spot_img
Homeຂ່າວພາຍ​ໃນທາງຫຼວງແຫ່ງຊາດ ກຳນົດມີລວງກວ້າງ ເບື້ອງລະ 25 ແມັດ ນັບແຕ່ໃຈກາງທາງອອກໄປ

ທາງຫຼວງແຫ່ງຊາດ ກຳນົດມີລວງກວ້າງ ເບື້ອງລະ 25 ແມັດ ນັບແຕ່ໃຈກາງທາງອອກໄປ

Published on

ອີງຕາມການລາຍງານຂ່າວຂອງ ໜັງສືພິມເສດຖະກິດ-ການຄ້າວ່າ ໃນວັນທີ 8 ພະຈິກຜ່ານມາວ່າ ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ 8 ໄດ້ພິຈາລະນາຫາລືຮ່າງກົດໝາຍວ່າດ້ວຍ ທາງຫຼວງສະບັບປັບປຸງ ສະເໜີໂດຍ ລັດຖະມົນຕີກະຊວງໂຍທາທິການ ແລະຂົນສົ່ງ

ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະຂົນສົ່ງ ກ່າວວ່າ: ກົດໝາຍວ່າດ້ວຍທາງ ສະບັບປະຈຸບັນ ໄດ້ປະກາດນໍາໃຊ້ຢ່າງເປັນທາງການໃນປີ 1999 ເຊິ່ງເຫັນວ່າກົດໝາຍສະບັບປັດຈຸບັນຍັງບໍ່ທັນໄດ້ກຳນົດຂອບເຂດຂອງທາງຫຼວງຢ່າງຊັດເຈນ, ຍັງບໍ່ໄດ້ກວມເອົາເຂດສະຫງວນຢູ່ເທິງໜ້າດິນ, ໃຕ້ດິນ ແລະໂຄງປະກອບ ອື່ນໆຂອງທາງຫຼວງ, ຄວາມຮັບຜິດຊອບໃນການຄຸ້ມຄອງ ເຂດສະຫງວນຂອງທາງຫຼວງກໍບໍ່ທັນກຳນົດຢ່າງຈະແຈ້ງ ຈຶ່ງເຮັດໃຫ້ມີການບຸກລຸກເຂດສະຫງວນຂອງທາງຫຼວງ ເປັນຕົ້ນແມ່ນ ມີການຖົມດິນຊະຊາຍຕາມແຄມທາງ, ຖົມຮ່ອງລະບາຍນໍ້າ, ກໍ່ສ້າງທີ່ຢູ່ອາໄສ ແລະສະຖານທີ່ປະກອບການຊົ່ວຄາວ, ຖາວອນ ທີ່ລ່ວງລໍ້າເຂົ້າໃນເຂດສະຫງວນຂອງທາງຫຼວງ, ມີການອອກໃບຕາດິນຂອງເຂດສະຫງວນຂອງທາງຫຼວງ ແລະອື່ນໆ

%e0%ba%97%e0%ba%b2%e0%ba%87%e0%ba%ab%e0%ba%bc%e0%ba%a7%e0%ba%87

ຈາກສະພາບດັ່ງກ່າວ ເຫັນວ່າ ມີຄວາມຈະເປັນຕ້ອງໄດ້ປັບປຸງກົດໝາຍ ວ່າດ້ວຍທາງຫຼວງ ເພື່ອເຮັດໃຫ້ການຄຸ້ມຄອງກໍ່ສ້າງ, ບູລະນະຮັກສາ, ສ້ອມແປງ, ນໍາໃຊ້ທາງຫຼວງໃຫ້ມີປະສິດທິພາບ ແລະປະສິດທິຜົນສູງ, ສາມາດພັດທະນາເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

ສ່ວນໂຄງສ້າງຂອງກົດໝາຍວ່າດ້ວຍ ທາງຫຼວງສະບັບປັບປຸງໃໝ່ ມີ 13​ ພາກ, 14 ໝວດ ແລະ 99 ມາດຕາ, ໃນນີ້ ປັບປຸງ 44 ມາດຕາ, ເພີ່ມໃໝ່ 54 ມາດຕາ ແລະຄົງໄວ້ 1 ມາດຕາ. ຈຸດສຳຄັນແມ່ນ  ມາດຕາ 22 (ປັງປຸງ) ເຂດສະຫງວນຢູ່ໜ້າດິນຂອງທາງຫຼວງ, ເຂດສະຫງວນຢູ່ໜ້າດິນ ແຕ່ລະປະເພດ ມີລວງກວ້າງຄື:

  1. ທາງຫຼວງແຫ່ງຊາດ ມີລວງກວ້າງເບື້ອງລະ 25 ແມັດ ນັບແຕ່ໃຈກາງທາງອອກໄປ
  2. ທາງຫຼວງແຂວງ ມີລວງກວ້າງເບື້ອງລະ 15 ແມັດ ນັບແຕ່ໃຈກາງທາງອອກໄປ
  3. ທາງຫຼວງເມືອງ ມີລວງກວ້າງເບື້ອງລະ 10 ແມັດ ນັບແຕ່ໃຈກາງທາງອອກໄປ
  4. ທາງຊົນນະບົດມີລວງກວ້າງເບື້ອງລະ 5 ແມັດ ນັບແຕ່ໃຈກາງທາງອອກໄປ
  5. ສຳລັບທາງຕົວເມືອງ ໃຫ້ປະຕິບັດຕາມແຜນຜັງເມືອງ, ສ່ວນທາງສະເພາະ ໃຫ້ປະຕິບັດຕາມຈຸດພິເສດສະເພາະ ຂອງແຕ່ລະເສັ້ນທາງ

ມາດຕາ 52 (ໃໝ່) ລາຄາຫົວໜ່ວຍ ລາຄາທັງໝົດກໍ່ສ້າງ, ບູລະນະ ແລະສ້ອມແປງທາງຫຼວງ ແມ່ນລາຄາທີ່ຄິດໄລ່ ຈາກຄ່າໃຊ້ຈ່າຍທາງກົງ ແລະທາງອ້ອມ ຕໍ່ໜ້າວຽກໃດໜຶ່ງ ເຊິ່ງຄິດໄລ່ຕາມຫົວໜ່ວຍວັດແທກເຊັ່ນ: ແມັດຍາວ, ຕາແມັດ, ແມັດກ້ອນ ແລະອື່ນໆ

ລາຄາຫົວໜ່ວຍແມ່ນ ານໍາໃຊ້ເປັນບ່ອນອີງ ໃນການວິເຄາະ ປະສິດທິຜົນ ທາງດ້ານເສດຖະກິດ ຂອງການລົງທຶນ ໂຄງການທາງຫຼວງ, ເປັນລາຄາກາງທີ່ສົມເຫດສົມຜົນ, ເປັນເຄື່ອງມືໃນການປະເມີນມູນຄ່າ, ຂຶ້ນແຜນງົບປະມານ ແລະກວດກາໂຄງການ. ການກຳນົດໂຄງການ ແລະຫຼັກການຄິດໄລ່ ລາຄາຫົວໜ່ວຍ ຕ້ອງເປັນເອກະພາບກັນ ໃນຂອບເຂດທົ່ວປະເທດ ແຕ່ລາຄາຫົວໜ່ວຍໂຕຈິງ ອາດແຕກຕ່າງກັນໃນແຕ່ລະທ້ອງຖິ່ນ ໂດຍອີງຕາມວັດສະດຸກໍ່ສ້າງ, ຄ່າແຮງງານ, ຄ່າຂົນສົ່ງ ແລະປັດໄຈອື່ນໆ ທີ່ມີລັກສະນະສະເພາະຂອງແຕ່ລະທ້ອງຖິ່ນ

 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...