spot_img
Homeຂ່າວການພັດທະນາຜົນການກວດກາ ໂຄງການນອກແຜນຍັງມີຫລາຍອັນຄົງຄ້າງ

ຜົນການກວດກາ ໂຄງການນອກແຜນຍັງມີຫລາຍອັນຄົງຄ້າງ

Published on

ທ່ານນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດໄດ້ເປີດເຜີຍຜົນການກວດກາໂຄງການນອກແຜນຢູ່ສູນກາງ ແລະ ທ້ອງຖິ່ນຈໍານວນໜຶ່ງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ VIII ເມື່ອບໍ່ດົນມານີ້ວ່າ: ພາຍຫລັງໄດ້ສືບຕໍ່ລົງເລິກກວດກາຄືນໂຄງ ການນອກແຜນ, ໂຄງການທີ່ໄດ້ປະເມີນ, ບໍ່ໄດ້ປະເມີນ, ການນຳເຂົ້າພາຫະນະ, ກົນຈັກ ແລະ ນ້ຳມັນເຊື້ອໄຟຍົກເວັ້ນພາສີ-ອາກອນ ແລະ ການນຳໃຊ້ລາຍຮັບທີ່ໄດ້ຈາກການຂາຍໄມ້ທີ່ບໍ່ມອບເຂົ້າງົບປະມານ, ການນຳໃຊ້ເງິນບໍ່ຖືກເປົ້າໝາຍ ແລະ ສະພາບໍ່ໄດ້ຮັບຮອງໃນແຜນງົບປະມານສົກປີ 2013-2014 ເຫັນວ່າ: ໂຄງການນອກ ແຜນທີ່ອົງການກວດສອບແຫ່ງລັດໄດ້ສົ່ງໃຫ້ອົງການກວດກາລັດຖະບານຈຳນວນ 118 ໂຄງການລວມມີມູນຄ່າຫລາຍກວ່າ 1.146 ຕື້ກີບ, ໃນນັ້ນອົງການກວດກາລັດຖະ ບານໄດ້ກວດກາຢູ່ 6 ແຂວງ ແລະ ນະຄອນຫລວງຈຳນວນ 51 ໂຄງການ ລວມມີມູນຄ່າ 988 ຕື້ກວ່າກີບ, ໃນນີ້ຊຳລະແລ້ວ 100% ມີ 14 ໂຄງການມູນຄ່າ 18 ຕື້ກວ່າກີບ, ຍັງສືບຕໍ່ປະຕິບັດ 37 ໂຄງການມູນຄ່າ 971 ຕື້ກວ່າກີບ, ຊຳລະແລ້ວກວ່າ 157 ຕື້ກີບ, ຍັງຄ້າງຊຳລະ 812 ຕື້ກວ່າກີບ. ໂຄງການກໍ່ສ້າງທີ່ຈັດຕັ້ງປະຕິບັດກ່ອນວັນທີ 31 ທັນວາ 2012 ມີ 15 ໂຄງການລວມມີມູນຄ່າຫລາຍກວ່າ 382 ຕື້ກີບ, ຊຳລະແລ້ວ 80 ຕື້ກວ່າກີບ, ຍັງ ຄ້າງ 302 ຕື້ກວ່າກີບ, ໂຄງການປະຕິບັດຫລັງວັນທີ 31 ທັນວາ 2012 ມີຈຳນວນ 20 ໂຄງການມີມູນຄ່າຫລາຍກວ່າ 566 ຕື້ກີບ, ຊຳລະແລ້ວ 69 ຕື້ກວ່າກີບ, ຄ້າງຊຳລະ 496 ຕື້ກວ່າກີບ ແລະ ເອົາເຂົ້າແຜນແລ້ວ 2 ໂຄງ ການ ຢູ່ນະຄອນຫລວງວຽງຈັນມີມູນຄ່າ 21 ຕື້ກວ່າກີບ, ຊຳລະແລ້ວ 7 ຕື້ກວ່າກີບ.

ປະທານອົງການກວດສອບແຫ່ງລັດ ໃຫ້ຮູ້ວ່າ: ຕາມມະຕິກອງປະຊຸມສະພາແຫ່ງຊາດໄດ້ກຳນົດວ່າ: ກະຊວງແຜນການ ແລະ ການລົງທຶນ ແລະ ກະຊວງການເງິນຕ້ອງໄດ້ສັງລວມບັນຊີໂຄງການລົງທຶນຂອງລັດກ່ອນວັນທີ 31 ທັນວາ 2011 ເພື່ອລາຍງານຕໍ່ຄະນະປະຈຳສະພາແຫ່ງຊາດຄົ້ນຄວ້າພິຈາລະນາຈັດລຽງເຂົ້າໃນແຜນແຕ່ລະສົກປີ ແລະ ຕາມການສັງລວມຂອງກະຊວງແຜນການ ແລະ ການລົງທຶນແມ່ນມີທັງໝົດ 732 ໂຄງການມູນຄ່າ 4.776 ກວ່າຕື້ກີບ, ໃນນີ້ຈັດເຂົ້າແຜນສົກປີ 2013-2014 ແລ້ວຈຳນວນ 171 ໂຄງການມີມູນຄ່າຫລາຍກວ່າ 601 ຕື້ກີບ. ນອກຈາກນີ້ຍັງເຫັນຈຸດຄົງຄ້າງຈຳນວນໜຶ່ງຄື: ກົມແຜນການກະຊວງແຜນການ ແລະ ການລົງທຶນ ຍັງກຳຕົວເລກໂຄງການນອກແຜນຂອງບັນດາກະຊວງ, ອົງການ ແລະ ບັນດາແຂວງຈຳນວນໜຶ່ງບໍ່ລະອຽດເທົ່າທີ່ຄວນ. ດັ່ງນັ້ນການຄົ້ນຄວ້າ ແລະ ບັນຈຸໂຄງການເຂົ້າແຜນເພື່ອນຳສະເໜີສະພາແຫ່ງຊາດຮັບຮອງຈຶ່ງບໍ່ຮູ້ວ່າເປັນໂຄງການນອກແຜນທີ່ກໍ່ສ້າງສຳເລັດແລ້ວ, ເນື່ອງຈາກວ່າບັນດາຂະແໜງການ ແລະ ທ້ອງ ຖິ່ນຍັງຢັ້ງຢືນສະເໜີເຂົ້າແຜນໃນຮູບແບບເປັນໂຄງການກໍ່ສ້າງໃໝ່ເພື່ອໃຫ້ສະພາແຫ່ງຊາດຮັບຮອງ, ບັນຫາດັ່ງກ່າວຖືວ່າບໍ່ປະຕິບັດຕາມເນື້ອໃນມະຕິສະພາແຫ່ງຊາດທີ່ວ່າໂຄງການນອກແຜນທີ່ຈັດຕັ້ງພາຍຫລັງວັນທີ 31 ທັນວາ 2012 ສະພາແຫ່ງຊາດຈະບໍ່ພິຈາລະນາ. ນອກຈາກນີ້ ຜ່ານການກວດ ກາການກໍ່ສ້າງຕົວຈິງເຫັນວ່າໂຄງການກໍ່ສ້າງທີ່ຜູ້ຮັບເໝົາບໍ່ເຮັດຕາມການອອກແບບມີ 2 ໂຄງການຄື: ຢູ່ແຂວງບໍລິຄຳໄຊ ແລະ ສະຫວັນນະເຂດ, ມີ 1 ໂຄງການທີ່ສະຫລຸບບໍລິມາດວຽກຫລາຍກວ່າຕົວຈິງເພື່ອຖອນເງິນ, ມີໂຄງການກໍ່ສ້າງໂຮງຮຽນ ມສ ເມືອງບໍລິຄັນ ແລະ ໂຮງຮຽນວິຊາຊີບບໍລິຄັນແຂວງບໍລິຄຳໄຊທີ່ຕິດຕັ້ງອຸປະກອນ ແລະ ເຄື່ອງເຟີນີເຈີບໍ່ຄົບຕາມສັນຍາ ແລະ ໂຄງການກໍ່ສ້າງເສັ້ນ ທາງປູຢາງ 2 ຊັ້ນແຕ່ບ້ານສາມຂາ-ບ້ານຫຽງ-ຊ່ອງຕະອູ, ເມືອງສຸຂຸມາ, ແຂວງຈຳປາສັກ ໄລຍະທາງ 31 ກິໂລແມັດ, ໜ້າທາງກວ້າງ 7 ແມັດ ມູນຄ່າການກໍ່ສ້າງຕາມສັນຍາ 297,26 ຕື້ກີບ, ສະເລ່ຍ 9,58 ຕື້ກີບຕໍ່ກິໂລແມັດ. ຖ້າທຽບໃສ່ໂຄງ ການອື່ນ ແລະ ຫົວໜ່ວຍທີ່ກະຊວງໂຍທາທິການ ແລະ ຂົນສົ່ງວາງອອກເຫັນວ່າມີມູນຄ່າຜິດດ່ຽງປະມານ 6 ຕື້ກວ່າກີບຕໍ່ກິໂລແມັດ.

ຂ່າວຈາກ: ສຳນັກຂ່າວເອບີຊີລາວ

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...