spot_img
Homeຊີວິດແລະຄວາມຮັກ12 ນິໄສຂອງຜູ້ຍິງ ທີ່ຜູ້ຊາຍຮັກທີ່ສຸດ

12 ນິໄສຂອງຜູ້ຍິງ ທີ່ຜູ້ຊາຍຮັກທີ່ສຸດ

Published on

  1. ຮັກດຽວໃຈດຽວ ຜູ້ຍິງທີ່ຮັກ ແລະລົມຜູ້ຊາຍຄົນດຽວ ໂດຍບໍ່ເບິ່ງຜູ້ຊາຍຄົນອື່ນ ຫຼືເອົາແຟນຕົນເອງໄປປຽບກັບຄົນອື່ນ
  2. ເປັນຫ່ວງ ບໍ່ວ່າຈະຢູ່ໃສ ເວລາໃດກໍຈະເປັນຫ່ວງຢູ່ສະເໝີ, ຕ້ອງໂທຫາຕະຫຼອດວ່າຢູ່ໃສ ເພາະວ່າຄວາມເປັນຫ່ວງຂອງຜູ້ຍິງມີຫຼາຍກວ່າຜູ້ຊາຍ
  3. ຄອຍຢູ່ຂ້າງກາຍ ບໍ່ວ່າຈະຍາມທຸກ, ຍາມສຸກ ກໍຈະຢູ່ຮ່ວມກັນ, ທຸກກໍທຸກນຳກັນ ສຸກກໍສຸກນໍາກັນ
  4. ເວລາໄປໃສກໍບອກກ່ອນ ບໍ່ວ່າຈະໄປທາງໃດກໍມັກບອກ ໂດຍທີ່ອີກຝ່າຍບໍ່ໄດ້ຖາມ, ເພາະບໍ່ຢາກໃຫ້ອີກຄົນຕ້ອງເປັນຫ່ວງ
  5. ບໍ່ຕົວະ ຈະບໍ່ຕົວະ ຫຼືປິດບັງເຈົ້າ ມີຫຍັງກໍບອກກັນກົງໆເລີຍ
  6. ຈະບໍ່ເຮັດໃຫ້ແຟນລະແວງ ບໍ່ວ່າຈະເປັນເລື່ອງໃດ
  7. ຈະບໍ່ບອກເລີກກ່ອນ ເຖິງແມ່ນວ່າຈະເກີດຫຍັງຂຶ້ນກໍຕາມ ຫຼືຜິດກັນຮ້າຍແຮງປານໃດ
  8. ບໍ່ມັກໃຈຮ້າຍ ຫຼືຂຶ້ນສຽງໃສ່ ເຖິງຈະໃຈຮ້າຍກໍຕາມ
  9. ຈະຄອຍບອກຮັກ ແລະຄິດຮອດ ຕະຫຼອດ, ນັ້ນຄື ອາການຂອງຄົນຮັກເຈົ້າຫຼາຍ ບໍ່ຢາກໃຫ້ຫ່າງຈາກຊີວິດ
  10. ມື້ໃດທີ່ເຈົ້າຮູ້ສຶກເມື່ອຍ ກັບບາງສິ່ງບາງຢ່າງ ກໍຈະເຮັດໃຫ້ຫາຍເມື່ອຍໄດ້
  11. ເຖິງຈະບໍ່ວ່າງ ແຕ່ຈະພະຍາຍາມຫາເວລາວ່າງ ເພື່ອທີ່ຈະໄດ້ລົມ ຫຼືຢູ່ກັບເຈົ້າ
  12. ເຈົ້າຈະເປັນສ່ວນໜຶ່ງຂອງຄອບຄົວລາວ ແລະລາວກໍຢາກເປັນສ່ວນໜຶ່ງຂອງຄອບຄົວເຈົ້າເຊັ່ນກັນ

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...