Homeຂ່າວຕ່າງປະເທດລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

Published on

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP).

(GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP).

ລາຍງານສະບັບນີ້ ເຊິ່ງເປັນສະບັບທີ 19 ໄດ້ປະເມີນ 163 ປະເທດ ໂດຍອີງໃສ່ຕົວຊີ້ວັດຕ່າງໆ. ດ້ວຍຄະແນນສັນຕິພາບ 1.783 ລາວຖືກຈັກເຂົ້າຮ່ວມໃນລາຍຊື່ ປະເທດທີ່ມີຄວາມໝັ້ນຄົງທີ່ສຸດຂອງອາຊີ ສະທ້ອນໃຫ້ເຫັນເຖິງລະດັບທີ່ຕໍ່າ ຂອງຄວາມຂັດແຍ້ງພາຍໃນ, ອາຊະຍາກໍາ, ແລະຄວາມບໍ່ສະຫງົບທາງການເມືອງ.

ການຮັບຮູ້ນີ້ສະແດງໃຫ້ເຫັນເຖິງ ຊື່ສຽງຂອງປະເທດໃນຖານະເປັນປາຍທາງທີ່ປອດໄພ ແລະຕ້ອນຮັບ ທັງສໍາລັບພົນລະເມືອງແລະນັກທ່ອງທ່ຽວສາກົນ ທີ່ະມາທ່ຽວ.

ທັງໝົດ 10 ປະເທດທີ່ສະຫງົບ ແລະ ມີສັນຕິພາບທີ່ສຸດໃນອາຊີ ປີ 2025 ປະກອບມີ:

  1. ສິງກະໂປ – 1.357

2. ຍີ່ປຸ່ນ – 1.440

3. ມາເລເຊຍ – 1.469

4. ພູຖານ – 1.536

5. ມອງໂກເລຍ – 1.719

6. ຫວຽດນາມ – 1.721

7. ໄຕ້ຫວັນ, ສປ ຈີນ – 1.730

8. ເກົາຫລີໃຕ້ – 1.736

9. ຕີມໍ-ເລສເຕ – 1.758

10. ລາວ – 1.783

ແຫຼ່ງຂໍ້ມູນ: Global Peace Index 2025, Lao Youth Radio

 

 

ບົດຄວາມຫຼ້າສຸດ

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...