spot_img
Homeຂ່າວທ້ອງຖິ່ນຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

Published on

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ.

ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ ຈຳນວນ 25 ແຫ່ງໃນທົ່ວປະເທດ. ໜຶ່ງໃນນັ້ນລວມມີສະຖານບູຮານໜອງດິນຈີ່ ເມືອງໂພນທອງແຂວງຈຳປາສັກ.

ສະຖານບູຮານໜອງດິນຈີ່ ແມ່ນສະຖານບູຮານທີ່ເກົ່າແກ່ແຫ່ງໜຶ່ງ ໃນເຂດບ້ານໜອງຫອຍ ເມືອງໂພນທອງ ແຂວງຈຳປາສັກ ເຊິ່ງຕັ້ງຢູ່ນອກຂອບເຂດມໍລະດົກໂລກວັດພູຈຳປາສັກ ໄປທາງທິດເໜືອດ້ວຍໄລຍະທາງປະມານ 30 ກິໂລແມັດ ແລະ ເປັນສະຖານບູຮານທີ່ສ້າງຂຶ້ນຢູ່ເທິງພັກຕີນພູມະໂລງເບື້ອງທິດຕາເວັນອອກ, ມີຄວາມສູງໂດຍທຽບໃສໜ້ານ້ຳທະເລເທົ່າກັບ 198 ແມັດ.

ສະຖານບູຮານແຫ່ງນີ້ມີອາຍຸເກົ່າແກ່ ແລະ ມີຄວາມສຳຄັນຫຼາຍ ບໍ່ສະເພາະແຕ່ໃນລະດັບທ້ອງຖິ່ນ ຫຼື ລະດັບປະເທດເທົ່ານັ້ນ ຄຸນຄ່າຂອງສະຖານບູຮານແຫ່ງນີ້ເຫັນໄດ້ວ່າມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້ ດັ່ງນັ້ນ ຈິ່ງຄວນຈະໄດ້ຮັບການອະນຸລັກປົກປັກຮັກສາໄວ້ເປັນຢ່າງດີ.

ອີກດ້ານໜຶ່ງແມ່ນຄວາມເໜາະສົມເປີດເປັນບ່ອນທ່ອງທ່ຽວ ເພາະທີ່ຕັ້ງຕິດກັບເສັ້ນທາງເຂົ້າສູ່ມໍລະດົກໂລກ ແຕ່ຕ້ອງໄດ້ໃຊ້ເວລາຊອກແຫຼ່ງທືນມາເປີດ ແລະ ເຮັດການອະນຸລັກໂຄງສ້າງໃຫ້ມີການຮັບປະກັນດ້ານຄວາມຄົງທົນຕໍ່ສະພາບດີນຟ້າອາກາດ ສະເພາະໃນຕໍ່ໜ້ານີ້ຈະສ້າງປ້າຍຂໍ້ມູນອະທິບາຍສະຖານທີ່ ແລະ ເຮັດຮູບຈຳລອງມາຕິດຕັ້ງໄວ້ກັບທີ່ ແລະ ວາງໄວ້ຢູ່ວັດພູເພື່ອໃຫ້ມວນຊົນໄດ້ຊົມໃຊ້ໄປກ່ອນ.

ດັ່ງນັ້່ນ,ຈິ່ງຮຽກຮ້ອງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງຈົ່ງໃຫ້ຄວາມຮ່ວມມືຄຸ້ມຄອງປົກປັກຮັກສາທີ່ຖານທີແຫ່ງນີ້ຄື: ຮັກສາຂອບເຂດຕາມຫຼັກໝາຍບໍ່ບຸກລຸກ-ລຸກລຳພື້ນທີ່ສະຖານບູຮານ, ບໍ່ທຳລາຍສະຖານທີ່ ແລະ ໂຄງສ້າງທັງທາງກົງ ແລະ ທາງອ້ອມ ແລະ ບໍ່ເຄື່ອນຍ້າຍວັດຖູບູຮານທີ່ເປັນດີນຈີ່,ຫີນ ແລະ ອື່ນໆອອກຈາກສະຖານທີ່ເປັນເດັດຂາດ.

ແຫຼ່ງຂໍ້ມູນ: ໜັງສືພິມຈໍາປາໃໝ່

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...