ໄຂປິດສະໜາຊາກສົບຄົນຮ້າຍ ຕາຍກ່ອນຕຳຫຼວດຖືກຍີງ?

ຈາກເຫດການຄົນຮ້າຍຍິງປະຊາຊົນ ທີ່ບ້ານໂພນມ່ວງ ເມືອງເຊໂປນ ແຂວງສະຫວັນນະເຂດ, ຕໍ່ມາຕຳຫຼວດຖືກຍິງເສຍຊີວິດ ແລະຫຼ້າສຸດພົບສົບຜູ້ເສຍຊີວິດ 1 ຄົນ ພາຍໃນເຮືອນທີ່ຄາດວ່າຄົນຮ້າຍລີ້ຢູ່ ເຊິ່ງຊັນນະສູດຂອງເຈົ້າໜ້າທີ່ ທັງໄດ້ຮັບການຢືນຢັນຈາກຜູ້ເປັນເມຍວ່າ ຊາກສົບດັ່ງກ່າວນັ້ນ ເປັນຊາກສົບທ້າວ ສົມພອນ ຫຼືຕາກ ຄົນຮ້າຍທີ່ກໍ່ເຫດຍີງປະຊາຊົນ ແລະຕຳຫຼວດລ່າໂຕ.

ພາຍຫຼັງຂ່າວການພົບຊາກສົບຄົນຮ້າຍ ເຮັດໃຫ້ຜູ້ອ່ານຂ່າວຕັ້ງຂໍສົງໄສວ່າ ເປັນຫຍັງສະພາບຊາກສົບມີການເນົ່າເປື່ອຍ ຄ້າຍຄືວ່າເສຍຊີວິດມາຫຼາຍມື້ແລ້ວ ທັ້ງໆທີ່ເຈົ້າໜ້າທີ່ຕຳຫຼວດຫາກໍຖືກຍີງເມື່ອວັນທີ 9 ພະຈິກ 2016 ທີ່ຜ່ານມານີ້ເອງ ເປັນໄປໄດ້ບໍວ່າຊາກສົບດັ່ງກ່າວແມ່ນເສຍຊີວິດກ່ອນທີ່ເຈົ້າໜ້າທີ່ຕຳຫຼວດຖືກຍີງ ແລ້ວຄຳຖາມກໍຄືວ່າ: ຖ້າຊາກສົບເປັນຊາກຂອງຄົນຮ້າຍແທ້ ແມ່ນໃຜເປັນຄົນຍີງຕຳຫຼວດ?.

ດັ່ງນັ້ນ, ທີມຂ່າວລາວໂພສພວກເຮົາ ຈຶ່ງໄດ້ພະຍາຍາມຊອກຫາຂໍ້ມູນມາສະເຫຼີຍຕາມລຳດັບເຫດການດັ່ງນີ້:

ສືບເນື່ອງຈາກ ວັນທີ 2 ພະຈິກ 2016 ເວລາປະມານ 7:15 ນາທີ ຢູ່ທີ່ບ້ານໂພນມ່ວງ ເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ເກີດເຫດມີຜູ້ກໍ່ເຫດ ໃຊ້ປືນຍິງປະຊາຊົນພາຍໃນບ້ານຂອງຕົນ ໄດ້ຮັບບາດເຈັບສາຫັດ 3 ຄົນ ໃນນັ້ນເປັນຍິງ 1 ຄົນ. ເຫດການດັ່ງກ່າວໄດ້ສ້າງຄວາມຕື່ນຕົກໃຈໃຫ້ແກ່ປະຊາຊົນພາຍໃນບ້ານຢ່າງແຮງ ປະຊາຊົນບໍ່ກ້າອອກຈາກເຮືອນຕະຫຼອດຄືນ.

ວັນທີ 9 ພະຈິກ 2016 ມີປະຊາຊົນແຈ້ງໄປຍັງເຈົ້າໜ້າທີ່ວ່າ ມີກິ່ນເໝັນອອກຈາກເຮືອນຮ້າງຫຼັງໜຶ່ງ ເຈົ້າໜ້າທີ່ຈຶ່ງໄດ້ເຂົ້າໄປກວດສອບໃນສະຖານທີ່ເກີດເຫດ ແຕ່ພໍເປີດປະຕູເຂົ້າໄປກໍມີສຽງປືນດັງຂຶ້ນ ສົ່ງຜົນໃຫ້ຕຳຫຼວດທີ່ເປີດປະຕູຖືກລູກປືນຈົນເສຍຊີວິດ. ດັ່ງນັ້ນ, ເຈົ້າໜ້າທີ່ສ່ວນໜຶ່ງຈຶ່ງໄດ້ສຸມປືນເຂົ້າໄປໃສ່ ເພາະເຂົ້າໃຈວ່າຄົນຮ້າຍຢູ່ໃນເຮືອນຮ້າງນັ້ນຍິງຕຳຫຼວດ ພ້ອມທັງຕ້ອງການກູ້ເອົາຕຳຫຼວດທີ່ຖືກຍີງອອກຈາກສະຖານທີ່ດັ່ງກ່າວ.

ຕອນເຊົ້າ ວັນທີ 10 ພະຈິກ 2016 ເຈົ້າໜ້າທີ່ໄດ້ລົງກວດສອບສະຖານທີ່ດັ່ງກ່າວອີກເທື່ອໜຶ່ງ ຈຶ່ງໄດ້ພົບເຫັນຊາກສົບຄົນຕາຍ 1 ຄົນດ້ວຍການຜູກຄໍຕາຍ ສະພາບຂຶ້ນອືດ ມີສີດຳ ແລະສົ່ງກິ່ນເໝັນຢ່າງແຮງ ຄ້າຍຄືກັບວ່າເປັນຊາກທີ່ເສຍຊີວິດມາໄດ້ຫຼາຍມື້ແລ້ວ ເບື້ອງຕົ້ນຄາດວ່າເປັນຜູ້ໂຊກຮ້າຍອີກທີ່ຖືກຄົນຮ້າຍຂ້າ ແຕ່ເມື່ອຜ່ານການພິສູດແລະໄດ້ຮັບຄຳຢືນຢັນຈາກພັນລະຍາຂອງຜູ້ຕາຍດັ່ງກ່າວ ຢືນຢັນວ່າເປັນຜົວຂອງຕົນເອງ ຊື່ ທ້າວ ສົມພອນ ຫຼື ຕາກ (ຄົນຮ້າຍທີ່ຕຳຫຼວດຕ້ອງການໂຕ). ຄຳຖາມຈຶ່ງເກີດຂຶ້ນວ່າ ແລ້ວຕຳຫຼວດທີ່ຖືກຍີງເດ ແມ່ນໃຜເປັນຄົນຍີງ?.

ຕໍ່ຄຳຖາມດັ່ງກ່າວ ເຈົ້າໜ້າທີ່ຕຳຫຼວດໄດ້ແຈ້ງຕໍ່ທີມຂ່າວພວກເຮົາ ເມື່ອວັນທີ 12 ພະຈິກ 2016 ນີ້ວ່າ ເປັນໄປໄດ້ວ່າ ພາຍຫຼັງທີ່ທ້າວ ຕາກ ກໍ່ເຫດຍີງປະຊາຊົນເມື່ອວັນທີ 2 ພະຈິກ ແລ້ວ ຜູ້ກ່ຽວໄດ້ເຂົ້າໄປລີ້ຢູ່ໃນເຮືອນຮ້າງດັ່ງກ່າວ ແລະຜູ້ກ່ຽວໄດ້ຫ້າງປືນໃສ່ປະຕູ ດ້ວຍສາຍໄມໂຄຣໂຟນ ມັດໃສ່ກັບຕູ້ແລະປະຕູທາງເຂົ້າ ຈາກນັ້ນກໍໄດ້ຜູກຄໍຕົນເອງຕາຍຢູ່ໃນເຮືອນດັ່ງກ່າວ ຕໍ່ມາວັນທີ 9 ພະຈິກ ເມື່ອຕຳຫຼວດເປີດປະຕູຈຶ່ງຖືກປືນທີ່ທ້າວ ຕາກ ຫ້າງໄວ້ລັ່ນໃສ່. ສຳລັບປືນແມ່ນຄ້າຍຄື CKC ແຕ່ເປັນປືນທີ່ດັດແປງມາ. ສ່ວນການບາດເຈັບຂອງຕຳຫຼວດທ່ານອື່ນ ແມ່ນຖືກດິນຈີ່ຕົກໃສ່ຕອນທີ່ເຂົ້າໄປເອົາສົບຕຳຫຼວດທີ່ຖືືກຍີງ ແລະສ່ວນລາຍງານທີ່ວ່າຄົນຮ້າຍແກວ່ງລະເບີດອອກມາໃສ່ຕຳຫຼວດນັ້ນ ອາດຈະເປັນໝາກຝາ (ລະເບີດສຳລັບໃຊ້ໃນການລະເບີດຫິນ) ທີ່ຜູ້ຢູ່ນອກແກວ່ງເຂົ້າໃສ່ຄົນຮ້າຍ ເພື່ອຂົ່ມຂວັນຄົນຮ້າຍ.

ຫຼ້າສຸດວັນທີ 11 ພະຈິກ 2016 ເຈົ້າເມືອງ ເມືອງເຊໂປນໄດ້ອອກແຈ້ງການວ່າ ຄົນຮ້າຍໄດ້ເສຍຊີວິດແລ້ວດ້ວຍການຜູກຄໍໂຕເອງຕາຍ ໂດຍການຢືນຢັນຈາກເມຍຂອງຜູ້ກ່ຽວ ວ່າຜູ້ເສຍຊີວິດນັ້ນເປັນຜົວຂອງຕົນແທ້.
253

ແນວໃດກໍຕາມ, ປັດຈຸບັນສຳນວນຄະດີ ຍັງຢູ່ໃນຂັ້ນສືບສວນສອບສວນ ແລະຍັງບໍ່ທັນໄດ້ສະຫຼຸບລາຍງານຢ່າງເປັນທາງການເທື່ອ.

 

2 COMMENTS

  1. ແມ່ນແທ້ບໍ່?ບໍ່ຫຮ້່ຈະເຊື່ອ

  2. ຂ້ອຍຂໍສະແດງຄວາມຄິດແດ່ໜ້ອຍໜຶ່ງຄັນວ່າບ່ແມ່ນສົບຄົນຮ້າຍລະແມ່ນໄຜ ເຮົາຄວນໃຫ້ກຳລັງໄຈເຈົ້າໜ້າທີ່ແດ່ປະຕິບັດໜ້າທີ່ຈົນຕາຍແລະເສຍຊີວິດ ເຮົາຄວນຖາມວ່າເຈົ້າໜ້າທີ່ເສຍຊີວິດໄດ້ຈັບບາດເຈບໄດ້ຫຍັງເພຶ່ອເປັນກຳລັງໄຈຕໍ່ຜູ້ທີ່ປະຕິບັດໜ້າທີ່ຮັບໃຊ້ບ້າຍເມຶອງ

Comments are closed.