອງ, ແຕ່ລະແຂວງ ທີ່ປະຈຳຢູ່ປ້ອມຕາມສາຍທາງຕ່າງໆ, ໃຫ້ເອົາໃຈໃສ່ຕິດຕາມລົດເປົ້າໝາຍຜູ້ກະທຳຜິດມາດຳເນີນຄະດີຕາມກົດໝາຍ, ຕົກມາຮອດວັນທີ 10 ກຸມພາ 2016 ທາງເຈົ້າໜ້າທີ່ວິຊາສະເພາະຈຶ່ງພົບເຫັນລົດເປົ້າໝາຍເປັນປະເພດລົດບັນທຸກສີແດງ ໝາຍເລກທະບຽນ ບຂ 0988 ນະຄອນຫຼວງວຽງຈັນ ກຳລັງແລ່ນມຸ່ງໜ້າຂຶ້ນໄປທາງນະຄອນຫຼວງວຽງຈັນ ຈຶ່ງໄດ້ປະສານຫາເຈົ້າໜ້າທີ່ ປກສ ເມືອງທ່າພະບາດ ສະກັດລັດເພື່ອກວດກາລົດຄັນດັ່ງກ່າວຈຶ່ງສາມາດກັກຕົວຜູ້ກະທຳຜິດໄດ້ໃນເວລາປະມານ 11:00 ໂມງຂອງວັນນັ້ນ.

ຜ່ານການສືບສວນ-ສອບສວນ: ຈຶ່ງຮູ້ວ່າຜູ້ຂັບຂີ່ລົດບັນທຸກ ຊື່ທ້າວ ພິມ, ອາຍຸ 38 ປີ ບ້ານໜອງບົວນ້ອຍ, ເມືອງຫີນບູນ ແຂວງຄຳມ່ວນ, ຜູ້ກ່ຽວຮັບສາລະພາບວ່າ: ກ່ອນເກີດເຫດໜຶ່ງວັນຜູ້ກ່ຽວໄດ້ຂັບລົດບັນທຸກຄັນດັ່ງກ່າວ (ຮັບຂັບລົດໃຫ້ບໍລິສັດ) ໂດຍບັນທຸກຊີມັງອອກຈາກໂຮງງານຊີມັງ ຕັ້ງຢູ່ເມືອງມະຫາໄຊ ແຂວງຄຳມ່ວນ ມີຈຸດປະສົງໄປສົ່ງ ຢູ່ນະຄອນຫຼວງວຽງຈັນ, ພາຍຫຼັງສົ່ງປູນສຳເລັດແລ້ວມາຮອດເວລາ 18:00 ໂມງ ຂອງເກີດເຫດກໍ່ໄດ້ເດີນທາງມຸ່ງໜ້າກັບເພື່ອໄປແກ່ປູນຊີມັງອີກ, ພໍເດີນທາງມາຮອດເຂດບ້ານພະບາດ ເມືອງພະບາດ ແຂວງບໍລິຄຳໄຊ ເວລາປະມານ 20:30 ໂມງ ລົດຂອງຜູ້ກ່ຽວກໍ່ໄດ້ເສຍຫຼັກ ເກີດອຸປະຕິເຫດຕຳລົດຈັກທີ່ຂີ່ສວນທາງມາ ແຕ່ທາງພາກໃຕ້.

ພາຍຫຼັງເກີດເຫດຜູ້ກ່ຽວໄດ້ຈຶ່ງໄດ້ເອົາຕົວຫຼົບໜີ, ຂັບລົດມຸ່ງໜ້າລົງໄປທາງໃຕ້ໄປຮອດບ້ານໜອງບົວນ້ອຍ ເມືອງຫີນບູນ ແຂວງຄຳມ່ວນ (ເຮືອນຂອງຜູ້ກ່ຽວ) ຈຶ່ງໄດ້ນອນພັກຜ່ອນ, ມາຮອດເວລາປະມານ 7:00 ໂມງ ຂອງວັນຕໍ່ມາຜູ້ກ່ຽວ ໄດ້ນຳເອົາລົດໄປສ້ອມແປງຢູ່ທ່າແຂກ ເພື່ອປົກປິດອຳພາງຮ່ອງຮອຍການກະທຳຜິດ ແລະນຳລົດຄັນດັ່ງກ່າວມານຳໃຊ້ປົກກະຕິ.

ຕົກມາຮອດວັນທີ 10 ກຸມພາ 2016 ຕົນເອງໄດ້ຂັບລົດມຸ່ງໜ້າໄປ ນະຄອນຫຼວງວຽງຈັນ ຈຶ່ງຖືກເຈົ້າໜ້າທີ່ ປກສ ເມືອງທ່າພະບາດກັກຕົວ ສົ່ງໃຫ້ພະແນກຈະລາຈອນ ປກສ ແຂວງບໍລິຄຳໄຊ ດຳເນີນການສືບສວນ-ສອບສວນຕາມກົດໝາຍ.

ພາຍຫຼັງສືບສວນ-ສອບສວນແລ້ວ ເຈົ້າໜ້າທີ່ພະແນກຈະລາຈອນ ປກສ ແຂວງບໍລິຄຳໄຊ ໄດ້ສະຫຼຸບລາຍງານສຳນວນຄະດີດັ່ງກ່າວໃຫ້ໄອຍະການປະຊາຊົນ ແຂວງບໍລິຄຳໄຊ ສົ່ງຟ້ອງຂຶ້ນສານຕັດສີນຕາມລະບຽບກົດໝາຍ, ມາຮອດວັນທີ 11 ຕຸລາ 2016 ສານປະຊາຊົນແຂວງບໍລິຄຳໄຊ ຈຶ່ງໄດ້ນຳເອົາຄະດີດັ່ງກ່າວອອກມາພິຈາລະນາ: ຕັດສີນໃຫ້ ທ້າວ ພິມ, ອາຍຸ 38 ປີ, ບ້ານໜອງບົວນ້ອຍ ເມືອງຫີນບູນ ແຂວງຄຳມ່ວນ, ຈຳຄຸກ 3 ປີ 6 ເດືອນ  ພ້ອມດ້ວຍໃຊ້ແທນຄ່າເສຍຫາຍທາງແພ່ງຕາມລະບຽບກົດໝາຍ.

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...