spot_img
Homeຂ່າວພາຍ​ໃນສະຫຼຸບການຊື້-ຂາຍຮຸ້ນ ວັນທີ 15 ພະຈິກ 2016

ສະຫຼຸບການຊື້-ຂາຍຮຸ້ນ ວັນທີ 15 ພະຈິກ 2016

Published on

ໃນວັນອັງຄານ ດັດຊະນີຕະຫຼາດຫຼັກຊັບຫຼຸດລົງ 1.64 ເປີເຊັນ ຫຼື 16.36 ຈຸດ, ຫຼຸດລົງໂດຍການສູນເສຍ ຂອງຮຸ້ນພະລັງງານ. ຮຸ້ນ EDL-Gen ມີປະລິມານການຊື້-ຂາຍຈຳນວນຫຼາຍ ຈາກການລົງທຶນຕ່າງປະເທດເຊິ່ງມີຫຼາຍກວ່າ 190,000 ຮຸ້ນ ໃນເຄິ່ງເຊົ້າ; ລາຄາເປີດແມ່ນ 4,850 ກີບ ແຕ່ສຸດທ້າຍກໍປິດລົງໃນລາຄາ 4,800 ກີບ ໂດຍມີ 192,700 ຮຸນທີ່ຈັບຄູ່ກັນ. ຮຸ້ນ BCEL ຍັງຄົງຢູ່ທີ່ລາຄາ 5,200 ກີບ, ມີພຽງແຕ່ 1,000 ຮຸ້ນທີີ່ມີການຊື້-ຂາຍ, ໃນຂະນະທີ່ຮຸ້ນ LWPC ມີການຊື້-ຂາຍຫຼັງຈາກ 22 ວັນ ທີ່ບໍ່ມີການຈັບຄູ່ເຊິ່ງມີ 2,000 ຮຸ້ນທີ່ມີການປ່ຽນມື, ມີມູນຄ່າ 12,200,000 ກີບ. ເຖິງແນວໃດກໍຕາມ ຮຸ້ນ PTL ແລະຮຸ້ນ SVN ບໍ່ມີການຊື້-ຂາຍ ແລະປິດໃນລາຄາທີ່ບໍ່ປ່ຽນແປງ, ປະລິມານການຊື້-ຂາຍຂອງຕະຫຼາດແມ່ນ 195,700 ຮຸ້ນ ເຊິ່ງມີມູນຄ່າເຖິງ 942,760,000 ກີບ ຂອງມູນຄ່າ ການຊື້-ຂາຍປະຈຳວັນ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ifram FBPictpost ຮູບພາບລາວໂພສຕ໌

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...