ນາຍໜ້າຊື້ – ຂາຍຫຼັກຊັບ ມືອາຊີບ 17 ຄົນທຳອິດຂອງລາວ

Capture1

 

ບຸກ​ຄະ­ລາ​ກອນ​ນາຍ​ໜ້າ​ ຊື້Œ-ຂາຍຫຼັກ​ຊັບ​ຢ່າງ​ມື​ອາ­ຊີບ 17 ຄົນ ທຳອິດຂອງລາວ​ໄດ້​ຖືກ​ຮັບ­ຮອງ​ເອົາ​ຢ່າງ​ເປັນທາງ​ການ

​ຈາກ​ຕະ­ຫຼາດ​ຫຼັກ​ຊັບ​ລາວ​ໃນຕອນ​ແລງ​ຂອງ​ວັນ​ທີ 18 ກໍ­ລະ­ກົດ​ຜ່ານມາ ຊຶ່ງ​ການ​ສ້າງ​ຊັບ­ພະ­ຍາ­ກອນ​ມະ­ນຸດໃນ​ຄັ້ງ​ນີ້

​ແມ່ນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຕາມຈິດ­ໃຈ​ເນື້ອ​ໃນ ແລະ ບຸກ​ທະ­ລຸ​ຂອງ​ພັກ ແລະ ແຜນ­ການ​ກໍ່­ສ້າງ​ພະ­ນັກ­ງານ​ຂອງລັດ­ຖະ­

ບານ ໂດຍ​ຮ່ວມ​ກັນ​ຈັດ​ຂຶ້ນ​ລະຫວ່າງ​ຕະ­ຫຼາດ​ຫຼັກ​ຊັບ​ລາວ​ ກັບ​ຄະ­ນະເສດ­ຖະ­ສາດ-Œບໍ­ລິ­ຫານ​ທຸ­ລະ​ກິດ ມະ­ຫາວິ­ທະ­ຍາ­ໄລ

​ແຫ່ງ​ຊາດ ແລະ ບໍ­ລິ­ສັດ​ຫຼັກຊັບ​ເອ​ພີ​ເອັມ​ລາວ ຈຳ­ກັດ ຊຶ່ງ​ໂຄງ­ການນີ້​ແມ່ນ​ນອນ​ໃນ​ການ​ຮ່ວມ​ມື​ດ້ານ​ວິ­ຊາການ​ກ່ຽວ​

ກັບ​ການ​ພັດ­ທະ­ນາ​ຫຼັກ­ສູດ “ແຜນ​ລາຍ­ການ​ຝຶກ​ອົບ­ຮົມ Œ- ການ​ທະນາ​ຄານ ເພື່ອ​ການ​ລົງ­ທຶນ​ຢ່າງ​ມື​ອາ­ຊີບລາວ” ຮຸ່ນ I

ຫຼື Program-Lao Profes sional In vestment Banking I ຊຶ່ງ​ໃຊ້​ເວ­ລາ​ຝຶກ​ອົບ­ຮົມ 6 ອາ­ທິດ (ຮຽນສະ­ເພາະ​ວັນ​ເສົາŒ

ວັນ​ອາ­ທິດ) ໂດຍ​ມີນັກ​ຝຶກ​ອົບ­ຮົມ​ທັງ​ໝົດ 67 ຄົນ ແຕ່​ສາມາດ​ບັນ­ລຸ​ການ​ສອບ­ເສັງ​ພຽງ​ແຕ່ 17 ຄົນ ເທົ່າ​ນັ້ນ.

ການ​ຝຶກ​ອົບຮົມ​ໃນ​ລັກ­ສະ­ນະ​ແບບ​ນີ້ ເປັນ​ຄັ້ງ​ທຳ​ອິດແຕ່​ກໍ​ມີ​ວິ­ທະ­ຍາ­ກອນ​ທີ່ຄວາມ​ຊ່ຽວ­ຊານ​ສູງ​ຈາກ​ພາຍ​ໃນŒຕ່າງປະ

­ເທດ​ໃຫ້ການ​ບັນ­ຍາຍ, ພ້ອມ​ດຽວ​ກັນການ​ສອບ­ເສັງ​ກໍ​ມີ​ລັກ­ສະ­ນະ​ເຂັ້ມ​ງວດ ໂດຍ​ເນັ້ນ​ເອົາ​ຄຸນ​ນະ​ພາບ ຫຼື ຄວາມ​ຮູ້

ລ້ວນໆ, ຜູ້​ສອບ​ຕົກ​ກໍ​ຕົກໂດຍ​ບໍ່​ມີ​ນະ​ໂຍບາຍ ທັງ​ນີ້​ກໍ​ເພື່ອ​ເປັນ​ການ​ພັດ­ທະ­ນາ​ຕະຫຼາດ​ທຶນແນ­ໃສ່​ຮັບ­ປະ­ກັນ​ຄວາມ

ພ້ອມສູ່​ປະ­ຊາ​ຄົມ​ເສດ­ຖະ­ກິດ​ອາ​ຊຽນ, ນັກຝຶກ​ອົບ­ຮົມ​ທັງ​ໝົດ​ແມ່ນ​ມາ​ຈາກ​ສຳ­ນັກງານ​ຄະ­ນະ​ກຳ­ມະ­ການ​ຄຸ້ມ​ຄອງ​ຫຼັກ​

ຊັບ, ຕະ­ຫຼາດ​ຫຼັກ​ຊັບ ທຄຕລŒ-ກທ ຈຳ­ກັດ, ບໍ​ລິສັດ​ຫຼັກ​ຊັບ​ລ້ານ​ຊ້າງ ມະ­ຫາ­ຊົນ, ບໍ­ລິ­ສັດ ເອ​ພີ​ເອັມ​ລາວ ຈຳ­ກັດ, ມະ­ຫາ

ວິ­ທະ­ຍາໄລ​ແຫ່ງ​ຊາດ, ບໍ­ລິ­ສັດ​ຜະ­ລິດ -Œ ໄຟ­ຟ້າລາວ​ມະ­ຫາຊົນ, ບໍ­ລິ­ສັດ​ຂວັນ​ໃຈ​ການຄ້າ​ຂາ​ອອກŒຂາ​ເຂົ້າ, ບໍ­ລິ­ສັດ ເຄ​ພີ​

ກຣຸບ ແລະ ບໍ­ລິ­ສັດ​ກໍ່­ສ້າງŒຂົວ​ທາງ.

ສຳ­ລັບ 17 ຄົນ ທີ່​ສາ­ມາດ​ບັນ­ລຸ​ການສອບ­ເສັງ​ນັ້ນ ທ່ານ ຮສຈ. ເດດ​ພູ​ວັງ ມູ​ລຣັຕນ໌ ປະ­ທານ​ຄະ­ນະ, ຫົວ­ໜ້າ​ຜູ້​ບໍ​ລິຫານ

​ຕະຫຼາດ​ຫຼັກ​ຊັບ​ລາວກໍ​ໄດ້​ໃຫ້​ກຽດ​ມອບ​ໃບ​ປະ­ກາດ​ດັ່ງ­ກ່າວ ໂດຍ​ການ​ເຂົ້າ​ຮ່ວມ​ເປັນ​ສັກ­ຂີ​ພິ­ຍານຂອງ ທ່ານ ຮສຈ. ສົມ​

ຈິດ ສຸກ​ສະ​ຫວັດ ຄະ­ນະ­ບໍ­ດີ​ຄະ­ນະ​ເສດ­ຖະ­ສາດ-Œບໍ­ລິ­ຫານທຸ­ລະ​ກິດມະ­ຫາ­ວິ­ທະ­ຍາ­ໄລ​ແຫ່ງ​ ຊາດ ແລະ ທ່ານ​ຜູ້​ຊ່ວຍ​ສາ​ສະ​

ດາ​ຈານ ນາງ ສຸ­ດາ ປິ​ຕະ​ວັນ ຜູ້­ອຳ­ນວຍ­ການ​ຝ່າຍ​ບໍ​ລິສັດ​ຫຼັກ​ຊັບ​ເອ​ພີ​ເອັມ​ລາວ ຈຳ­ກັດ.

ທ່ານ​ປະ­ທານ​ຄະ­ນະ, ຫົວ­ໜ້າ​ຜູ້​ບໍ​ລິຫານ​ຕະ­ຫຼາດ​ຫຼັກ​ຊັບ​ລາວໄດ້​ຢືນ­ຢັນ​ວ່າ: ການ​ສ້າງ​ບຸກ​ຄະ­ລາ​ກອນ​ນາຍ​ໜ້າ​ຊື້Œ – ຂາຍ

​ຫຼັກ​ຊັບ​ຢ່າງ​ມື​ອາ­ຊີບໃນ​ຄັ້ງ​ນີ້​ ເປັນຄັ້ງ​ທຳ​ອິດ​ໃນ​ປະ­ຫວັດ­ສາດ​ຂອງ ສປປ ລາວ, ບຸກ­ຄົນ​ທີ່​ສາ­ມາດ​ບັນ­ລຸ​ການ​ສອບເສັງ​ຖື

​ວ່າ​ເປັນ​ບຸກ­ຄົນ​ສຳຄັນ​ໃນ​ວົງ​ການຕະ­ຫຼາດ​ຫຼັກ​ຊັບ ຊຶ່ງ​ເຂົາ­ເຈົ້າ​ຈະ​ໄດ້​ດຳເນີນ​ການ ຫຼື ເປັນ​ຜູ້​ບໍ­ລິ­ຫານ​ຢູ່​ໃນ​ອົງກອນ​ທີ່​ກ່ຽວ

­ຂ້ອງ ໂດຍ​ສະ­ເພາະ​ຢູ່​ໃນ 3 ບໍ­ລິ­ສັດ​ຫຼັກ​ຊັບ, ສຳ­ນັກ­ງານ, ບໍ­ລິ­ສັດ ແລະ ຫົວ­ໜ່ວຍ​ທຸ­ລະ​ກິດ​ຕ່າງໆອັນ​ຈະເຮັດ​ໃຫ້​ອົງ​ກອນ

​ໝັ້ນ​ໃຈ ແລະ ເຂັ້ມ­ແຂງເພີ່ມ​ຂຶ້ນ, ໃນ­ຕໍ່­ໜ້າ​ສະ­ເໜີ​ໃຫ້​ບຸກ­ຄົນ​ທີ່​ສາມາດ​ບັນ­ລຸ​ການ​ສອບ­ເສັງ​ໄປ​ຂໍ​ອະ­ນຸ­ມັດວິ­ຊາ​ຊີບ​ນາຍ

​ໜ້າ​ຊື້Œຂາຍ​ຫຼັກ​ຊັບ​ຈາກສຳນັກ​ງານ​ຄະ­ນະ​ກຳມະ­ການ​ ຄຸ້ມ​ຄອງ​ຫຼັກຊັບ ຊຶ່ງ​ຈະ​ເປັນ​ມື​ອາ­ຊີບ​ທີ່​ໝັ້ນ­ຄົງ​ກາຍເປັນ­ສົມ​ບັດ​

ຕິດ​ຕົວ​ໄປ ແລະ ໃຫ້​ມີ​ການພັດ­ທະ­ນາ​ຕົນ​ເອງ, ຮັກ­ສາ​ມູນເຊື້ອ​ທີ່​ດີ, ມີ​ຄຸນ​ນະ​ທຳŒຈັນ​ຍາ​ບັນ.

ທ່ານ​ຄະ­ນະ­ບໍ­ດີ​ຄະ­ນະ​ເສດ­ຖະ­ສາດ Œ- ບໍ­ລິ­ຫານ​ທຸ­ລະ​ກິດ ມະ­ຫາ­ວິ­ທະ­ຍາ­ໄລແຫ່ງ​ຊາດ ໄດ້​ມີ​ຄວາມ​ເຫັນ​ວ່າ: ຄວາມ​ຮູ້ຈະ​ໄດ້

​ຕິດ​ຕົວ​ໄປ​ຢ່າງ​ບໍ່​ມີ​ຈາງ​ຫາຍ ຖ້າເປັນ​ດອກ​ໄມ້​ອາດ​ຈະ​ງາມ​ແລ້ວ​ກໍ​ຫ່ຽວແຫ້ງ​ໄປ ແຕ່​ໃນ​ແງ່​ວິ­ຊາ​ການ​ຍິ່ງ​ຝຶກ​ຝົນŒຍິ່ງ​ໃຊ້​

ເທົ່າ­ໃດ​ກໍ​ຍິ່ງ​ຄົມ​ແຫຼມ​ຂຶ້ນ, ການໄດ້​ຮັບ​ໃບ​ປະ­ກາດ​ວິ­ຊາ​ຊີບ​ໃນ​ເທື່ອ​ນີ້ແມ່ນ​ການ​ຢັ້ງ­ຢືນ ​ເຖິງ​ຜົນ​ການ​ຄົ້ນ­ຄວ້າສຶກ​ສາ

ແຕ່​ໝາກ­ຜົນ​ຕົວ​ຈິງ​ແມ່ນ​ຂຶ້ນ​ຢູ່ກັບ​ຜົນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຕົວ​ຈິງ, ການຝຶກ​ອົບ­ຮົມ​ໃນ​ຄັ້ງ​ນີ້ແມ່ນ​ແຮງ​ໜຶ່ງ​ທີ່​ສຳ

ຄັນ​ທີ່​ເຮັດ​ໃຫ້​ບໍ­ລິ­ສັດ, ຫົວ­ໜ່ວຍ​ທຸ­ລະ​ກິດຮັບ​ຮູ້ເຂົ້າ­ໃຈ​ການ​ຊື້ Œ- ຂາຍ ແລະ ເຂົ້າ​ເຖິງຕະ­ຫຼາດ​ຫຼັກ​ຊັບ​ຫຼາຍ​ຂຶ້ນ ຊຶ່ງ​ສະ­

ແດງ​ເຖິງການ​ກ້າວ​ເຂົ້າ​ລະ­ບົບ​ຂອງ​ຄວາມ​ເປັນ​ມືອາ­ຊີບ ແລະ ການ​ກ້າວ​ສູ່​ລະ­ບົບ​ຂອງການ​ດຳ­ເນີນ​ການ​ໃນ​ຕະ­ຫຼາດ​

ຫຼັກ​ຊັບ​ ໄປແລ້ວໃນ­ຕໍ່­ໜ້າ​ຈະ​ໄດ້​ຮັບ​ການ​ພັດ­ທະ­ນາຢ່າງ​ບໍ່​ຢຸດ​ຢັ້ງ.

ແຫຼ່ງຂ່າວ: ໜັງສືພິມເສດຖະກິດ – ສັງຄົມ