spot_img
Homeຍ້ອງຍໍຄົນດີເດັ່ນອະດີດຕຳຫຼວດ ຫຼັງເຂົ້າຮັບບຳນານ ສ້າງຟາມຫ້ວຍຄູນນຳໂຊກ ຜະລິດສິນຄ້າປ້ອນ ນ.ວ

ອະດີດຕຳຫຼວດ ຫຼັງເຂົ້າຮັບບຳນານ ສ້າງຟາມຫ້ວຍຄູນນຳໂຊກ ຜະລິດສິນຄ້າປ້ອນ ນ.ວ

Published on

Capture33

 

ຊີŒວິດ​ບັ້ນ​ປາຍ​ຂອງ ທ່ານ ພັນ​ເອກ ບຸນ​ເຮັ່ງ ໝັ້ນ​ສຸ​ລິດ ອະ­ດີດ​ພະŒນັກŒງານກະŒຊວງ​ປ້ອງ​ກັນ​ສະŒຫງົບ

ຫຼັງ​ເຂົ້າ​ຮັບ​ບຳŒນານ ກໍ​ທຸ່ມŒເທ​ເຮືອ ເຂົ້າ​ໃນ​ການ​ຜະŒລິດ​ກະŒສິŒກຳ​ເປັນ​ສິນŒຄ້າ ໂດຍ​ສ້າງ​ເປັນ​ຟາມຫ້ວຍ​

ຄູນ​ນຳ​ໂຊກ ຢູ່​ບ້ານ​ໂພນ​ສະŒຫວັນ ເມືອງ​ໄຊ​ທາŒນີ ເພື່ອ​ເປັນ​ບ່ອນ​ຜະŒລິດ​ອາŒຫານ​ຄົບ​ວົງ​ຈອນຂາຍ​ໃຫ້​

ຊົນ​ຊາວ​ວຽງ.

 

ຟາມ​ຫ້ວຍ​ຄູນ​ນຳ​ໂຊກ ໄດ້​ເຄື່ອນໄຫວ​ກິດŒຈະŒການ​ມາ​ໄດ້ 4 ປີ​ແລ້ວ ໂດຍວາງ​ເປົ້າ​ເຖິງ 10 ກວ່າ​ໂຄງŒການ

ລ້ຽງ​ ແລະ ປູກ​ໃນ​ເນື້ອŒທີ່ 70 ເຮັກŒຕາ, ມາ​ຮອດ​ປະŒຈຸ​ບັນ ການ​ຕັ້ງ​ປະŒຕິŒບັດ​ເປົ້າ​ໝາຍ​ດັ່ງ Œກ່າວ​ກວມ 80%

ແລ້ວ, ຫຼາຍ​ໂຄງŒການ​ສຳ­ເລັດ ແລະ ຂາຍ​ອອກ​ສູ່​ຕະŒຫຼາດ​ກາຍ Œເປັນ​ບ່ອນ​ສ້າງ​ລາຍ​ຮັບ​ໄດ້​ຖາŒວອນ.

 

ທ່ານພັນ​ເອກ ບຸນ​ເຮັ່ງ ໝັ້ນ​ສຸ​ລິດ ພະŒນັກŒງານ​ບຳŒນານເຈົ້າ​ຂອງ​ຟາມ​ຫ້ວຍຄູນ​ນຳ​ໂຊກ, ບ້ານ​ໂພນ​ສະŒຫວັນ,

ເມືອງ​ໄຊ​ທາŒນີ, ນະŒຄອນŒຫຼວງ​ວຽງ​ຈັນ​ໃຫ້​ສຳŒພາດ​ຕໍ່​ສື່​ວ່າ:ດ້ວຍ​ຈິດŒໃຈ​ມັກ​ຮັກ​ການຜະŒລິດ ​ກະŒສິŒກຳ­ມາ​ແຕ່​ໃດ

ບວກ​ໃສ່​ທິດນະŒໂຍŒບາຍ​ສົ່ງŒເສີມ​ຜະŒລິດ​ເປັນ​ສິນŒຄ້າຂອງພັກ ແລະ ລັດŒຖະŒບານຈິ່ງ​ເປັນ​ສາຍ​ສະ​ນວນ​ສ້າງ​ແຮງ

​ບັນ​ດ້ານ​ໃຈ​ສ້າງ​ຟາມປູກŒຝັງ, ລ້ຽງ­ສັດ​ຫັນ​ເປັນ​ສິນ­ຄ້າ​ເທື່ອ​ລະ​ກ້າວ ແລະ ຟາມ​ແຫ່ງ​ນີ້​ໄດ້​ຮັບ​ການ​ພັດŒທະŒນາ

​ມາ 4 ປີ ໂດຍ​ເດີນ​ຕາມ​ເປົ້າໝາຍ​ທີ່​ວາງ​ໄວ້ 12 ໂຄງŒການ​ຄື: ໂຄງການ​ລ້ຽງ​ໝູ​ພໍ່Œແມ່​ພັນ 500 ແມ່, ໝູຊີ້ນ

3000-Œ4000 ໂຕ;ໂຄງŒການ​ລ້ຽງປາ 2.530 ເຮັກŒຕາ, ເພື່ອ​ປ່ອຍ​ປາ​ໃນ​ລະŒດັບ 1 ລ້ານ​ໂຕ​ຂຶ້ນ​ໄປ; ໂຄງŒການ​ປູກ​

ຫຍ້າ 10 ເຮັກŒຕາ​ເພື່ອ​ລ້ຽງŒສັດ​ໃຫຍ່; ລ້ຽງ​ງົວ 200Œ-300 ໂຕ; ປູກ​ສາŒລີ 30 ເຮັກŒຕາ; ເພາະ​ພັນ​ປາ; ລ້ຽງ​ໄກ່​ພັນ

ໄຂ່ 30Œ40 ພັນ​ໂຕ; ລ້ຽງ​ໝູ​ປ່າ, ລ້ຽງ​ໄກ່, ເປັດພັນ​ພື້ນ​ບ້ານ.

 

ປະŒຈຸ​ບັນ ບັນŒດາ​ໂຄງŒການ​ແມ່ນ​ຖືກ​ຈັດ​ຕັ້ງ​ປະŒຕິŒບັດ​ເກືອບ 100% ເປັນŒຕົ້ນ ການ​ລ້ຽງ​ໄກ່​ພັນ​ໄຂ່​ສາŒມາດ​ຂາຍ

​ໄຂ່​ວັນ​ລະ​ເກືອບ 10 ພັນ​ໜ່ວຍ; ໜອງ​ປາ​ເກືອບ 20 ເຮັກŒຕາ, ຂາຍ​ປາ​ປີ​ແລ້ວ​ເກີນ 200 ລ້ານ, ຂາຍ​ໝູ, ຂາຍ

​ງົວ, ເປັດ,ໄກ່​ສາŒມາດ​ສ້າງ​ລາຍ​ຮັບ​ໄດ້​ແຕ່​ລະ​ປີ​ແບບ​ຖາວອນ.

 

ແນວŒໃດ​ກໍ​ຕາມ ສຳŒລັບ​ຟາມ​ດັ່ງ­ກ່າວ ກໍຍັງ​ຕ້ອງŒການ​ທຶນ​ຕື່ມ​ອີກ​ຫຼາຍ​ຕື້​ກີບ, ເພື່ອ​ເປັນ​ທຶນ​ໝູນŒວຽນ ແລະ

ພັດ­ທະ­ນາ​ຕື່ມ​ອີກ​ເຮັດ​ໃຫ້​ມີ​ປະŒສິດŒທິŒພາບ ແລະ ກາຍເປັນ​ບ່ອນ​ຜະŒລິດ​ອາŒຫານ​ລາຍ​ໃຫຍ່​ຂອງ​ເມືອງ​ໄຊ​ທາŒນີ​

ສະŒໜອງ​ໃຫ້ແກ່​ນະŒຄອນŒຫຼວງ​ວຽງ​ຈັນ​ໄດ້​ຢ່າງ​ພຽງພໍ, ດຽວŒນີ້ ຍັງ​ລໍŒຖ້າ​ລັດ​ກໍ່​ຄື​ທະŒນາŒຄານ​ປ່ອຍ​ເງິນ​ໃຫ້ ຖ້າ​ຫາ​ກ

ວ່າ​ບໍ່​ໄດ້​ຮັບ​ທຶນ​ກໍ​ຈະ​ເຮັດ​ໃຫ້Œການ​ພັດŒທະŒນາ​ຂອງ​ຟາມ​ຂະຫຍາຍ​ຕົວ​ຊ້າກວ່າ​ແຜນ.

 

ຂອບໃຈບົດຂ່າວຈາກ: http://www.sedthakid.la/khao/19792.spc

ບົດຄວາມຫຼ້າສຸດ

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...