spot_img
Homeຂ່າວຕ່າງປະເທດສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

Published on

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ

ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ ແລະ ມີເລືອດປະປົນອອກ ໂດຍມີອາການລັກສະນີ້ມາເປັນເວລາຫຼາຍເດືອນ.

ພາຍຫຼັງໄປກວດຢູ່ໂຮງໝໍຈຶ່ງພົບວ່າ ເດັກນ້ອຍຄົນນີ້ມີໜອງໃນຊ່ອງຂອງເຫຍື່ອຫຸ້ມປອດ ເຮັດໃຫ້ປອດເບື້ອງຊ້າຍແວບລົງ ແລະ ຍັງກວດເຫັນໄຂ່ພະຍາດ (Paragonimus) ທີ່ຢູ່ໃນປອດ ເຊິ່ງເກີດຈາກການບໍລິໂພກຂອງກິນທີ່ສົດໂດຍບໍ່ໄດ້ຜ່ານການປຸງສຸກ.ທາງແພດໄດ້ຮັກສາໂດຍການໃຫ້ຢາຂ້າພະຍາດ ແລະ ຜ່າຕັດເພື່ອລອກເຫຍື່ອຫຸ້ມປອດອອກ.

ເຖິງວ່າໃນປັດຈຸບັນພະຍາດນີ້່ຈະຫຼຸດລົງຫຼາຍຈາກແຕ່ກ່ອນ ແຕ່ກໍຍັງສາມາດພົບໄດ້ໃນເດັກນ້ອຍ ຈົນເຖິງໄວກາງຄົນ.ໂດຍສະເພາະຜູ້ທີ່ມີປະຫວັດການກິນກຸ້ງ ຫຼື ປູນໍ້າຈືດດິບ. ສະນັ້ນ, ເຮົາຄວນກິນອາຫານທີ່ປຸງສຸກ ເພາະຄວາມຮ້ອນຈະສາມາດຂ້າພະຍາດໄດ້ໃນລະດັບໜຶ່ງ ແຕ່ສິ່ງສຳຄັນຄືຄວນບໍລິໂພກໃຫ້ຖືກຫຼັກອະນາໄມ ເພື່ອສຸຂະພາບທີ່ດີ.

ແຫຼ່ງຂໍ້ມູນ: Parasite stories

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...