Homeຂ່າວພາຍ​ໃນສະຫຼຸບການຊື້-ຂາຍຮຸ້ນ ວັນທີ 14 ພະຈິກ 2016

ສະຫຼຸບການຊື້-ຂາຍຮຸ້ນ ວັນທີ 14 ພະຈິກ 2016

Published on

ໃນວັນຈັນຜ່ານມາ ຕະຫຼາດຫຼັກຊັບລາວ ມີການປັບປຸງ ຈາກອາທິດທີ່ຜ່ານມາ, ດັດຊະນີ ໄດ້ເພີ່ມຂຶ້ນເລັກໜ້ອຍທີ່ 8.85 ຈຸດ ມາປິດທີ່ 999.79 ຈຸດ, ໂດຍມີພຽງແຕ່ 800 ຮຸ້ນ ທີ່ມີການຊື້-ຂາຍ, ມີມູນຄ່າຊື້-ຂາຍປະມານ 3,760,000 ກີບ, ຈາກຮຸ້ນຂະແໜງພະລັງງານ ແລະທະນາຄານເພີ່ມຂຶ້ນ 50 ກີບ ປິດທີ່ 4,900 ກີບ ແລະ 5,200 ກີບ ໃນຮອບການຊື້-ຂາຍສຸດທ້າຍ. ໃນຂະນະທີ່ ຮຸ້ນອື່ນໆ ແມ່ນມີການປ່ຽນແປງຄື  ຮຸ້ນ EDL-Gen ມີປະລິມານການຊື້-ຂາຍ ໃນຕະຫຼາດມີພຽງແຕ່ 600 ຮຸ້ນທີ່ຈັບຄູ່ກັນ, ເຖິງແນວໃດກໍຕາມ, ຮຸ້ນ BCEL ແລະ SVN ມີ 100​ ຮຸ້ນທີ່ມີການປ່ຽນແປງມື. ນອກນັ້ນ, ແມ່ນບໍ່ມີການຈັບຄູ່ຊື້-ຂາຍກັນ

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...