spot_img
Homeຂ່າວພາຍ​ໃນສສຊ ຮັບຮອງກົດໝາຍຕ້ານ ແລະ ສະກັດກັ້ນການຟອກເງິນ, ຫຼັງພົບກໍລະນີສົງໄສນັບຮ້ອຍ!

ສສຊ ຮັບຮອງກົດໝາຍຕ້ານ ແລະ ສະກັດກັ້ນການຟອກເງິນ, ຫຼັງພົບກໍລະນີສົງໄສນັບຮ້ອຍ!

Published on

conten1-1

 

ໃນ​ຊຸມ​ປີ​ມາ​ນີ້​ຫນ່ວຍ​ງານ​ ຂໍ້​ມູນ​ຕ້ານ​ການ​ຟອກ​ເງິນ​ສາມາດ​ກວດ​ເຫັນ​ການ­ເຄື່ອນ­ໄຫວ​ທຸ­ລະ​ກຳ​ທີ່​ສົງ­ໄສ​ເປັນ​ການ

ຟອກ​ເງິນ 1 ຮ້ອຍ​ກວ່າ​ກໍ­ລະ­ນີ​ຢູ່​ທະ­ນາ­ຄານ​ທຸ­ລະ​ກິດຈາກ​ສະພາບ​ດັ່ງ­ກ່າວ​ໃນ 4 ປີ​ກ່ອນ​ໜ້າ​ນີ້ອົງ­ການ​ຕ້ານ​ການ​ຟອກ

ເງິນ​ສາ­ກົນ​ຈັດ​ລາວ​ເຂົ້າ​ບັນ­ຊີ​ສີ​ເທົາ ແນວ­ໃດ​ກໍ​ດີ​ວານ​ນີ້​ຜູ້ແທນ​ປະ­ຊາ­ຊົນ​ໄດ້​ລົງ​ຄະ­ແນນ​ສຽງ​ຮັບ­ຮອງ​ແລ້ວ​ ຮ່າງ​ກົດ

ໝາຍ​ຕ້ານ​ຂະ​ບວນ​ການ​ນີ້​ໂດຍ​ສະ­ເພາະ.

ເພື່ອ​ໃຫ້​ສອດ­ຄ່ອງ​ກັບ​ຍັດ­ຕິ​ສະ­ພາ​ຄວາມ​ໝັ້ນ­ຄົງ​ຂອງອົງ­ການ​ສະ­ຫະ​ປະ­ຊາ​ຊາດ​ສະ­ບັບ​ເລກ​ທີ 1267 ປີ 1999 ແລະ

ເລກ​ທີ 1373 ປີ 2001 ໃນ​ປີ​ດຽວ​ກັນ​ລັດ­ຖະ­ບານ​ກໍ​ໄດ້​ມອບໝາຍ​ໃຫ້​ທະ­ນາ­ຄານ​ແຫ່ງ ສປປ ລາວ ຫຼື ທຫລ ເປັນ​ເຈົ້າ

​ການຈັດ​ຕັ້ງ​ປະ­ຕິບັດ​ວຽກ​ງານ​ຕ້ານ​ການ​ຟອກ​ເງິນ ແລະ ສະ­ໜອງທຶນ​ໃຫ້​ແກ່​ການ​ກໍ່​ການ​ຮ້າຍ ຈາກ​ນັ້ນ ທຫລ ກໍ​ໄດ້​

ແຕ່ງ­ຕັ້ງ​ຄະນະ​ກຳ­ມະ­ການ​ສະເພາະ​ກິດ ເພື່ອ​ຄົ້ນ­ຄວ້າ​ຮ່າງ​ດຳ­ລັດ​ວ່າ​ດ້ວຍການ​ຕ້ານ​ການ​ຟອກ​ເງິນພ້ອມ​ຖືກ​ປະ­ກາດ

​ໃຊ້​ໃນ​ປີ 2006  ແລະ ປີ​ຕໍ່​ມາ​ກໍ​ໄດ້​ແຕ່ງຕັ້ງ​ຫນ່ວຍ​ງານ​ຂໍ້​ມູນ​ຕ້ານ​ການ​ຟອກເງິນ​ມີ​ຖາ­ນະ​ທຽບ​ເທົ່າ​ກັບ​ກົມ​ທີ່​ຂຶ້ນ​ກັບ

ທຫລ.

ຜ່ານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ນັບ​ແຕ່​ນັ້ນ​ມາ​ເຖິງ​ປະ­ຈຸ​ບັນ​ຂໍ້ມູນ​ຈາກ ທຫລ ລະ­ບຸ​ວ່າ: ໜ່ວຍ​ງານ​ດັ່ງ­ກ່າວ​ສາ­ມາດ​ເກັບ​ກຳ

​ຂໍ້ມູນ​ກ່ຽວ​ກັບ​ການ­ເຄື່ອນ­ໄຫວ​ທຸ­ລະ​ກຳທີ່​ສົງ­ໄສ​ວ່າ​ເປັນ​ການ​ຟອກ​ເງິນ​ໄດ້ 104 ກໍ­ລະ­ນີ​ຈາກ​ທະ­ນາ­ຄານ​ທຸ­ລະ​ກິດ ແລະ

ໄດ້​ສົ່ງ​ຂໍ້​ມູນ​ດັ່ງ­ກ່າວ​ໃຫ້​ແກ່​ເຈົ້າ​ໜ້າ­ທີ່​ສືບສວນŒສອບ​ສວນ​ຈຳ­ນວນ 15 ກໍ­ລະ­ນີຂະ­ນະ​ທີ່​ໃນ​ປີ 2010 ອົງ­ການ​ຕ້ານ​ການ

ຟອກ​ເງິນ​ສາ­ກົນ​ ໄດ້​ມາ​ປະ​ເມີນ​ຜົນ​ການຈັດ​ຕັ້ງ​ວຽກ​ງານ​ຕ້ານ​ການ​ຟອກ​ເງິນ ແລະ ການ​ສະ­ຫນອງ​ທຶນ​ໃຫ້​ແກ່​ການ

ກໍ່ການ​ຮ້າຍ​ຢູ່​ລາວ ໂດຍ​ຜົນ​ປະ​ເມີນ​ໄດ້​ຈັດ​ໃຫ້​ລາວ​ເຂົ້າ​ບັນ­ຊີ​ສີ​ເທົາ.

ແນວ­ໃດ​ກໍ​ດີ ເພື່ອ​ເປັນ​ເຄື່ອງ­ມື​ອັນ​ສຳຄັນ​ເຮັດ​ໃຫ້­ການ​ຄຸ້ມ​ຄອງ​ວຽກ​ງານ​ການຕ້ານ ແລະ ສະ­ກັດ​ກັ້ນ​ການ​ຟອກ​ເງິນ

​ມີຄວາມ​ໜັກ​ແໜ້ນ​ຂຶ້ນ​ກວ່າ​ເກົ່າ ພາຍ­ຫຼັງທີ່​ມີ​ການ​ກະ­ກຽມ​ມາ​ແຕ່​ປີ 2011 ເປັນຕົ້ນ​ມາ ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 21

ກໍ​ລະກົດ​ຜ່ານ​ມາ​ທ່ານ ດຣ. ສົມ​ພາວ ໄຟ​ສິດ ຜູ້​ວ່າ­ການ​ທະ­ນາ­ຄານ​ແຫ່ງ ສປປ ລາວ ໄດ້​ນຳ​ຮ່າງ​ກົດ­ໝາຍ​ວ່າ​ດ້ວຍ​

ການ​ຕ້ານ ແລະ ສະ­ກັດ​ກັ້ນ​ການ​ຟອກ​ເງິນ ແລະ ການ​ສະ­ໜອງ​ທຶນ​ໃຫ້​ແກ່​ການ​ກໍ່​ການຮ້າຍ​ຂຶ້ນ​ສະ­ເໜີ​ຕໍ່​ກອງ​ປະ­ຊຸມ

​ສະ­ພາ ເພື່ອໃຫ້​ບັນ­ດາ​ຜູ້​ແທນ​ປະ­ຊາ­ຊົນ​ໄດ້​ປະ­ກອບຄວາມ​ຄິດ​ເຫັນ, ເຮັດ​ໃຫ້​ຮ່າງ​ກົດ­ໝາຍສະ­ບັບ​ດັ່ງ­ກ່າວ​ມີ​ຄວາມ​ຮັດ

­ກຸມ, ສົມ­ບູນ ຈະ­ແຈ້ງ​ຂຶ້ນ​ກວ່າ​ເກົ່າ ແລະ ໃນ​ຕອນ​ບ່າຍຂອງ​ວັນ​ດຽວ​ກັນ​ຮ່າງ​ກົດ­ໝາຍ​ສະ­ບັບດັ່ງ­ກ່າວ​ກໍ​ຖືກ​ຮັບ­ຮອງ​

ເອົາ​ດ້ວຍ​ຄະ­ແນນສຽງ​ສ່ວນ​ຫຼາຍ​ຈາກ​ສະ­ມາ­ຊິກ​ສະ­ພາ.

ກົດ­ໝາຍ​ໃໝ່​ນີ້​ຈະ​ເປັນ​ເຄື່ອງ­ມື​ສຳຄັນ​ໃນ​ການ​ຕ້ານ, ສະ­ກັດ​ກັ້ນ, ຈຳ­ກັດ ແລະ ກຳ​ຈັດ­ການ​ກະ­ທຳ​ຜິດ​ຂອງ​ຂະບວນ​

ການ​ດັ່ງກ່າວເຮັດ​ໃຫ້​ລະ­ບົບ​ເສດຖະ​ກິດŒການ ​ເງິນ​ຂອງ​ປະ­ເທດ​ມີ​ຄວາມເຂັ້ມ­ແຂງ, ໝັ້ນ­ຄົງ, ສັງ­ຄົມ​ມີ​ຄວາມ​ສະຫງົບ

​ໃນ​ຍຸກ​ແຫ່ງ​ການ​ເຊື່ອມ​ໂຍງ​ກັບພາກ​ພື້ນ ແລະ ສາ­ກົນ. ໂດຍ​ກົດ­ໝາຍ​ສະ­ບັບ​ນີ້​ປະ­ກອບ​ມີ VII ພາກ, 7 ຫມວດ ແລ

ະ 72 ມາດ­ຕາ.

ແຫຼ່ງຂ່າວ: ໜັງສືພິມເສດຖະກິດ – ສັງຄົມ

ບົດຄວາມຫຼ້າສຸດ

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...