spot_img
Homeຂ່າວຕ່າງປະເທດຫວຽດນາມ ປະຫານຄາດຕະກອນ ຂ້າຫັ່ນສົບແຟນສາວນັກສຶກສາ

ຫວຽດນາມ ປະຫານຄາດຕະກອນ ຂ້າຫັ່ນສົບແຟນສາວນັກສຶກສາ

Published on

557000008580402
ຫງວຽນ ດຶກ ເຫງັຍ ຫຼັ່ງນ້ຳຕາຫຼັງຟັງຄຳຕັດສິນຂອງສານ

 

ຫວຽດນາມ ປະຫານຊີວິດຄາດຕະກອນຄະດີສະເທືອນຂວັນ ຂ້າຫັ່ນສົບແຟນສາວນັກສຶກສາມະຫາວິທະຍາໄລ

ພາຍຫຼັງຄວາມພະຍາຍາມຂໍອະໄພຍະໂທດຈາກປະທານປະເທດບໍ່ໄດ້ຜົນ.

 

ທ້າວ ຫງວຽນ ດຶກ ເຫງັຍ ( Nguyễn Đức Nghĩa) ຖືກສານປະຊາຊົນສູງສຸດຂອງຫວຽດນາມ ຕັດສິນປະຫານ

ຊີວິດ ດ້ວຍການສີດສານພິດໃນວັນອັງຄານ 22 ກໍລະກົດນີ້ ຈາກການກະທຳຜິດໃນຂໍ້ຫາຄາດຕະກຳ ຂ້າຜູ້ອື່ນ

ໂດຍວາງແຜນ ແລະ ຕຶກຕອງໄວ້ກ່ອນ ລວມກັບໂທດລັກຊັບຂອງຜູ້ອື່ນອີກໜຶ່ງກະໂທງ.

 

ຫວຽນ ດຶກ ເຫງັຍ ອາຍຸ 30 ປີ ເປັນຄົນນະຄອນຮາຍຟອງ ຖືກສານປະຊາຊົນນະຄອນຫຼວງຮ່າໂນ້ຍຕັດສິນລົງ

ໂທດປະຫານຊີວິດ ໃນເດືອນພະຈິກປີ 2010 ແລະ ເຂົາໄດ້ຍື່ນອຸທອນຕໍ່ສານສູງທັນທີ ແຕ່ສານປະຊາຊົນສູງສຸດ

ໄດ້ຢືນຢັນຄຳພິພາກສາຂອງສານຊັ້ນຕົ້ນ ແລະ ຕໍ່ມາກໍໄດ້ຍື່ນຂໍອະໄພຍະໂທດຈາກປະທານປະເທດຫວຽດນາມ

ເຈື່ອງ ເຕີນ ຊາງ ໂດຍຄະນະກຳມະການຜູ້ພິຈາລະນາຄຳຮ້ອງຂໍດັ່ງກ່າວ ໄດ້ລົງຄວາມເຫັນບໍ່ໃຫ້ອະໄພຍະໂທດ.

 

ຫງວຽນ ດຶກ ເຫງັຍ ລົງມືສັງຫານ ນາງ ຫງວຽນ ເຟືອງ ລິງ ເມື່ອວັນທີ 3 ພຶດສະພາ 2010 ໂດຍໃຊ້ມີດແທງເຂົ້າ

ດ້ານຫຼັງ ໃນຂະນະທີ່ຜູ້ເຄາະຮ້າຍຢືນຢູ່ໜ້າກະຈົກເງົາ ເພື່ອໃຫ້ນາງເຫັນການສັງຫານຂອງເຂົາ ເຊິ່ງເປັນການກະ

ທຳສຸດອຳມະຫິດ ເຊິ່ງຜູ້ເຄາະຮ້າຍໄດ້ເສຍຊີວິດຄາທີ່, ຈາກນັ້ນ ເຫງັຍ ໄດ້ຈັດການຕັດຫົວ ແລະ ຫັ່ນສົບຂອງນາງ

ເພື່ອນຳໄປຖິ້ມ ເພື່ອອຳພາງຄະດີ ໂດຍຊິ້ນສ່ວນຫົວຂອງຜູ້ຕາຍ ຖືກນຳໄປຖິ້ມໄກເຖິງແຂວງກວາງນິງ ພາກຕາ

ເວັນອອກຂອງປະເທດ.

 

ນາງ ຫງວຽນ ເຟືອງ ລິງ ເປັນນັກສຶກສາມະຫາວິທະຍາໄລການຄ້າຕ່າງປະເທດ ເຊິ່ງເປັນຄົນຢູ່ຮ່າໂນ້ຍ ທັງຄູ່ໄດ້

ຄົບຫາກັນເປັນຄົນຮັກມາຕັ້ງແຕ່ປີ 2005 ແລ້ວເລີກລາກັນໃນປາຍປີ 2006 ແຕ່ເມື່ອທ້າວ ເຫງັຍ ໄດ້ຮູ້ຂ່າວວ່າ

ນາງ ລິງ ໄປມີຄົນຮັກໃໝ່ ເຂົາຈິ່ງຕາມໄປຂໍຄືນດີ ເມື່ອຝ່າຍຍິງບໍ່ຍອມ ເຂົາກໍຈິ່ງຕາມໄປເຖິງຫໍພັກ ແລ້ວລົງມື

ສັງຫານດ້ວຍຄວາມຫຶງຫວງ ກ່ອນທີ່ຈະກວາດເອົາຊັບສິນຂອງຜູ້ຕາຍໄປ ເຊິ່ງລວມທັງລົດຈັກ, ໂນ໊ດບຸກ ແລະ

ໂທລະສັບມືຖື ເຊິ່ງຕໍ່ມາເຂົາກໍຖືກຈັບກຸມໃນວັນທີ 18 ພຶດສະພາ 2010 ໃນຂະນະທີ່ກຳລັງລີ້ຊ່ອນໂຕຢູ່ແຂວງ

ຖາຍງວຽນ ທາງພາກຕາເວັນອອກຂອງນະຄອນຫຼວງຮ່າໂນ້ຍ.

 

ຫວຽດນາມໃຊ້ການລົງໂທດສູງສຸດແກ່ຜູ້ກະທຳຜິດ ໃນຄະດີຮ້າຍແຮງຕ່າງໆ ເພື່ອໃຫ້ເຂັດຫຼາບ ແລະ ບໍ່ໃຫ້ຜູ້

ອື່ນເຫັນເອົາເປັນແບບຢ່າງ.

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...