Homeຂ່າວເຫດການເຊີນຊວນ ເຂົ້າຮ່ວມສະເຫຼີມສະຫຼອງ ວັນປະດິດສະຖານ ຮູບປັ້ນຫຼໍ່ ເຈົ້າອະນຸວົງ

ເຊີນຊວນ ເຂົ້າຮ່ວມສະເຫຼີມສະຫຼອງ ວັນປະດິດສະຖານ ຮູບປັ້ນຫຼໍ່ ເຈົ້າອະນຸວົງ

Published on

ອີງຕາມການ ຊີ້ນຳຂອງທ່ານ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ມອບໝາຍໃຫ້ ທາງອຳນາດການປົກຄອງເມືອງຈັນທະບູລີ ເປັນເຈົ້າພາບຈັດງານສະເຫຼີມສະຫຼອງ ວັນປະດິດສະຖານຂອງເຈົ້າອະນຸວົງ ຄົບຮອບ 6 ປີ (2/11/2010-2/11/2016) ເຊິ່ງຈະຈັດຂຶ້ນໃນວັນທີ 9-10 ພະຈິກ 2016 ນີ້ຢ່າງເປັນທາງການ

ເຊິ່ງຖືວ່າ ເປັນປາງບຸນທີໃຫຍ່ຂອງປວງປະຊາຊົນລາວ, ດັ່ງນັ້ນ ຈຶ່ງຢາກຂໍເຊີນຊວນພໍ່ແມ່ປະຊາຊົນ ທີ່ຢູ່ໃກ້ ແລະໄກມາຮ່ວມງານໃນຄັ້ງນີ້ ເຊິ່ງຈະໄດ້ເລີ່ມຈັດຂຶ້ນໃນເວລາ 9 ໂມງ ຂອງວັນທີ 9 ພະຈິກ ດ້ວຍການແຫ່ອຸປະຄົດ ຫຼັງຈາກນັ້ນກໍເລີ່ມຕັ້ງກອງບຸນ ແລະໃນເວລາ 16:00 ໂມງ ຈະໄດ້ເລີ່ມສູດປະລິຕະມຸງຄຸນ ພ້ອມມີການຄົບງັນຕາມປະເພນີ

ໃນຕອນເຊົ້າຂອງວັນທີ 10 ພະຈິກ 2016 ຈະໄດ້ມີພິທີໃສ່ບາດ ແລະຖະຫວາຍສັງຄະທານ, ໃນງານຄັ້ງນີ້ໄດ້ມີຜູ້ສັດທາກອງບຸນ 23 ກອງ, ໃນນັ້ນຂອງເມືອງຈັນທະບູລີ 11 ກອງ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...