spot_img
Homeຂ່າວການພັດທະນາ​ຈະ​ຈັດ​ງານ​ວາງສະ​ແດງ​ LAO ICT EXPO ຄັ້ງທຳອິດຂອງປະເທດ ກາງເດືອນໜ້ານີ້!

​ຈະ​ຈັດ​ງານ​ວາງສະ​ແດງ​ LAO ICT EXPO ຄັ້ງທຳອິດຂອງປະເທດ ກາງເດືອນໜ້ານີ້!

Published on

​ໃນ​ວັນ​ທີ 9 ພະຈິກ​ນີ້, ຢູ່​ໂຮງ​ແຮມ​ແລນ​ມາກ ນະຄອນຫລວງ​ວຽງ​ຈັນ, ທ່ານ​ລັດຖະມົນຕີ​ກະຊວງ​ໄປສະນີ ​ໂທລະ​ຄົມມະນາຄົມ ​ແລະການ​ສື່ສານ ທັນ​ສະ​ໄໝ ກົມມະ​ສິດ ​ໄດ້​ຖະ​ແຫລ​ງຕໍ່​ສື່​ມວນ​ຊົນ ກ່ຽວ​ກັບ​ການຈັດ​ງານ​ວາງສະ​ແດງ​ລາວ​ໄອ​ຊີ​ທີ (LAO ICT EXPO) 2016 ຄັ້ງທຳ​ອິດ​ວ່າ: ງານ​ດັ່ງກ່າວ​ຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ 14-18 ທັນວາ 2016 ນີ້ຢູ່​ຫໍ​ປະຊຸມ​ແຫ່ງ​ຊາດ (ຫລັກ 6) ​ເຊິ່ງຈະ​ມີ​ພາກສ່ວນ​ກ່ຽວຂ້ອງ​ຈາກ​ພາກ​ລັດ, ​ເອກະ​ຊົນ ​ແລະ ຜູ້​ປະກອບ​ການ​ດ້ານ​ໄອ​ຊີ​ທີ ທັງ​ຢູ່​ພາຍ​ໃນ ​ແລະຕ່າງປະ​ເທດ​ນຳ​ເອົາ​ຜົນງານ ​ແລະ ຜະລິ​ດຕະພັນ​ໄອ​ຊີ​ທີ​ເຂົ້າຮ່ວມ​ວາງສະ​ແດງ ​ແລະ ຈຳໜ່າຍ​ຫລາຍ​ກວ່າ120 ຫ້ອງ ​ເປັນຕົ້ນການ​ນຳ​ສະ​ເໜີ​ວິ​ໄສ​ທັດ​ ສູ່​ປະ​ເທດ​ອັດ​ສະ​ລິ​ຍະ, ຂໍ້​ມູນ​ທາງ​ດ້ານ​ແອບ​ປຣີ​ເຄຊັນ, ຄອມ​ພິວ​ເຕີ, ​ໂທລະສັບ, ​ເຕັກ​ໂນ​ໂລ​ຊີ​ອິນ​ເຕີ​ເນັດ, ອຸປະກອນ​ໂທລະ​ຄົມ, ນຳ​ສະ​ເໜີ​ລະບົບ​ຂາຍ​ອອນ​ລາຍ, ​ໄອ​ຊີ​ທີ​ສຳລັບ​ທຸລະ​ກິດ, ການ​ເງິນ, ທະນາຄານ, ​ເຕັກ​ໂນ​ໂລ​ຊີ​ດາວ​ທຽມ ​ແລະ ອື່ນໆ. ນອກຈາກ​ນີ້ ຍັງ​ມີ​ການ​ສຳ​ມະ​ນາ​ໃນ​ຫົວ​ຂໍ້: ການ​ເຕີບ​ໃຫຍ່​ຂອງ​ທຸລະ​ກິດ​ ທີ່​ຖືກ​ຊຸກຍູ້​ໂດຍ​ລະບົບ​ຂໍ້​ມູນ​ຂ່າວສານ, ການ​ແຂ່ງຂັນ​ສ້າງ​ແອບ​ປຣີເຄຊັນ, ການ​ແຂ່ງຂັນ​ວາງ​ແຜນ​ສ້າງ​ທຸລະ​ກິດ​ສຳລັບ​ຜູ້​ເລີ່​ມຕົ້ນ, ປະ​ກວດ​ນາງ​ແບບ​ໄອ​ຊີ​ທີ ​ແລະ ການສະ​ແດງ​ສິລະ​ປະ​ວັນນະຄະດີ​ຕ່າງໆ.

ທ່ານ​ລັດຖະມົນຕີ​ກະຊວງ​ດັ່ງກ່າວ ​ໃຫ້​ຮູ້​ວ່າ: ການຈັດ​ງານ​ດັ່ງກ່າວ​ແມ່ນ​ເພື່ອ​ຊຸກຍູ້​ສົ່ງ​ເສີມ​ໃຫ້​ພາກ​ລັດ, ​ເອກະ​ຊົນ ລວມ​ເຖິງ​ຜູ້​ປະກອບ​ການ​ດ້ານ​ໄອ​ຊີ​ທີ ​ແລະ ​ໂທລະ​ຄົມມະນາຄົມ ​ໄດ້​ມີ​ໂອກາດ​ນຳ​ສະ​ເໜີ​ຜະລິດ​ຕະພັນ, ການ​ບໍລິການ ​ແລະ ນະ​ວັດຕະ​ກຳ​ທາງ​ດ້ານ​ໄອ​ຊີ​ທີ​ຂອງ​ຕົນ ທັງ​ເປັນ​ເວທີ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ປະສົບ​ການ​ໃນ​ການ​ພັດທະນາ​ວຽກ​ງານ​ໄອ​ຊີ​ທີ​ໃຫ້​ມີ​ຄວາມ​ກ້າວໜ້າ ​ແລະ ​ເຕີບ​ໃຫຍ່​ຂະຫຍາຍຕົວ​ໄປ​ເລື້ອຍໆ.

 

ແຫລ່ງຂ່າວ:

ລພນ

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...