spot_img
Home​ຂ່າວບັນເທິງUntilyou ຈົນກວ່າໄດ້ຮັກກັນ ຊີຣີ້ລາວ ກະແສດີແຕ່ຕົ້ນຈົນຈົບ ລຸ້ນມີພາກສອງ

Untilyou ຈົນກວ່າໄດ້ຮັກກັນ ຊີຣີ້ລາວ ກະແສດີແຕ່ຕົ້ນຈົນຈົບ ລຸ້ນມີພາກສອງ

Published on

ຖືວ່າກະແສການຕອບຮັບດີເກີນຄາດ ສຳລັບຊີຣີ້ລາວເລື່ອງທຳອິດ Untilyou ຈົນກວ່າໄດ້ຮັກກັນ ທີ່ໄດ້ລົງເຜີຍແຜ່ທາງ YouTube ແລະ ເຟສບຸກ Until You ຈົນກວ່າໄດ້ຮັກກັນ ໃນວັນສຸກທີ 1 -22 ຕຸລາ 2016 ທີ່ຜ່ານມາ ລວມມີທັງໝົດ 4 ຕອນ ສຳລັບຄົນທີ່ໄດ້ເບິ່ງຕ່າງກໍ່ບອກເປັນສຽງດຽວກັນວ່າ ເປັນຊີຣີ້ລາວເລື່ອງທຳອິດ ທີ່ເຮັດອອກມາໄດ້ດີຫຼາຍ ແລະ ມ່ວນສຸດໆ ຫຼາຍຄົນເບິ່ງແລ້ວຮູ້ສຶກອິນໄປກັບເນື້ອເລື່ອງ ແລະ ຢາຫໃກ້ມີພາກຕໍ່ໄປ

ເຊິ່ງທາງຜູ້ກຳກັບສຸດຫຼໍ່ ແລະ ຫຼາຍຄວາມສາມາດຢ່າງ Zumo (ຈັນເທວາ ດິດທະວົງ) ກໍ່ໄດ້ໂພສຕ໌ຖາມຄວາມຄິດເຫັນຈາກແຟນເພສ “Untilyou ຈົນກວ່າໄດ້ຮັກກັນ” ເມື່ອວັນທີ 6 ພະຈິກ ທີ່ຜ່ານມາວ່າ “ຢາກໃຫ້ມີພາກ 2 ບໍ່?” ເຊິ່ງກໍ່ມີແຟນເພສເຂົ້າມາສະແດງຄວາມຄິດເຫັນ ຢາກມີອີກ ເຊິ່ງເຮົາກໍ່ຕ້ອງມາລຸ້ນນຳກັນວ່າ ຊີຣີ້ເລື່ອງ Untilyou ຈົນກວ່າໄດ້ຮັກກັນ ຈະມີພາກສອງຕໍ່ ຫຼື ບໍ່? ແຕ່ທີ່ຮູ້ແນ່ນອນ ໃນປີ 2017 ທີ່ຈະມາຮອດນີ້ ທາງທີມງານເພິ່ນໄດ້ແຈ້ງວ່າຈະປ່ອຍຊີຣີ້ເລື່ອງໃໝ່ອອກມາໃຫ້ເບິ່ງ ຊື່ເລື່ອງວ່າ BADFRIEND The series  ສະນັ້ນ ແຟນໆຊີຣີ້ລາວກໍ່ອົດໃຈລໍຖ້າຕິດຕາມຜົນງານຂອງພວກເຂົາໄດ້ໄວໆນີ້

sso1

sso2 sso3

ຂໍ້ມູນຂ່າວຈາກ: ເຟສບຸກ Until You ຈົນກວ່າໄດ້ຮັກກັນ

 

ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ອຸດົມໄຊ ຈະສົ່ງນັກກິລາ 6 ປະເພດ ຮ່ວມງານກິລານັກຮຽນທົ່ວປະເທດ ຄັ້ງທີ 7 ທີ່ສາລະວັນ

ແຂວງອຸດົມໄຊ ໄດ້ກະກຽມຄວາມພ້ອມເພື່ອເຂົ້າຮ່ວມງານກິລານັກ ຮຽນທົ່ວປະເທດ ຄັ້ງທີ 7 ທີ່ແຂວງສາລະວັນໄດ້ຮັບກຽດເປັນເຈົ້າພາບ ໂດຍຈະສົ່ງນັກກິລາເຂົ້າຮ່ວມແຂ່ງໃນ 6 ປະເພດກິລາ, ໂດຍວາງຄາດໝາຍໃຫ້ໄດ້ 6 ຫຼຽນຄຳ, 8 ຫຼຽນເງິນ...

ລາວ-ກຳປູເຈຍ ສືບຕໍ່ພົວພັນຮ່ວມມືບົດບາດດ້ານນິຕິບັນຍັດ

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ພົບປະ ກັບ ສົມເດັດມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ...

ໄທກຳລັງຈົດລິຂະສິດ ເທດສະການສົງການ ຫ້າມປະເທດອື່ນໃຊ້ ຕ້ອງໄດ້ຂໍອະນຸຍາດກ່ອນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 21 ຕຸລາ 2024 ຜ່ານມາ, ຄະນະກຳມະການຍຸດທະສາດ ຊອຟພາວເວີ ແຫ່ງຊາດ ເປີດເຜີຍວ່າ: ໄທກຳລັງຈັດສັບສິນທາງປັນຍາ ຫຼື ໄອພີ ຈົດລິຂະສິດ "ເທດສະການສົງການ"...

ທຳລາຍບົມໃຫຍ່ 750 ປອນ ຢູ່ບ້ານໂພນທອງ ເມືອງວຽງໄຊ ແຂວງຫົວພັນ

ວັນທີ 22 ຕຸລາ 2024 ນີ້, ໂຄງການເກັບກູ້ລະເບີດແຂວງຫົວພັນໄດ້ລົງພື້ນທີ່ທຳລາຍບົມໃຫຍ່ 750 ປອນ ຢູ່ບ້ານໂພນທອງ ເມືອງວຽງໄຊ. ໂດຍການຊີ້ນໍາຂອງທ່ານ ພັນຕາ ທອນວົງສາ ກຳມະການພັກແຂວງ,...